ສອງເອື້ອຍນ້ອງຝາແຝດຮຽນເກັ່ງ ໄດ້ກຽດນິຍົມພ້ອມກັນ


ຖືວ່າເປັນໄວໜຸ່ມທີ່ໜ້າຊົມເຊີຍ ແລະ ຍິນດີນຳ ກັບສອງເອື້ອຍນ້ອງຝາແຝດ ນອກຈາກໜ້າຕາຄືກັນແລ້ວ ຄວາມດຸໝັ່ນຂະຫຍັນພຽນໃນການຮ່ຳຮຽນກໍຍັງຄືກັນອີກ ລວມທັງການແຕ່ງຕົວກໍມັກຈະສວມໃສ່ຄືກັນ ທີ່ໜ້າຍິນດີໄປກວ່ານັ້ນຄືທັງສອງໄດ້ກຽດນິຍົມພ້ອມກັນ. ມື້ນີ້ທາງທີມຂ່າວພວກເຮົາຢາກຈະນຳສະເໜີ ໃນດ້ານການຮຽນຂອງສອງແຝດ ວ່າພວກເພິ່ນຮ່ຳຮຽນຮູບແບບໃດ ຈຶ່ງໄດ້ກຽດນິຍົມພ້ອມກັນເຊັ່ນນີ້.

1.ຊື່ ແລະ ອາຍຸ?
ສະບາຍດີ ນ້ອງຊື່ວ່າ ນັດດາພອນ ວິສີສົມບັດ (ຕຸ້ຍ) ແຝດເອື້ອຍ ແລະ ຊື່ວ່າ ນັດດາພາ ວິສີສົມບັດ (ຈ່ອຍ) ແຝດນ້ອງ ອາຍຸ 22 ປີ.

2.ເປັນຄົນແຂວງໃດ?
ພວກເຮົາເປັນຄົນນະຄອນຫຼວງວຽງຈັນ.

3.ຮຽນເກັ່ງມາແຕ່ນ້ອຍເລີຍບໍ?
ສຳລັບພວກເຮົາເອງບໍ່ຄ່ອຍໄດ້ໃຊ້ຄໍາວ່າຮຽນເກັ່ງກັບຕົນເອງປານໃດ ແຕ່ໃຊ້ຄຳວ່າ ເປັນຄົນທີ່ເກັ່ງຮຽນ ຫຼື ມັກຮຽນຕັ້ງແຕ່ນ້ອຍເລີຍກໍວ່າໄດ້ ເພາະແມ່ເຄີຍເລົ່າສູ່ຟັງວ່າພວກເຮົາມັກເຮັດວຽກບ້ານຫຼັງຈາກເລີກຮຽນທຸກໆມື້, ໃຫ້ແມ່ສອນ, ໃຫ້ແມ່ພາຮຽນຕື່ມອີກຫຼັງຈາກເລີກຮຽນມາ ເເລະ ພວກເຮົາຄິດວ່າການມີຄູ່ຝາແຝດເຮັດໃຫ້ການຮຽນຂອງພວກເຮົາເປັນເລື່ອງທີ່ມ່ວນ ແລະ ຂ້ອນຂ້າງບໍ່ກົດດັນ.

4.ເຄີຍມີຜົນງານການຮຽນດີເດັ່ນມາຕັ້ງດົນເເລ້ວບໍ?
ຜົນການຮຽນທີ່ຜ່ານມານັບແຕ່ປະຖົມ-ມັດທະຍົມຕອນປາຍ ແມ່ນປ່ຽນກັນໄດ້ອັນດັບທີ 1-2-3 ຢູ່ສະເໝີ ແລະ ໄດ້ຮັບໃບຍ້ອງຍໍຈາກໂຮງຮຽນໃນດ້ານການຮຽນທຸກໆເດືອນ, ເຊິ່ງໃນຕອນ ປ.5, ມ.4 ແລະ ມ.7 ພວກເຮົາໄດ້ເປັນຕົວເເທນຂອງໂຮງຮຽນໄປເສັງນັກຮຽນເກັ່ງ ສຳລັບ ຈ່ອຍ (ແຝດນ້ອງ) ຈະມັກໄປເສັງສາຍຄະນິດສາດ ສ່ວນ ຕຸ້ຍ (ແຝດເອື້ອຍ) ແມ່ນມັກໄປເສັງສາຍພາສາລາວ-ວັນນະຄະດີ.

