ຕັດສິນແລ້ວ! iPhone 13 ທົນທານກວ່າ Nokia 3310


ໃນທີ່ສຸດກໍມີຜູ້ກ້າທ້າຊິງຄວາມທົນທານຕໍ່ຕຳນານແບບ Nokia 3310 ກໍຄື iPhone 13 ໂທລະສັບມືຖືນ້ອງໃໝ່ຂອງເຮົາ ມາແຂ່ງກັບ Nokia 3310 ທີ່ນັບວ່າເປັນໂທລະສັບມືຖືຮຸ່ນທຳອິດຂອງຫຼາຍໆຄົນ ເຊິ່ງມັນໄດ້ມີຊື່ສຽງຮຽງນາມຈາກຄວາມໜາ ແລະ ຄວາມທົນທານວ່າຕົກບໍ່ແຕກ ໂດຍສະເພາະເມື່ອຖືກນຳມາປຽບທຽບກັບໂທລະສັບສະໄໝໃໝ່ ຫຼື ຄົນມັກຈະເອີ້ນວ່າໂທລະສັບອັດສະລິຍະ (Smart Phones) ທີ່ໄດ້ພັດທະນາມາເປັນຮູບແບບຈໍສຳຜັດ ເຊິ່ງໝາຍຄວາມວ່າທັງໜ້າຈໍໂທລະສັບນັ້ນຈະເປັນແກ້ວທັງໝົດ.

ໃນໂລກອອນລາຍນັ້ນ, ຫຼາຍຄົນຕ່າງກໍມັກຍົກຕົວ Nokia 3310 ຂຶ້ນມາເພື່ອສ້າງຄວາມມ່ວນຫົວ ເພື່ອປຽບທຽບກັບຄວາມບອບບາງ ແລະ ບໍ່ທົນທານຂອງໂທລະສັບຮຸ່ນໃໝ່. ແຕ່ເມື່ອວັນສຸກທີ 24 ເດືອນກັນຍາ ປີ 2021 ນີ້ ທາງບໍລິສັດກໍໄດ້ປ່ອຍຕົວ iPhone 13 ພ້ອມກັບສະແດງຄຸນລັກສະນະຄວາມທົນທານວ່າດີທີ່ສຸດກວ່າ iPhone ທຸກຮຸ່ນ.

ເມື່ອເຫັນແບບນັ້ນ ກໍໄດ້ມີຊ່ອງຢູທູບຊື່ວ່າ TechRax ນຳເອົາທັງສອງໜ່ວຍມາພິສູດກັນວ່າ ຕຳນານທີ່ທຸກຄົນຮູ້ວ່າເປັນໂທລະສັບທີ່ແຂ່ງແກ່ນທີ່ສຸດຢ່າງ Nokia 3310 ແລະ ໂທລະສັບນ້ອງໃໝ່ທີ່ແຂ່ງແກ່ນທີ່ສຸດໃນໝູ່ iPhone ໃຜຈະທົນທານກວ່າກັນ.

ລາຍລະອຽດໃນວິດີໂອນັ້ນແມ່ນ ຕົວຄົນທີ່ພິສູດໄດ້ນຳໂທລະສັບທັງສອງໜ່ວຍຂຶ້ນໄປທີ່ຊັ້ນ 25 ຂອງອາຄານ ແລະ ໂຍນ Nokia 3310 ລົງໄປກ່ອນ ຕາມດ້ວຍ iPhone 13 ທີ່ເປີດຖ່າຍວິດີໂອໄວ້ພ້ອມ. ຜົນການທົດລອງແມ່ນ ດ້ານຫຼັງຂອງ iPhone 13 ນັ້ນມີຮອຍແຕກເຕັມ ແຕ່ໜ້າຈໍນັ້ນບໍ່ມີຫຍັງ ແຖມຍັງຖ່າຍວິດີໂອຢູ່. ສ່ວນ Nokia 3310 ນັ້ນ ຊິ້ນສ່ວນແຍກອອກມາກະຈັດກະຈາຍທົ່ວພື້ນທີ່ ສະແດງໃຫ້ເຫັນຜູ້ຊະນະຢ່າງຊັດເຈນວ່າແມ່ນນ້ອງໃໝ່ iPhone 13 ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/