ຢືນຢັນແລ້ວ ຊິ້ນສ່ວນຂອງສົບທີ່ພົບແມ່ນ Brian Laundrie ຄູ່ໝັ້ນຂອງ Gabby Petito


ທາງເຈົ້າໜ້າທີ່ໄດ້ຢືນຢັນອອກມາແລ້ວວ່າຊິ້ນສ່ວນ ແລະ ສົບທີ່ເປັນກະດູກເຊິ່ງຖືກພົບ ເມື່ອວັນພະຫັດທີ່ຜ່ານມາ ໃນສວນສະຫງວນຂອງລັດຟລໍຣິດາແມ່ນເປັນຂອງ Brian Laundrie ຜູ້ທີ່ຫາຍຕົວໄປກວ່າໜຶ່ງເດືອນແລ້ວ.

ທັນທີທີ່ສິ້ນສຸດທຣິບໄປທ່ຽວກັບຄູ່ໝັ້ນສາວ Gabby Petito ທ້າວ Brian ກໍກັບມາເຮືອນ ພ້ອມລົດຕູ້ ແຕ່ກໍບໍ່ມີຄູ່ໝັ້ນກັບມາ ເຊິ່ງສ້າງຄວາມສົງໄສໃຫ້ແກ່ຄອບຄົວຂອງ Gabby ບໍ່ພຽງແຕ່ເທົ່ານັ້ນ, ລາວໄດ້ບອກຄອບຄົວຫຼັງຈາກທີ່ກັບມາວ່າຕົນເອງຈະໄປເດີນທາງຕໍ່ທີ່ສວນສະຫງວນທີ່ຢູ່ໃກ້ກັບລະແວກເຮືອນ ແຕ່ກໍບໍ່ໄດ້ກັບມາເລີຍຫຼັງຈາກນັ້ນ.

ເມື່ອທາງຕຳຫຼວດພົບສົບຂອງ Gabby ທີ່ລັດ Wyoming ເຊິ່ງປັນສະຖານທີ່ສຸດທ້າຍທີ່ລາວໄດ້ລົງຮູບໃນຊ່ອງທາງ Instagram ກ່ອນຈະບໍ່ໄດ້ມີການເຄື່ອນໄຫວຫຍັງອີກ. ຕົວ Brian ຈຶ່ງເປັນຜູ້ທີ່ທາງ FBI ໃຫ້ຄວາມສົນໃຈຕັ້ງແຕ່ນັ້ນມາ. ແຕ່ກໍບໍ່ໄດ້ຖືກກ່າວຫາໃນການຄາຕະກຳ Gabby ເທື່ອ ພຽງແຕ່ມີຄວາມຜິດໃນການໃຊ້ບັດເຄຣດິດຂອງຜູ້ເປັນຄູ່ໝັ້ນເທົ່ານັ້ນ ເຊິ່ງມັນຖືກນຳໃຊ້ຫຼັງການເສຍຊີວິດຂອງ Gabby ສອງສາມມື້ຕໍ່ມາ.  ການຄົ້ນຫາໃນສວນທີ່ທ້າວ Brian ໄປກໍໃຊ້ເວລາດຶງໄປເກືອບເດືອນ. ໃນທີ່ສຸດກໍພົບວ່າມີກະເປົາເຄື່ອງໃຊ້ຂອງລາວໃນບໍລິເວນທີ່ພໍ່ແມ່ນັ້ນໄດ້ສະເໜີໃຫ້ທີມງານໄປກວດສອບເບິ່ງ ເຊິ່ງເປັນຈຸດທີ່ພວກເຂົາບໍ່ສາມາດລົງໄປສຳຫຼວດໄດ້ ເນື່ອງຈາກກ່ອນໜ້ານີ້ນັ້ນລະດັບນ້ຳເພີ່ມຂຶ້ນສູງຫຼາຍ.

ວັນພະຫັດທີ່ຜ່ານມາ, ທາງຄອບຄົວຂອງທ້າວ  Brian ກໍໄດ້ເຂົ້າຮ່ວມການຄົ້ນຫາແລະໄດ້ຢືນຢັນເຄື່ອງໃຊ້ຂອງລາວທີ່ຖືກພົບ ພາຍໃນເຂດສະຫງວນເຊິ່ງຫ່າງຈາກປາກທາງເຂົ້າ ປະມານ 5 ກີໂລແມັດ ກັບມີບາງຊິ້ນສ່ວນຢູ່ໃນແມ່ນ້ຳ ນອກຈາກນີ້ພວກເຂົາຍັງໄດ້ພົບຊິ້ນສ່ວນຂອງສົບຕ່າງໆ ເຊັ່ນ: ກະດູກ ແລະ ກະໂຫຼກໃນຂະນະຄົ້ນຫາອີກພ້ອມ. ພາຍຫຼັງ, ຜົນຊັນນະສູດຜ່ານບັນທຶກຂໍ້ມູນທາງທັນຕະກຳຂອງ Brian ໄດ້ຢືນຢັນວ່າແມ່ນຕົວລາວ ເຊິ່ງເສຍຊີວິດມາໄດ້ດົນແລ້ວ.

ຫຼັງຈາກທີ່ FBI ໄດ້ຢືນຢັນຕົວຕົນຂອງຊິ້ນສ່ວນຜູ້ເສຍຊີວິດໃນວັນສຸກນີ້, ທາງຄອບຄົວຂອງ Brian ປະຕິເສດທີ່ຈະໃຫ້ຂໍ້ມູນ ຫຼື ການຖະແຫຼງໃດໆ ໃນປັດຈຸບັນ.

ຂອບໃຈຂໍ້ມູນຈາກ

–   https://cutt.ly/JRmpym4

–   https://cutt.ly/RRmpicw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/