5.ປົກກະຕິແມ່ນສຶກສາຄົ້ນຄວ້າບົດຮຽນດ້ວຍວິທີໃດ?
ພວກເຮົາຈະມັກເລືອກນັ່ງຮຽນຢູ່ໂຕະໜ້າ, ຍາມຮຽນພະຍາຍາມຟັງອາຈານອະທິບາຍບົດຮຽນ, ຕັ້ງໃຈຈັບຈຸດສຳຄັນຂອງບົດຮຽນໃຫ້ໄດ້ ເມື່ອບໍ່ເຂົ້າໃຈບົດຮຽນພວກເຮົາແມ່ນໄດ້ຖາມອາຈານສະເໝີ. ສຳລັບການຮຽນຂອງເຮົາແມ່ນຈະເນັ້ນຮຽນແບບສົນທະນາກັນກັບໝູ່ຄູ່ ຫຼື ຮຸ່ນເອື້ອຍຮຸ່ນອ້າຍເປັນຕົ້ນ ແລະ ສິ່ງສຳຄັນພວກເຮົາມີຄວາມກຽມພ້ອມໃນການຮ່ຳຮຽນຢູ່ສະເໝີ.

6.ຮູ້ສຶກແນວໃດ ເມື່ອເຮົາໄດ້ໃບປະກາດແດງພ້ອມກັນແບບນີ້?
ພວກເຮົາສອງຄົນຮູ້ສຶກຍິນດີນຳກັນ ແລະ ຮູ້ສຶກດີໃຈແຮງ (ເປັນຄວາມຮູ້ສຶກດີໃຈແບບຄູນສອງເລີຍ) ທີ່ຄວາມຕັ້ງໃຈ, ຄວາມພະຍາຍາມຂອງເຮົາສອງຄົນໄດ້ປະສົບຜົນສຳເລັດເປັນຮູບປະທຳແລ້ວ ກໍຄືໄດ້ຮັບໃບປະກາດສະນີຍະບັດແດງ (ກຽດນິຍົມ) ພ້ອມກັນ.

7.ຢາກຝາກຫຍັງໃຫ້ກັບນ້ອງໆຮຸ່ນຫຼັງບໍ?
ຕຸ້ຍຈ່ອຍຢາກບອກວ່າ: ກ່ອນອື່ນຕ້ອງມີຄວາມຕັ້ງໃຈ, ຕັ້ງເປົ້າໝາຍເອົາໄວ້ ແລະ ຢ່າຂາດຄວາມພະຍາຍາມ ເພາະວ່າ “ຖ້າເຮົາພະຍາຍາມຫຼາຍເທົ່າໃດ ເຮົາກໍຈະໃກ້ຜົນສຳເລັດຫຼາຍເທົ່ານັ້ນ”.

ສຸດທ້າຍນີ້, ຕຸ້ຍຈ່ອຍຢາກຈະຂໍຂອບໃຈທຸກຄົນທີ່ຢູ່ເບື້ອງຫຼັງແຫ່ງຄວາມສຳເລັດໃນການສຶກສາຄັ້ງນີ້ກໍຄື ພໍ່ແມ່, ຄູອາຈານທຸກທ່ານ, ຍາດພີ່ນ້ອງ, ໝູ່ຄູ່, ຮຸ່ນເອື້ອຮຸ່ນອ້າຍ ແລະ ທຸກຄົນທີ່ຊ່ວຍເຫຼືອຮັກແພງ, ໃຫ້ກຳລັງໃຈ, ໃຫ້ໂອກາດ ແລະ ສະໜັບສະໜູນສອງແຝດຕະຫຼອດມາ ຊຶ້ງໃຈຫຼາຍ ແລະ ຂອບໃຈຫຼາຍໆເດີ.

ສອງແຝດແມ່ນ ຈົບການສຶກສາລະດັບປະລິນຍາຕີ ສາຂາການຄ້າ ພາກວິຊາການຄ້າຄະນະເສດຖະສາດ ແລະ ບໍລິຫານທຸລະກິດມະຫາວິທະຍາໄລແຫ່ງຊາດລາວ.

ຖ້າທ່ານໃດສົນໃຈຢາກຕິດຕາມນ້ອງທັງສອງສາມາດຕິດຕາມໄດ້ທີ່: ​
Facebook: Tui Natdaphone ແລະ Joy Natdapha

ສົນໃຈຖ່າຍຮູບງາມແບບສອງແຝດຕິດຕໍ່ໄດ້ທີ່: LcThaiy Studio

ຂໍຂອບໃຈບົດສຳພາດໂດຍ: ສອງແຝດ ນ້ອງຕຸ້ຍ ແລະ ນ້ອງຈ່ອຍ
ສຳພາດໂດຍ: Cat_Meo_ManU
ສຳພາດວັນທີ 21 ຕຸລາ 2021

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/