Alec Baldwin ນັກສະແດງຮຸ່ນໃຫຍ່ໃຊ້ປືນປະກອບສາກຍິງໃນການຖ່າຍທຳ ແຕ່ພາດຖືກຕາກ້ອງຈົນເຖິງແກ່ຊີວິດ


ໃນວັນສຸກນີ້ Alec Baldwin ນັກສະແດງຮໍລີວູດຮຸ່ນໃຫຍ່ໄດ້ນຳໃຊ້ປືນປະກອບສາກໃນການຖ່າຍທຳ ຮູບເງົາເລື່ອງ Rust  ທີ່ນິວແມັກຊິໂກ, ສະຫະລັດອາເມຣິກາ ແຕ່ກໍພາດຍິງຖືກທີມງານ ສົ່ງຜົນໃຫ້ມີຕາກ້ອງຊາຍໄດ້ຮັບບາດເຈັບ ແລະ ຕາກ້ອງຍິງເຖິງແກ່ຊີວິດ.

ຕາກ້ອງຊາຍ ຫຼື ຜູ້ກຳກັບຮູບເງົາ ຊື່ ໂຈເອລ ຊາວຊາ (Joel Souza) ອາຍຸ 48 ປີ ໄດ້ຮັບບາດເຈັບ ແລະ ຮັບການປິ່ນປົວທັນທີໃນກອງຖ່າຍ.

ສ່ວນຕາກ້ອງຍິງ ຫຼື ຜູ້ກຳກັບຮູບພາບ ຊື່ ເຮລີນາ ຮັດຊິນ (Halyna Hutchins) ອາຍຸ 42 ປີ ໄດ້ຖືກລູກຫຼົງຈາກການຍິງປືນຂອງນັກສະແດງໃນຂະນະທີ່ຖ່າຍທຳ ໂດຍທາງກອງຖ່າຍກໍໄດ້ມີການສົ່ງລາວໄປໂຮງໝໍຜ່ານເຮລີຄັອບເຕີເຊິ່ງເປັນຊ່ອງທາງທີ່ເລັ່ງດ່ວນທີ່ສຸດ ແຕ່ສຸດທ້າຍແລ້ວກໍເສຍຊີວິດລົງຈາກບາດແຜຮ້າຍແຮງເມື່ອຮອດໂຮງໝໍ.

ປັດຈຸບັນທາງຕຳຫຼວດຍັງຄົງສືບສວນຫາເບາະແສຕ່າງໆ ໃນເຫດການດັ່ງກ່າວທີ່ກອງຖ່າຍ Bonaza Creek Ranch ເຊິ່ງເປັນສະຖານທີ່ໂດ່ງດັ່ງໃນການຖ່າຍຮູບເງົາ ແລະ ຍັງບໍ່ໄດ້ມີການອອກໝາຍໂທດໃດໆ.

Alec Baldwin ເປັນທັງນັກສະແດງ ແລະ ຜູ້ຮ່ວມຜະລິດຜົນງານຮູບເງົາຄັ້ງນີ້, ເຊິ່ງເປັນແນວຢ້ອນຍຸກໃນຊຸມປີ 1888. ລາວໄດ້ເລີ່ມອາຊີບນັກສະແດງຕັ້ງແຕ່ຊຸມປີ 1980 ແລະ ໄດ້ຊະນະຮາງວັນຕ່າງໆ ຈາກບົດ Jack Donaghy ທີ່ເປັນຊີຣີຕະຫຼົກຊື່ດັງ 30 Rock.

ໃນລາຍງານຂ່າວດັ່ງກ່າວ, ຜູ້ປະກາດກໍໄດ້ເລົ່າວ່າ Alec ໄດ້ອາສາເປັນຜູ້ເຂົ້າຫາ ພ້ອມໃຫ້ປາກຄຳກັບນັກສືບຢ່າງເຕັມໃຈ. ອ້າງອີງຈາກທີມສືບສວນສອບສວນແລ້ວ, ໃນຂະນະການຖ່າຍທຳ ພວກເຂົາໄດ້ມີການນຳໃຊ້ປືນປະກອບສາກ ແຕ່ລູກກະສຸນກໍຖືກຍິງອອກມາ ເຊິ່ງພວກເຂົາກຳລັງກວດສອບວ່າມັນອອກມາໄດ້ແນວໃດ ແລະ ເປັນກະສຸນແນວໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/