ວັນທີ 22 ຕຸລາ ວັນວອມແບັດ (Wambat Day)


ວອມແບັດ (Wombat) ສັດລ້ຽງລູກດ້ວຍນ້ຳນົມ ເປັນສັດທີ່ມີກະເປົາໜ້າທ້ອງຄືກັບຈິງໂຈ້ ມີຮູບຮ່າງໜ້າຕາໜ້າຮັກ ຂະໜາດຕົວເມື່ອເຕີບໃຫຍ່ແມ່ນ ຍາວປະມານ 1 ແມັດ, ນ້ຳໜັກເກືອບ 40 ກິໂລ ແລະ ກິນພືດເປັນອາຫານ ພົບໄດ້ໃນປະເທດອອສເຕເລຍທາງໃຕ້ ແລະ ທັສມາເນຍເທົ່ານັ້ນ. ວັນທີ 22 ຕຸລາ ຂອງແຕ່ລະປີຈະເປັນວັນວອມແບັດ ຫຼື Wombat Day ເຊິ່ງເປັນວັນພັກ (ແບບບໍ່ເປັນທາງການ) ຂອງປະເທດອອສເຕເລຍອີກດ້ວຍ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/