“GTO” ມັງງະທີ່ຄຳວ່າຄູ ຈະບໍ່ແມ່ນແຕ່ຜູ້ທີ່ໃຫ້ຄວາມຮູ້ເທົ່ານັ້ນ


ກ້າວເຂົ້າສູ່ເດືອນແຫ່ງວັນຄູ ຫຼາຍໆຄົນກໍອາດຈະນຶກເຖິງຄູ ຫຼື ອາຈານຫຼາຍໆຄົນທີ່ເຄີຍສອນເຮົາມາ ຫຼື ຫຼາຍໆຄົນກໍອາດຈະນຶກເຖິງອາຈານໃນອຸດົມຄະຕິທີ່ຢາກຈະໃຫ້ມີແບບນີ້ໃນໂຮງຮຽນຈັກຄົນ 1, ຢ່າງເຊັ່ນໃນມັງງະເລື່ອງ Great Teacher Onizuka ຫຼື GTO ກັບອາຈານ ໂອນິຊູກະ ທີ່ບໍ່ໄດ້ມີດີແຕ່ການເປັນອາຈານເທົ່ານັ້ນ.

Great Teacher Onizuka ຫຼື GTO ເປັນມັງງະໃນຕຳນານທີ່ຫຼາຍໆຄົນອາດຈະເຄິຍໄດ້ຍິນຊື່ື ຫຼື ເຄີຍເຫັນຜ່ານໆຕາມາແລ້ວ ເປັນຜົນງານຂຽນ ແລະ ແຕ້ມຂອງອາຈານ Tooru Fujisawa (ໂທຣຸ ຟູຈິຊາວະ) ທີ່ໄດ້ຖືກຈັດພິມໃນປີ 1997 ຈົນຮອດປີ 2002 ໃນວາລະສານ Weekly Shonen Magazine ໃນເຄືອຂອງ Kodansha.

ເນື້ອເລື່ອງໂດຍຫຍໍ້ຂອງ GTO ແມ່ນເວົ້າເຖິງຜູ້ຊາຍໄວໜຸ່ມທີ່ຊື່ວ່າ Eikichi Onizuka ອະດີດນັກເລງທີ່ມື້ໜຶ່ງຕ້ອງໄດ້ກາຍມາເປັນອາຈານໃນໂຮງຮຽນມັດທະຍົມ ແລະ ໄດ້ພົບກັບນັກຮຽນຫຼາຍຮູບແບບທີ່ຕົວລາວຕ້ອງຮັບມື ພ້ອມທັງສອນບົດຮຽນນອກຈາກຕຳລາຮຽນໃຫ້ແກ່ພວກເຂົາ.

ຕົວມັງງະ ຫຼື Anime ຂອງ GTO ໄດ້ຖ່າຍທອດເລື່ອງລາວຂອງຄຳວ່າ ຄູ ຫຼື ອາຈານ ທີ່ມີມຸມມອງ ແລະ ຄວາມສຳພັນຕໍ່ກັບນັກຮຽນຂອງຕົນ ບໍ່ແມ່ນເປັນພຽງແຕ່ຜູ້ສິດສອນບົດຮຽນ ແລະ ຮັບເອົາ ແຕ່ກັບເປັນເລື່ອງມິດຕະພາບແບບບໝູ່, ອ້າຍ, ຄົນໃນຄອບຄົວ ທີ່ດູແລທັງຢູ່ໃນ ແລະ ນອກຮົ້ວໂຮງຮຽນ ໂດຍທີ່ບັນຫາຕ່າງໆທີ່ເກີດຂຶ້ນໃນເລື່ອງກໍໄດ້ສະແດງອອກຜ່ານນັກຮຽນແຕ່ລະຄົນທີ່ເຮົາມັກຈະພົບເຫັນໄດ້ໃນສັງຄົມທົ່ວໄປ, ບາງຄົນມີຄວາມຝັນ ແຕ່ບໍ່ຖືກຍອມຮັບຈາກຄອບຄົວ, ບາງຄົນຮຽນເກັ່ງແຕ່ໂດດດ່ຽວ ແຕ່ສິ່ງທີ່ເຂົາຕ້ອງການ ກັບເປັນພຽງໝູ່ ແລະ ອີກຫຼາຍໆບັນຫາ ເຊິ່ງຕົວ ຂອງ ອາຈານ Eikichi Onizuka ກໍຈະເປັນຄົນທີ່ມາຊ່ວຍແກ້ໄຂບັນຫາ ແລະ ໃຫ້ກຳລັງໃຈແກ່ນັກຮຽນຂອງລາວ.

ມັງງະ GTO ປະກອບມີ 208 ຕອນ ແລະ ຮວມໄດ້ 25 ເຫຼັ້ມ, ເຊິ່ງກໍໄດ້ຮັບຄວາມນິຍົມຫຼາຍຈົນໄດ້ຮັບການນຳມາດັດແປງເປັນຮູບເງົາຄົນສະແດງ ໃນປີ 1998 ແລະ ໄດ້ນຳມາເຮັດເປັນອະນິແມະ ໃນປີ 1999, ນອກຈາກນັ້ນຍັງໄດ້ຖືກນຳມາເຮັດເປັນ TV Series 12 ຕອນໃນປີ 2012 ອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/