ເພງໃໝ່ຂອງ ແຊມ! I’m Glad I Met You (ດີໃຈທີ່ໄດ້ພົບເຈົ້າ) ມ່ວນ ຄວາມໝາຍດີ ແຖມ MV ກໍມີຄວາມແຕກຕ່າງ


ວໍລະຈິດ ອິນທະລາພິທັກ (Volachith Intharaphithak) ຫຼື ແຊມ ນັກຮ້ອງສຽງດີທີ່ຫຼາຍຄົນກໍຄົງຄຸ້ນຫູ ແລະ ຄຸ້ນໜ້າ. ຕະຫຼອດໄລຍະທີ່ຜ່ານມາຜົນງານກໍໂດດເດັ່ນຢູ່ສະເໝີ ມາຮອດປັດຈຸບັນກໍຍັງຄົງຮັກສາຄຸນະພາບ ຜົນງານທີ່ດີນັ້ນໄວ້ຢູ່ບໍ່ເຫີນຫ່າງ ມີຜົນງານເພງມ່ວນໆມາໃຫ້ຮັບຟັງຮັບຊົມຕະຫຼອດ ແລະ ເມື່ອບໍ່ດົນມານີ້ ກໍໄດ້ປ່ອຍຜົນງານເພງອອກມາສົດໆໃໝ່ໆ ເປັນບົດເພງທີ່ມ່ວນແຕ່ຈະແຕກຕ່າງຈາກເພງກ່ອນໆ ເພາະເພງນີ້ຈະເປັນພາສາອັງກິດລ້ວນ ແຕ່ສາມາດກົດແປຊັບພາສາລາວໄດ້ ແລະ ທີ່ສຳຄັນເພງກໍສື່ຄວາມໝາຍອອກມາໄດ້ດີ. ພິເສດໄປກວ່ານັ້ນກໍຄືເປັນເພງທີ່ແຕ່ງເອງ ແລະ ແຕ່ງຈາກຊີວິດຈິງ.

ກ່ອນໜ້ານີ້ ໜຸ່ມແຊມ ໄດ້ປ່ອຍຜົນງານເພງໜຶ່ງທີ່ຊື່ວ່າ: ຫຍັບເຂົ້າມາໃກ້ໆ ປ່ອຍອອກມາໄດ້ປະມານ 8 ເດືອນກວ່າໆ ເຊິ່ງບໍ່ໄດ້ປ່ອຍເພງມາດົນພໍສົມຄວນ, ແຕ່ມາຮອດປັດຈຸບັນ ກໍໄດ້ປ່ອຍບົດເພງ: I’m Glad I Met You ທີ່ເປັນບົດເພງໃໝ່ຫຼ້າສຸດ.

ເພງ:​ I’m Glad I Met You ເປັນເພງພາສາອັງກິດທັງໝົດ, ຈຸດປະສົງຂອງການເຮັດເພງເປັນອັງກິດ ເນື່ອງຈາກຢາກຈະລອງຫາແນວໃໝ່ ແລະ ຢາກຈະລອງເບິ່ງວ່ານັກຮ້ອງລາວເຮົາສາມາດເຂົ້າເຖິງຄົນຟັງຈາກຕ່າງປະເທດໄດ້ຫຼາຍເທົ່າໃດ ໃນເວລາດຽວກັນເພງນີ້ກໍໃສ່ຊັບພາສາລາວ ສາມາດກົດອ່ານຊັບພາສາລາວໄດ້ນຳພ້ອມ.

ບົດເພງນີ້ເປັນບົດເພງທີ່ແຕ່ງເອງ ແຕ່ງຈາກເລື່ອງລາວຊີວິດຂອງຄົນໃກ້ຊິດຄົນໜຶ່ງ ທີ່ທາງຄອບຄົວໄດ້ນຳເພິ່ນມາຊ່ວຍປັ້ນ ພໍເພິ່ນໄປຕ່າງປະເທດກໍບໍ່ກັບມາເລີຍ. ເພງນີ້ຈະແຕ່ງມາໄດ້ປະມານ 8 ປີ ຄ່ອຍໆປັບປ່ຽນໃຫ້ເນື້ອໃຫ້ເຂົ້າກັນຕື່ມ, ​ແຕ່ພໍມາປີນີ້ ເມື່ອມີໂອກາດກໍໄດ້ລົງມືເຮັດ ຕາມເວລາທີ່ເໝາະສົມ.

ຄວາມໝາຍຂອງເພງ ຈະອອກແນວບໍ່ແຮັບປີ້, ບໍ່ເສົ້າ ເຖິງແມ່ນວ່າເພງຈະອອກແນວເສົ້າ ແຕ່ໃນເວລາສັ້ນໆກໍໄດ້ມີຄວາມສຸກ ຢ່າງໜ້ອຍກໍໄດ້ພົບກັນ ເຖິງຈະບໍ່ໄດ້ຮັກກັນຕໍ່ໄປກໍຕາມ. ໃນສ່ວນຂອງບົດເພງກໍຢາກຈະສື່ເຖິງ ການໃຫ້ກຳລັງໃຈ, ໂດຍສະເພາະເລື່ອງຄວາມຮັກ ລູກກັບພໍ່-ແມ່, ຄູ່ຮັກໜຸ່ມສາວ.

ສ່ວນມິວສິກວິດີໂອ ແມ່ນກຳກັບໂດຍ ອາມີໄຊ ແກ້ວລາ ແລະ ຜະລິດໂດຍທີມງານ Lao New Wave Cinema, ເຊິ່ງອອກມາເປັນແບບມຸມມອງຂອງ God’s eye view ຫຼື ມຸມມອງຂອງພະເຈົ້າ (ຈາກທາງເທິງ) ເປັນສິລະປະການຖ່າຍທຳອີກແບບໜຶ່ງ, ນຳສະແດງໂດຍ ລູກນ້ຳ ທິດາລັດ ວົງສິລິ ແລະ ຊານົນ ມະນີຜົນ.

ຟັງເພງໄດ້ທີ່: https://bit.ly/3myB0QI

ຊ່ອງທາງການຕິດຕາມ: Sam Intharaphithak OFFICIAL (https://bit.ly/3ArSGlY)

ເຟສບຸກ: Sam Intharaphithak

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/