ວອມແບັດ (Wombat) ສັດຊະນິດດຽວໃນໂລກ ທີ່ມີມູນເປັນກ້ອນສີ່ຫຼ່ຽມ


ວອມແບັດ (Wombat) ເປັນສັດທີ່ຕຸ້ຍມົນ ມີຂົນສີນ້ຳຕານອ່ອນ ຫຼື ສີເທົາດຳ, ມີແຫຼ່ງອາໄສຢູ່ໃນເຂດປ່າທາງຕາເວັນອອກສຽງໃຕ້ຂອງອອສເຕເລຍ,​ ມັນມີກະເປົາໜ້າທ້ອງຄືກັນກັບຈິງໂຈ້, ພວກມັນຂຸດດິນເພື່ອຢູ່ອາໄສ ເຊິ່ງຍາວ ແລະ ມີຫຼາຍຫ້ອງ. ເມື່ອໃຫຍ່ເຕັມທີ່ ພວກມັນຈະມີນ້ຳໜັກເກືອບ 40 ກິໂລ ແລະ ພວກມັນກິນພືດເປັນອາຫານ ໂດຍສະເພາະປະເພດຫຍ້າ.

ແຕ່ສິ່ງທີ່ເຮັດໃຫ້ວອມແບັດແຕກຕ່າງໄປຈາກສັດໂຕອື່ນແບບບໍ່ຄືໃຜ ນັ້ນແມ່ນ ມູນຂອງມັນມີຮູບຊົງເປັນກ້ອນສີ່ຫຼ່ຽມ. ທີ່ເປັນແບບນັ້ນ ບໍ່ແມ່ນຍ້ອນວ່າ ຮູທະວານຂອງມັນເປັນສີ່ຫຼ່ຽມ ແຕ່ຍ້ອນວ່າ ມັນເກີດຂຶ້ນຕັ້ງແຕ່ຢູ່ໃນລຳໄສ້ແລ້ວ ຈາກການບີບຕົວ ແລະ ແຮງອັດຂອງລຳໄສ້ ເຮັດໃຫ້ເສດອາຫານປ່ຽນສະພາບຈາກຂອງແຫຼວເປັນຂອງແຂງ, ເຊິ່ງໃນໄລຍະນີ້ກ້ອນມູນຈະມີຮູບຊົງເປັນກ້ອນສີ່ຫຼ່ຽມ ມີຂະໜາດປະມານ 2 ຊັງຕີແມັດ, ເພາະລຳໄສ້ຂອງວອມແບັດຢືດຫົດບໍ່ເທົ່າກັນ ແຕກຕ່າງຈາກລຳໄສ້ຂອງສັດອື່ນໆ, ບວກກັບສະພາບແວດລ້ອມທີ່ພວກມັນອາໄສຢູ່ມີຄວາມແຫ້ງແລ້ງ ຈຶ່ງເຮັດໃຫ້ມູນຂອງພວກມັນແຂງ.

ພວກມັນໃຊ້ເວລາດົນເຖິງ 2 ອາທິດ ໃນການຍ່ອຍອາຫານ ແລະ ຖ່າຍມູນຕົກເທື່ອລະ 80-100 ກ້ອນຕໍ່ຄືນ. ນອກຈາກນີ້ ພວກມັນຍັງໃຊ້ມູນໃນການສື່ສານກັບວອມແບັດຕົວອື່ນ ໂດຍການຖ່າຍມູນຖິ້ມໄວ້ບ່ອນຕ່າງໆອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/