ຮາງວັນໂນເບລປີ 2021 ສາຂາວັນນະກຳ ຕົກເປັນຂອງ Abdulrazak Gurnah


ຜ່ານໄປແລ້ວກັບ 3 ຮາງວັນກ່ອນໜ້າບໍ່ວ່າຈະເປັນສາຂາການແພດ, ຟິສິກ ແລະ ເຄມີ. ໃນວັນພະຫັດທີ່ຜ່ານ ມາທາງຄະນະກຳມະການຈາກສະຖາບັນສະວີເດນກໍໄດ້ປະກາດຜູ້ຊະນະຮາງວັນໂນເບລທີ 4 ຂອງປີ 2021 ສາຂາວັນນະກຳແມ່ນໄດ້ແກ່ນັກຂຽນ Abdulrazak Gurnah

.

Abdulrazak Gurnah ເກີດເມື່ອປີ 1948, ລາວເຕີບໃຫຍ່ມາໃນເກາະ Zanzibar ທີ່ນອນຢູ່ໃນມະຫາສະໝຸດອິນເດຍ ແຕ່ກໍໄດ້ອົບພະຍົບໄປປະເທດອັງກິດໃນຖານະຜູ້ລີ້ໄພ. ໃນໄລຍະທີ່ຕົນເອງໄດ້ຢູ່ອັງກິດກໍໄດ້ຜະລິດຜົນງານວັນນະກຳອອກມາຫຼາຍເຖິງ 10 ເລື່ອງ ແລະ ຍັງມີເລື່ອງສັ້ນອີກຫຼາຍ ໂດຍຈະເປັນເນື້ອຫາກ່ຽວກັບການຂັດຂວາງການອົບພະຍົບຂອງຜູ້ລີ້ໄພ. ຜົນງານທີ່ມີຊື່ສຽງຂອງລາວຄືເລື່ອງ Paradise ຖືກຂຽນຂຶ້ນໃນປີ 1994 ເປັນແນວການເຕີບໃຫຍ່ຂອງໄວໜຸ່ມເຊິ່ງເປັນຕົວລະຄອນຫຼັກໃນເລື່ອງ, ມັນໄດ້ກ່າວເຖິງຕົວເອກຈາກແທນຊາເນຍໃນຕົ້ນສະຕະວັດທີ 20, ກໍຄືໄລຍະກ່ອນທີ່ອາຟຣິກາຕາເວັນອອກຈະຫຼຸດພົ້ນການເປັນເມືອງຂຶ້ນຂອງປະເທດເຢຍລະມັນ. ຜົນງານຫຼ້າສຸດແມ່ນ Afterlives ຖືກຂຽນໃນປີ 2020 ທີ່ຂຽນກ່ຽວກັບເລື່ອງລາວຕໍ່ຈາກນິຍາຍດັງຢ່າງ Paradise.

ຈົນປັດຈຸບັນທີ່ຕົວນັກຂຽນ Abdulrazak Gurnah ກໍໄດ້ເປັນທີ່ຮູ້ຈັກ ຜ່ານຜົນງານທີ່ເປັນການອະທິບາຍເຖິງຜົນກະທົບຂອງອານານິຄົມ ແລະ ຊະຕາກຳຊອງຜູ້ລີ້ໄພ ຈຶ່ງນຳມາສູ່ຮາງວັນໂນເບລສາຂາວັນນະກຳຂອງປີ 2021 ນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/