WHO ເຕືອນ ໂຄວິດ-19 ອາດລະບາດຍາວໄປຈົນຮອດປີ 2022 ເນື່ອງຈາກປະເທດທຸກຍາກບໍ່ສາມາດເຂົ້າເຖິງວັກຊີນໄດ້ຕາມຄວາມຕ້ອງການ


ການລະບາດຂອງພະຍາດໂຄວິດ-19 ອາດຈະຈົບລົງບໍ່ງ່າຍໂດຍສາເຫດຫຼັກທີ່ເຮັດໃຫ້ເປັນແບບນີ້ ເພາະວ່າການແຈກຢາຍວັກຊີນທີ່ມີຄວາມເລື່ອມລ້ຳກັນລະຫວ່າງປະເທດຮັ່ງມີ ແລະ ປະເທດທຸກຍາກ.

“ການລະບາດໃຫຍ່ຂອງ ໂຄວິດ-19 ຈະແກ່ຢາວໄປອີກເປັນປີ ດົນກວ່າທີ່ມັນຄວນຈະເປັນ ເນື່ອງຈາກປະເທດທຸກຍາກ ບໍ່ສາມາດສັກວັກຊີນທີ່ພວກເຂົາຕ້ອງການໄດ້” ທ່ານ ດຣ.ບຣູ໊ຊ ເອລວາດ (Bruce Aylward) ຜູ້ນຳລະດັບສູງຂອງອົງການອະນາໄມໂລກ ໄດ້ອອກມາເຕືອນເຖິງບັນຫາຄວາມເລື່ອມລ້ຳທາງວັກຊີນ ເຊິ່ງຈະສົ່ງຜົນໃຫ້ບໍ່ພຽງແຕ່ປະເທດທຸກຍາກ ແຕ່ເກືອບທຸກປະເທດທົ່ວໂລກ ຈະພົບກັບການລະບາດຂອງ ໂຄວິດ-19 ເຊິ່ງອາດຈະ “ແກ່ຍາວໄປຮອດປີ 2022 ຢ່າງງ່າຍດາຍ”.

ຈາກສະຖິຕິຂອງອົງກອນອະນາໄມໂລກເປີດເຜີຍວ່າ ມີປະຊາກອນໃນທະວີບແອຟຣິກາ ຕໍ່າກວ່າ 5% ທີ່ໄດ້ຮັບການສັກວັກຊີນແລ້ວ ເຊິ່ງຕ່າງຈາກປະເທດອື່ນໆທີ່ປະຊາກອນໂດຍສະເລ່ຍ 40 % ແມ່ນໄດ້ຮັບວັກຊີນແລ້ວ. ດ້ວຍເຫດນີ້ ອົງການອະນາໄມໂລກຈຶ່ງອອກມາຮຽກຮ້ອງໃຫ້ປະເທດທີ່ຮັ່ງມີ ຍົກເລີກການຈອງວັກຊີນຂອງຕົນເອງ ເພື່ອໃຫ້ບໍລິສັດທີ່ຜະລິດວັກຊີນ ສາມາດຈັດສົ່ງວັກຊີນໄປໃຫ້ປະເທດທຸກຍາກໄດ້ຮັບວັກຊີນກ່ອນ.

ການສັກວັກຊີນໂຄວິດ-19 ສ່ວນໃຫຍ່ໃນໂລກ ເກີດຂຶ້ນໃນປະເທດທີ່ຮັ່ງມີເປັນຫຼັກ ໂດຍການສັກວັກຊີນ 2.6% ຂອງໂລກເກີດຂື້ນໃນທະວີບແອຟຣິກາ ເຊິ່ງຖືວ່າເປັນຈຳນວນຕົວເລກທີ່ຕໍ່າຫຼາຍ. ເຖິງແມ່ນວ່າປະເທດຮັ່ງມີຫຼາຍປະເທດ ໄດ້ເຮັດຂໍ້ຕົກລົງກັບ COVAX ໃນການຈັດຫາວັກຊີນເຂົ້າໂຄງການ ແຕ່ປະເທດເຫຼົ່ານີ້ເລືອກທີ່ຈະເຮັດສັນຍາທະວີພາຄີ ເພື່ອຊື້ວັກຊີນຈາກບໍລິສັດຜະລິດວັກຊີນໂດຍກົງ ເພື່ອຈອງວັກຊີນ ແລະ ນຳມາໃຊ້ໃນປະເທດຂອງຕົນເອງກ່ອນ.

ກ່ອນໜ້ານີ້ອົງກອນອະນາໄມໂລກເຄີຍຄາດການເອົາໄວ້ວ່າ ການລະບາດຂອງໂຄວິດ-19 ອາດຈະຢຸດລົງໃນໄລຍະຕົ້ນປີ 2022 ແຕ່ຕອນນີ້ພວກເຂົາຄິດວ່າການລະບາດອາດຈະແກ່ຢາວໄປອີກຕະຫຼອດປີ 2022 ຫາກການສັກວັກຊີນໃນພາບລວມລະດັບໂລກຍັງເຕັມໄປດ້ວຍຄວາມເລື່ອມລໍ້າລະຫວ່າງປະເທດຮັ່ງມີ ກັບປະເທດທຸກຍາກ.

ໂລກຂອງເຮົາອາດຈະບໍ່ສາມາດຢຸດການແຜ່ລະບາດຂອງໂຄວິດ-19 ໄດ້ ຖ້າຫາກບໍ່ມີການສັກວັກຊີນທີ່ຄອບຄຸມປະຊາກອນໂລກທຸກຄົນ ແລະ ການສັກວັກຊີນໃນພື້ນທີ່ໃດພື້ນທີ່ໜຶ່ງ ບໍ່ໄດ້ຮັບປະກັນວ່າປະເທດນັ້ນໆ ຈະປອດໄພຈາກໂຄວິດ-19 ໂດຍສະເພາະໃນຍຸກສະໄໝທີ່ບັນດາປະເທດໃນໂລກ ກ້າວເຂົ້າສູ່ຄວາມສຳພັນ ແລະ ການຄົມມະນາຄົມແບບໄຮ້ພົມແດນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/