ສຸດໜ້າຮັກ! ເມື່ອຍີ່ປຸ່ນຄົ້ນພົບ ໄອໂຊພອດ ທີ່ມີຮູບຮ່າງຄ້າຍຄືກັບ ຊູຊິແຊລມອນ


ຖ້າເຈົ້າບັງເອີນເຫັນນ້ອງໂຕນີ້ຢູ່ໃນທະເລແລ້ວຢ່າຫຼົງຄິດວ່ານ້ອງເປັນຊູຊິແຊລມອນເດີ ເພາະນ້ອງເປັນໄອໂຊພອດທີ່ມີຄວາມມຸ໊ງມິ໊ງແລະໜ້າຮັກທີ່ສຸດ. ໂດຍໄອໂຊພອດ (Isopods) ໂຕນີ້ຖືກຄົ້ນພົບໃນຄວາມເລິກ 2,400- 2,600 ຟຸດ ທີ່ເມືອງຊາຍຝັ່ງໃນ Hokkaido ປະເທດຍີ່ປຸ່ນ.

ຕອນນີ້ນ້ອງກໍໄດ້ຖືກຍ້າຍໄປ ພິພິທະພັນສັດນ້ຳ Aquamarine Fukushima ແລ້ວ ແລະ ໄດ້ກາຍເປັນດາວດັງຂອງບ່ອນນັ້ນ ຍ້ອນຄວາມເປັນເອກະລັກສະເພາະໂຕຂອງນ້ອງທີ່ມີທ້ອງສີຂາວຄ້າຍຄືກັບເຂົ້າ ສ່ວນດ້ານເທິງເປືອກມີລັກສະນະຍາວ, ແບນ ສີສັນຄ້າຍຄືຕ່ອນປາແຊລມອນທີ່ພວກເຮົາຄຸ້ນຕາເຫັນໃນ ຊູຊິແຊລມອນ.

ໂດຍທົ່ວໄປ ໄອໂຊພອດ ເປັນສັດຈຳພວກ ຄຣັສເຕຊຽນ (Crustacean) ເຊັ່ນດຽວກັນກັບກຸ້ງ, ກັ້ງ, ປູ. ແຕ່ໄອໂຊພອດໂຕນີ້ຈະເປັນ ໄອໂຊພອດ ຕະກຸນ Rocinela ທີ່ບໍ່ໄດ້ກິນຊາກສັດ ຫຼື ຊ່ວຍຍ່ອຍສະຫຼາຍສັດທີ່ຕາຍແລ້ວຄືກັນກັບໄອໂຊພອດທົ່ວໄປ. Rocinela ຈະເປັນປໍລະສິດຈຳພວກທີ່ອາໄສຢູ່ເທິງຫຼັງຫຼືອະໄວຍະພາຍໃນຂອງສັດທະເລແທນ. ປົກກະຕິແລ້ວ Rocinela ສ່ວນໃຫຍ່ຈະມີສີທີ່ເຂັ້ມແລະມືດ ຜູ້ດູແລພິພິທະພັນຄາດເດົາວ່າໄອໂຊພອດທີ່ມີສີເປັນແບບນີ້ເພາະວ່າມັນອາໄສຢູ່ເທິງສັດໂຕອື່ນມາດົນ ແລະ ດຶງສານອາຫານຈາກປາມາເປັນຈຳນວນຫຼາຍ ສີຂອງປາທີ່ນ້ອງໄປອາໄສຢູ່ອາດຖືກສົ່ງມາຜ່ານໂຕນ້ອງແລ້ວເຮັດໃຫ້ນ້ອງມີສີສົ້ມແບບນີ້.

Mai Hibino ຜູ້ດູແລພິພິທະພັນ ກ່າວວ່າ “ພວກເຮົາກໍຍັງບໍ່ຮູ້ວ່າມັນອາໄສຢູ່ເທິງປາສາຍພັນຫຍັງຈຶ່ງເຮັດໃຫ້ມັນໜ້າຕາຄ້າຍຄືປາດິບແບວນີ້” ແຕ່ດ້ວຍຄວາມຍາວຂອງນ້ອງມີພຽງ 1ນິ້ວເທົ່ານັ້ນ ຄາດວ່ານ້ອງຈະສາມາດອາໄສຢູ່ເທິງໂຕປາໄດ້ຫຼາຍຊະນິດຢ່າງງ່າຍດາຍແນ່ນອນ.

ແຕ່ສິ່ງທີ່ໜ້າຕົກໃຈເທົ່າໆ ກັບນ້ອງໄອໂຊພອດທີ່ມີໜ້າຕາຄ້າຍຄືຊູຊິນີ້ ກໍຄື ຄວາມແຕກຕ່າງຂອງໄອໂຊພອດທີ່ມີກວ່າ 10,000 ສາຍພັນ ທີ່ລ້ວນກິນອາຫານ, ມີແຫຼ່ງທີ່ຢູ່ອາໄສ ແລະ ຂະໜາດແຕກຕ່າງກັນອອກໄປຢ່າງຫຼວງຫຼາຍ. ນອກຈາກນີ້ ໃນປີ 2020 ງານວິໄຈໃນວາລະສານເຄີຍເລົ່າເຖິງໄອໂຊພອດທີ່ມີຂະໜາດໃຫຍ່ທີ່ສຸດເທົ່າທີ່ເຄີຍພົບມາ ເຊິ່ງມັນມີຂະໜາດເທົ່າກັບລູກໝາ ແລະ ມີເປືອກດ້ານນອກ ທີ່ແນມເບິ່ງໄກໆ ແລ້ວຄ້າຍຄືກັບ Darth Vader ຈາກຮູບເງົາ ເລື່ອງ Star Wars, ມັນຈຶ່ງໄດ້ຮັບສາຍາວ່າ Darth Vader of the Seas.

ຮູບ ໄອໂຊພອດ ທີ່ໄດ້ຮັບ ສາຍາວ່າ Darth Vader

ນອກຈາກໄອໂຊພອດທີ່ເຮົາບໍ່ຄຸ້ນຊື່ແລ້ວ ໃນທະເລຍັງມີສັດແປກໆອີກຫຼາຍສາຍພັນທີ່ເຮົາບໍ່ເຄິຍເຫັນມາກ່ອນ. ຖ້າເຮົາຢາກເຫັນສິ່ງທີ່ແປກໃໝ່ເຮົາຕ້ອງຮ່ວມໃຈກັນປົກປັກຮັກສາລະບົບນິເວດໃນທະເລໃຫ້ຄົງສະພາບເດີມ ແລ້ວມັນກໍຈະສົ່ງຜົນດີໃຫ້ແກ່ບັນດາສັດນ້ຳສາມາດອາໄສ ແລະ ຂະຫຍາຍພັນໄດ້ຕໍ່ໄປ ພ້ອມທັງເປັນການດີໃນການຟື້ນຟູຊັບພະຍາກອນທະເລອີກພ້ອມ.

ຂອບໃຈຂໍ້ມູນຈາກ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/