ຈັກກະວານທີ່ຄົນເຮົາອາໄສຢູ່ ອາດຖືກສ້າງຂຶ້ນໃນຫ້ອງທົດລອງຂອງສິ່ງທີ່ມີຊີວິດຂັ້ນສູງ!


ທີ່ຜ່ານມານັກວິທະຍາສາດໄດ້ສະເໜີທິດສະດີກຳເນີດຈັກກະວານເອົາໄວ້ຫຼາຍທິດສະດີ ໂດຍໜຶ່ງໃນນັ້ນຄືທິດສະດີທີ່ວ່າ “ຈັກກະວານຂອງເຮົາອາດຈະຖືກສ້າງຂຶ້ນຜ່ານຫ້ອງທົດລອງ ໂດຍແມ່ນສີມືຂອງສິ່ງທີ່ມີຊີວິດຂັ້ນສູງບາງຢ່າງ ແລະ ນັກວິທະຍາສາດຈາກມະຫາວິທະຍາໄລ ຮາວາດ (Havard) ຄົນໜຶ່ງເຫັນວ່າທິດສະດີອາດຈະເປັນຈິງ.

ທ່ານ ອາວີ ໂລບ (Avi Loeb) ນັກວິທະຍາສາດອະດີດຜູ້ອຳນວຍການພາກວິຊາອະວະກາດຂອງມະຫາວິທະຍາໄລ ຮາວາດ ໄດ້ອອກມາຂຽນບົດຄວາມທິດສະດີໃໝ່ວ່າ ຈັກກະວານຂອງເຮົາອາດຈະຖືກສ້າງໂດຍ ເທັກໂນໂລຢີຂັ້ນສູງ ໃນຫ້ອງທົດລອງ ໂດຍຖ້າຂໍ້ສະເໜີລາວເປັນຄວາມຈິງມັນອາດຈະກົງກັບແນວຄິດທາງສາສະໜາທີ່ວ່າ ໂລກແລະຈັກກະວານຂອງເຮົາມີຜູ້ສ້າງ ຫຼືກົງກັບແນວຄິດຂອງຄົນທີ່ບໍ່ເຊື່ອໃນພະເຈົ້າວ່າ ມັນເປັນແຮງດຶງດູດຂອງຄວັນຕຳ (Quantum).

ທ່ານ ອາວີ ໂລບ ຍັງໄດ້ສະເໜີອີກວ່າ: “ເນື່ອງຈາກຈັກກະວານຂອງເຮົາມີຮູບຊົງແບນ ເຊິ່ງມີພະລັງງານເປັນສູນ ອາລະຍະທຳຂັ້ນສູງຈຶ່ງສາມາດພັດທະນາເທັກໂນໂລຢີ ເພື່ອສ້າງຈັກກະວານເດັກອ່ອນ (Baby universe) ຂຶ້ນມາ ຈາກຄວາມວ່າງເປົ່າໂດຍຜ່ານອຸໂມງ Quantum” ທັງນີ້ ສິ່ງທີ່ມີຊີວິດທີ່ມີເທັກໂນໂລຢີຂັ້ນສູງເຫຼົ່ານີ້ ມີລະບົບທີ່ກ້າວໜ້າກວ່າມະນຸດເຮົາຫຼາຍເທົ່າ. ທ່ານ ໂລບ ຍັງໄດ້ບອກອີກວ່າຖ້າຈັດແບ່ງຊົນຊັ້ນ ຄົນເຮົາອາດຈະຢູ່ພຽງແຕ່ຊັ້ນ C ເທົ່ານັ້ນ ຫຼື ຕ້ອງເພິ່ງພາດວງດາວຫຼັກຂອງລະບົບສຸລິຍະຈັກກະວານ.

ແລ້ວເປັນຫຍັງຄົນຄືເຮົາຈຶ່ງບໍ່ສາມາດສ້າງຈັກກະວານເອງໄດ້? ທ່ານ ໂລບ ກ່າວວ່າມັນມີອຸປະສັກຈຳນວນຫຼາຍ ທີ່ເຮັດໃຫ້ເຮົາບໍ່ມີຄວາມສາມາດທຽບເທົ່າສິ່ງທີ່ມີຊີວິດຂັ້ນສູງ ເພາະເຮົາບໍ່ມີຄວາມສາມາດໃນກາດສ້າງ “ພະລັງງານມືດທີ່ມີຄວາມໜາແໜ້ນຫຼາຍພໍໃນພື້ນທີ່ຂະໜາດນ້ອຍ” ເຊິ່ງເປັນຄວາມສາມາດທີ່ເຮັດໃຫ້ສິ່ງທີ່ມີຊີວິດຊັ້ນ A ສ້າງຈັກກະວານຂຶ້ນມາໄດ້.

ຢ່າງໃດກໍຕາມ ທ່ານ ໂລບ ກ່າວເສີມວ່າ ບາງເທື່ອມະນຸດຄືເຮົາອາດຈະເປັນສິ່ງທີ່ມີຊີວິດຊັ້ນ D ກໍເປັນໄປໄດ້ ເພາະວ່າພວກເຮົາທຳລາຍທຳມະຊາດເຊິ່ງເປັນແຫຼ່ງທີ່ຢູ່ອາໄສຂອງພວກເຮົາເອງ ແລະ ຂັບເຄື່ອນເທັກໂນໂລຢີທີ່ສົ່ງຜົນເສຍຕໍ່ທີ່ຢູ່ອາໄສຂອງພວກເຮົາເອງ ເຊິ່ງຕ່າງຈາກສິ່ງທີ່ມີຊີວິດຊັ້ນ A ແລະ B ທີ່ບໍ່ຕ້ອງເພິ່ງພາດວງດາວຫຼັກໃນລະບົບຈັກກະວານຂອງພວກເຂົາ ແລະ ສາມາດສ້າງຈັກກະວານຂຶ້ນມາເອງໄດ້.

ຫຼັງຈາກທີ່ໄດ້ອ່ານ ພວກທ່ານມີຄວາມຄິດເຫັນແນວໃດກັບທິດສະດີດັ່ງກ່າວ ພວກທ່ານຄິດວ່າເປັນຄວາມຈິງຫຼືບໍ່? ແລ້ວຖ້າມັນເປັນຄວາມຈິງ ຈັກກະວານຂອງເຮົາອາດຈະເປັນສິ່ງທົດລອງຂອງສິ່ງທີ່ມີຊີວິດຂັ້ນສູງ ແລະ ພວກເຮົາເອງກໍອາດຈະເປັນພຽງແຕ່ໜູທົດລອງເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/