Lisa ທຳລາຍສະຖິຕິໂລກ! ກາຍເປັນສິລະປິນຍິງດ່ຽວທີ່ມີຍອດວິວ YouTube ສູງສຸດໃນ 24 ຊົ່ວໂມງ


ປະຕິເສດບໍ່ໄດ້ເລີຍວ່າກະແສຂອງ Lisa ໄດ້ຖືກເວົ້າເຖິງຢ່າງກວ້າງຂວາງ ຫຼັງຈາກທີ່ໄດ້ປ່ອຍອາລະບ້ຳດ່ຽວທຳອິດຂອງຕົນເອງພ້ອມເພງຕິດຫູຢ່າງ LALISA ເຊິ່ງທັນທີທີ່ປ່ອຍຕົວເອັມວີອອກມາ ກໍໄດ້ມີຄົນໃຫ້ຄວາມສົນໃຈເພີ່ມຂຶ້ນ ຈົນໄດ້ກາຍເປັນແຟນຄລັບສິລະປິນ. ແນ່ນອນວ່າດ້ວຍຄວາມໂດ່ງດັງຂະໜາດນີ້ ຜົນງານຂອງ Lisa ກໍໄດ້ທຳລາຍສະຖິຕິຢ່າງຫຼວງຫຼາຍ ເຊິ່ງຫຼ້າສຸດກໍໄດ້ສ້າງສະຖິຕິໃນ Guinness World Records ເປັນທີ່ຮຽບຮ້ອຍ.

BLACKPINK’s Lisa Officially Breaks 2 Guinness World Records With Solo Debut Track “LALISA”

ເພງ LALISA ເພງຫຼັກຈາກອາລະບ້ຳດ່ຽວທຳອິດຂອງ Lisa ຈາກວົງເຄປັອບຊື່ດັງຢ່າງ BLACKPINK ໄດ້ເປີດຕົວມື້ທຳອິດລົງຊ່ອງທາງ YouTube ໃນວັນທີ 10 ເດືອນກັນຍາ ປີ 2021. ວິນາທີທີ່ໄດ້ເປີດຕົວນັ້ນກໍສັ່ນສະເທືອນວົງການເພງທົ່ວໂລກ, ບໍ່ວ່າຈະຍ່າງໄປໃສກໍຈະໄດ້ຍິນໄດ້ເຫັນຄົນຮ້ອງ ແລະ ເຕັ້ນຕາມເພງ LALISA ພາຍໃນມື້ທີ່ປ່ອຍເພງໂລດ. ນອກຈາກຈະສ້າງກະແສແລ້ວ, ຕົວເພງຍັງທຳລາຍສະຖິຕິຍິ່ງໃຫຍ່ໃນ YouTube ເຊັ່ນການມີຍອດເຂົ້າຮັບຊົມສູງທີ່ສຸດພາຍໃນເວລາ 24 ຊົ່ວໂມງ ດ້ວຍຈຳນວນ 73.6 ລ້ານວິວ, ແຊງເຈົ້າຂອງອັນດັບໜຶ່ງຢ່າງ Taylor Swift ທີ່ເຄີຍໄດ້ຍອດເຂົ້າຊົມ 65.2 ລ້ານໃນ 24 ຊົ່ວໂມງ. ດ້ວຍສະຖິຕິດັ່ງກ່າວ, ທາງ Guinness World Records ໄດ້ບັນທຶກມັນລົງພ້ອມປະກາດວ່າເພງ LALISA ເປັນເພງທີ່ໄດ້ຍອດເຂົ້າຊົມຂອງສິລະປິນດ່ຽວທີ່ສູງທີ່ສຸດພາຍໃນເວລາ 24 ຊົ່ວໂມງ.

Lisa ເປັນສະມາຊິກຄົນທີ 3 ຈາກທັງໝົດ 4 ຄົນໃນວົງ BLACKPINK ທີ່ໄດ້ອອກອາລະບ້ຳດ່ຽວ. ແຕ່ດ້ວຍດີກຣີຄວາມແຮງຂອງທຸກຄົນ, ອາລະບ້ຳດ່ຽວຂອງພວກເຂົາຕ່າງກໍໄດ້ຮັບຄວາມນິຍົມໄປທົ່ວ. ເຊັ່ນ Rosé ທີ່ປ່ອຍອາລະບ້ຳດ່ຽວກ່ອນໜ້ານີ້ ກໍໄດ້ເປັນສິລະປິນດ່ຽວທຳອິດທີ່ໄດ້ຕິດ Chart ລະດັບໂລກເຊັ່ນ Billboard Global Chart. ໃນອະນາຄົດອັນໃກ້ກໍຈະໄດ້ມີອາລະບ້ຳດ່ຽວຂອງ Jisoo ທີ່ເປັນເອື້ອຍໃຫຍ່ຂອງວົງ. ເຮົາມາຖ້າເບິ່ງກັນດີກວ່າວ່າ BLACKPINK ຈະທຳລາຍສະຖິຕິໃດເພີ່ມອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/