WHO ວາງເປົ້າໝາຍໃຫ້ 40% ຂອງປະຊາກອນແຕ່ລະປະເທດ ໄດ້ຮັບວັກຊີນຕ້ານໂຄວິດ ໃນທ້າຍປີ 2021


ໃນວັນພະຫັດທີ່ຜ່ານມາ ອົງການອະນາໄມໂລກ ຫຼື WHO ໄດ້ປະກາດກ່ຽວກັບ ໂຄງການສັກວັກຊີນໃຫ້ປະຊາກອນຂອງແຕ່ລະປະເທດ ເພື່ອຕ້ານກັບພະຍາດໂຄວິດ-19 ໂດຍຕັ້ງເປົ້າໝາຍຈະໃຫ້ 40% ຂອງປະຊາກອນທຸກປະເທດ ໄດ້ຮັບວັກຊີນກ່ອນທ້າຍປີ 2021 ແລະ 70% ພາຍໃນກາງປີ 2022 ໂດຍໃຫ້ບູລິມະສິດການຈັດສົ່ງວັກຊີນໃຫ້ແກ່ບັນດາປະເທດທີ່ມີລາຍຮັບຕໍ່າ ໂດຍສະເພາະ ບັນດາປະເທດໃນທະວີບອາຟຣິກາ.

ທ່ານ Tedros Adhanom Ghebreyesus, Director-general ຂອງ WHO ໄດ້ກ່າວຕໍ່ສື່ວ່າ ການຈະບັນລຸເປົ້າໝາຍທີ່ຕັ້ງໄວ້ນັ້ນ ຈຳເປັນຕ້ອງໃຊ້ວັກຊີນ ຢ່າງໜ້ອຍ 11 ຕື້ໂດສ, ເຊິ່ງບັນຫາບໍ່ແມ່ນການສະໜອງວັກຊີນ ແຕ່ແມ່ນການຈັດສັນວັກຊີນຫຼາຍກວ່າ ເພາະວ່າ ປັດຈຸບັນ ໃນທົ່ວໂລກ ສາມາດຜະລິດວັກຊີນໄດ້ 1.5 ຕື້ໂດສ ຕໍ່ເດືອນ. ສະນັ້ນ ມັນຈຶ່ງພຽງພໍເພື່ອຕອບສະໜອງຕໍ່ຄວາມຕ້ອງການ ບົນພື້ນຖານການແຈກຢາຍທີ່ເທົ່າທຽມກັນ.

ຕາມການບັນທຶກຂອງ WHO ໄດ້ໃຫ້ຮູ້ວ່າ ໃນທົ່ວໂລກ ມີການສັກວັກຊີນຕ້ານພະຍາດໂຄວິດ-19 ຫຼາຍກວ່າ 6.4 ຕື້ໂດສ ແລະ 1/3 ຂອງປະຊາກອນໂລກໄດ້ຮັບວັກຊີນຕ້ານໂຄວິດ-19 ຄົບຖ້ວນສົມບູນແລ້ວ. ເຖິງຢ່າງໃດກໍຕາມ, ປະເທດທີ່ມີລາຍໄດ້ໜ້ອຍກໍຍັງໄດ້ຮັບວັກຊີນໜ້ອຍກວ່າໜຶ່ງເປີເຊັນຂອງວັກຊີນໂລກ. ໃນທະວີບອາຟຣິກາ ມີ ປະຊາກອນ ໜ້ອຍກວ່າ 5% ທີ່ຮັບວັກຊີນຄົບ.

ໃນຕົ້ນປີນີ້, ອົງການອະນາໄມໂລກໄດ້ຕັ້ງເປົ້າໝາຍໃຫ້ 10% ຂອງປະຊາກອນທັງໝົດໃນແຕ່ລະປະເທດ ຕ້ອງໄດ້ຮັບວັກຊີນ ໂດຍໃຫ້ສຳເລັດ ກ່ອນເດືອນກັນຍາ ແຕ່ມີ 56 ປະເທດບໍ່ສາມາດເຮັດໄດ້.

ຄວາມບໍ່ເທົ່າທຽມກັນໃນການໄດ້ຮັບວັກຊີນແມ່ນມິດສະຫາຍຕົວດີຂອງໂຣກລະບາດໂຄວິດ-19. ແຕ່ຍ້ອນມີການແບ່ງປັນວັກຊີນ, ການແລກປ່ຽນ, ການຖ່າຍທອດເທັກໂນໂລຢີ ແລະ ຄວາມພະຍາຍາມອື່ນໆ ເຮັດໃຫ້ສາມາດຫຼຸດຜ່ອນການເສຍຊີວິດ ແລະ ຫຼຸດຜ່ອນຄວາມເຈັບປວດໄດ້, ປ້ອງກັນບໍ່ໃຫ້ລະບົບສາທາລະນະສຸກຫຼົ້ມ, ສາມາດໃຫ້ສັງຄົມ ແລະ ເສດຖະກິດກັບມາເຄື່ອນໄຫວ ແລະ ຫຼຸດຜ່ອນຄວາມສ່ຽງການເກີດມີສາຍພັນໃໝ່ຂຶ້ນ, ກ່າວໂດຍ ທ່ານ Antonio Guterres, UN Secretary-General.

ສຳລັບ ສປປ ລາວ ມາຮອດວັນທີ 07 ຕຸລາ 2021 ແມ່ນໄດ້ຮັບວັກຊີນຄົບຖ້ວນ ຫຼື ຄົບ 2 ເຂັມ ແລ້ວ ຈຳນວນ 2.164.411 (ຄົນ) ແລະ ໄດ້ຮັບວັກຊີນເຂັມ 1 ແລ້ວ ມີ 3.034.982 (ຄົນ) ອີງຕາມໜ້າຂ່າວຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວມຄຸມ ແລະ ແກ້ໄຂການລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/