ນັກບິນອະວະກາດຈະແກ່ຕົວຊ້າລົງ ເມື່ອຂຶ້ນໄປເທິງອະວະກາດ


ມື້ໜຶ່ງມີເວລາຢູ 24 ຊົ່ວໂມງ ແລະ 24 ຊົ່ວໂມງເດີນທາງພ້ອມກັນທຸກໆມື້. ພວກເຮົາທຸກຄົນເຊື່ອກັນແນວນີ້ໝົດ, ຈົນນັກວິທະຍາສາດດັງ ອັລເບີດ ໄອນ໌ສຕາຍ (Albert Einstein) ໄດ້ມາພິສູດວ່າບໍ່ແມ່ນ. ດ້ວຍທິດສະດີວ່າເວລານັ້ນກໍຄືສຳພັນກັນ ຜ່ານທິດສະດີສຳພັນທະພາບ (Theory of Relativity) ທີ່ໜ້າຊັບຊ້ອນ ເຊິ່ງລາວໄດ້ຄິດຄົ້ນອອກມາລວມກັນລະຫວ່າງເວລາ ແລະ ພື້ນທີ່ (Time-Space).

ນັກວິທະຍາສາດໄດ້ຄົ້ນພົບວ່າມັນເປັນຄວາມຈິງ, ເມື່ອນັກບິນອະວະກາດຢູ່ໃນຍານບິນອະວະກາດເປັນເວລາດົນນານ ພວກເຂົາຈະແກ່ຕົວຊ້າລົງກວ່າຕອນທີ່ຢູ່ພື້ນດິນໃນໂລກ. Scott Kelly  ໄດ້ຂຶ້ນໄປອະວະກາດໃນຂະນະທີ່ອ້າຍຝາແຝດຂອງລາວ, Mark Kelly ໄດ້ຢູ່ໃນໂລກ. ເມື່ອກັບມາກໍໄດ້ພົບວ່າ Scott ແກ່ຊ້າກວ່າ Mark ໄປຕື່ມອີກ, ເຫດການດັ່ງກ່າວ ມັນເອີ້ນວ່າການຂະຫຍາຍເວລາໃຫ້ກວ້າງຂຶ້ນ (Time Dilation)

ພວກເຮົາທຸກຄົນນັ້ນຈະຮັບຮູ້ເຖິງພື້ນທີ່-ເວລາ (Time-Space) ແຕກຕ່າງກັນອອກໄປເນື່ອງຈາກວ່າພື້ນທີ່-ເວລານັ້ນບໍ່ໄດ້ແບນແປ ແຕ່ວ່າໂຄ້ງງໍ, ແຖມຍັງສາມາດຖືກດຶງໃຫ້ມາຮວມກັນໄດ້ໂດຍສະສານ ແລະ ພະລັງງານ ຂຶ້ນກັບຫຼາກຫຼາຍປັດໄຈບໍ່ວ່າຈະເປັນຕຳແໜ່ງ ແລະ ຄວາມໄວ. ເວລາສາມາດເຄື່ອນທີ່ໄດ້ໄວຂຶ້ນ ຫຼື ຊ້າລົງ.

ຜົນຈາກການຂະຫຍາຍເວລາໂດຍແຮງດຶງດູດ (Gravitational Time Dilation) ແມ່ນ ເວລານັ້ນຈະເດີນທາງຊ້າລົງເມື່ອໃກ້ກັບວັດຖຸຂະໜາດໃຫຍ່ມະຫາສານ, ຍ້ອນວ່າແຮງດຶງດູດຈາກວັດຖຸນັ້ນສົ່ງຜົນໃຫ້ພື້ນທີ່-ເວລາຫົດງໍ. ໝາຍຄວາມວ່າເວລາຈະເດີນທາງຊ້າລົງເມື່ອແຮງດຶງດູດສູງຂຶ້ນ. ດ້ວຍເຫດນີ້ ເວລາຈຶ່ງເຄື່ອນທີ່ຊ້າລົງໄປອີກ ເມື່ອວັດຖຸນັ້ນໄດ້ຢູ່ໃກ້ກັບໃຈກາງຂອງໂລກ ເນື່ອງຈາກວ່າມີມວນສານຈາກແຮງດຶງດູດຂອງໂລກໃນປະລິມານຫຼາຍ (Gravitational Mass).

ນອກຈາກແຮງດຶງດູດແລ້ວ, ກໍຍັງມີປັດໄຈການຂະຫຍາຍເວລາດ້ວຍສຳພັນຂອງອັດຕາຄວາມໄວ (relative velocity time dilation). ເມື່ອວັດຖຸໃດໜຶ່ງເຄື່ອນທີ່ ແລະ ເລັ່ງໄວຂຶ້ນຫຼາຍເທົ່າໃດ ເວລາກໍຈະເດີນທາງຊ້າລົງເທົ່ານັ້ນ.

ພື້ນທີ່-ເວລາ ເປັນສິ່ງທີ່ຊັບຊ້ອນ. ເພາະກໍລະນີຕົວຢ່າງຂອງແຝດ Scott ແລະ Mark ນັ້ນເກີດຈາກປັດໄຈທັງສອງຢ່າງຂອງການຂະຫຍາຍເວລາ ກໍຄືທາງແຮງດຶງດູດ ແລະ ສຳພັນອັດຕາຄວາມໄວເກີດຂຶ້ນພ້ອມກັນ ເພື່ອຂະຫຍາຍເວລາໃຫ້ກວ້າງຂຶ້ນ.

ຍ້ອນວ່າ Scott ເຄື່ອນທີ່ໝຸນອ້ອມໂລກໃນຍານອະວະກາດດ້ວຍຄວາມໄວ 28,200 ກິໂລແມັດຕໍ່ຊົ່ວໂມງ, ອ້າຍຂອງລາວທີ່ຢູ່ໃນໂລກກໍຈະຮັບຮູ້ອັດຕາເວລາທີ່ແຕກຕ່າງອອກໄປ. ຫຼັງຈາກນັ້ນ, Scott ກໍອາໄສຢູ່ເທິງສະຖານີອະວະກາດທີ່ອ້ອມໂລກເປັນເວລາ 6 ເດືອນ. ມັນກໍສົ່ງຜົນໃຫ້ Scott ອາຍຸນ້ອຍລົງກວ່າອ້າຍລາວຈາກປົກກະຕິແມ່ນ 6 ວິນາທີ ແຕ່ປັດຈຸບັນແມ່ນ 6 ວິນາທີ ແລະ 5 ມິນລິວິນາທີ.

ສະນັ້ນທິດສະດີນີ້ຈຶ່ງຢືນຢັນວ່າເວລາມັນເດີນທາງບໍ່ສະເໝີກັນ. ຖ້າຫາກຕ້ອງການຈະແກ່ຕົວຊ້າກວ່າຄົນທົ່ວໄປແມ່ນໃຫ້ອາໄສໃນພື້ນທີ່ຕໍ່ຳ ແລະ ເຄື່ອນທີ່ໃຫ້ວ່ອງໄວ. ແຕ່ກໍບໍ່ຮັບປະກັນວ່າຈະເຫັນຜົນຢ່າງຈະແຈ້ງເດີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/