Newcastle United ປ່ຽນເຈົ້າຂອງໃໝ່! ກາຍເປັນທີມທີ່ລວຍທີ່ສຸດໃນໂລກ


ນິວຄາສເຊິນ ຢູໄນເຕັດ (Newcastle United) ກາຍເປັນສະໂມສອນທີ່ລວຍທີ່ສຸດໃນໂລກແລ້ວ ເມື່ອບໍ່ດົນມານີ້ ຫຼັງຈາກ ພຣີເມຍລີກ (Premier League) ອະນຸມັດການເທັກໂອເວີ້ຂອງກຸ່ມທຶນ ຊາອຸດິ ອາຣາເບຍ (Saudi Arabia) ນຳໂດຍເຈົ້າຊາຍ ໂມຮຳເໝັດ ບິນ ຊາວມານ (Mohammed bin Salman). ທາງແຟນບານຕ່າງກໍອອກມາສະຫຼອງຄວາມດີໃຈກັນຢ່າງໜາແໜ້ນ.

ວັນທີ 7 ຕຸລາ 2021 ສະໂມສອນບານເຕະ ນິວຄາສເຊິນ ຢູໄນເຕັດ ໄດ້ບັນລຸຂໍ້ຕົກລົງຊື້ສະໂມສອນເປັນທີ່ຮຽບຮ້ອຍ ພາຍຫຼັງເຈົ້າຊາຍ ສາມາດແກ້ໄຂຄະດີລະເມີດລິຂະສິດການຖ່າຍທອດສົດ ພຣີເມຍລີກ ອັງກິດ ຂອງບໍລິສັດ ບີອິນ ສະປອດ. ກ່ອນໜ້ານີ້ທາງເຈົ້າຊາຍ ເຄີຍເຈລະຈາ ແລະ ໃກ້ບັນລຸຜົນສຳເລັດຊື້ສະໂມສອນ ແຕ່ເກີດມີຄະດີດັ່ງກ່າວ ຈຶ່ງໄດ້ຍຸຕິການຊື້.

ແຕ່ມາຮອດມື້ນີ້ ກໍໄດ້ປະສົບຜົນສຳເລັດຕາມຄວາມມຸ່ງໝາຍ, ພ້ອມທັງເຈົ້າຂອງທີມຊາດຊາວອັງກິດ ທີ່ບໍລິຫານທີມມາດົນນານເຖິງ 14 ກວ່າປີ ກໍມີຈຸດປະສົງຢາກຂາຍທີມ ເພື່ອນຳທຶນມາພັດທະນາທີມໃຫ້ກັບມາຍິ່ງໃຫຍ່ອີກຄັ້ງ.

ສຳລັບ ລາຄາການຊື້ທີມແມ່ນ 305 ລ້ານປອນ, ຕາມການລາຍງານ ນິວຄາສເຊິນ ຈະເປັນທີມທີ່ລວຍທີ່ສຸດໃນໂລກ, ເຈົ້າຊາຍ ໂມຮຳເໝັດ ບິນ ຊາວມານ ຊື້ສະໂມສອນ ນິວຄາສເຊິນ ຢູໄນເຕັດ ໃນນາມປະທານກຸ່ມບໍລິສັດ Public Investment Fund (PIF) ເປົ້າໝາຍຍົກລະດັບທີມໄປສູ່ລະດັບແຖວໜ້າຂອງອັງກິດ ແລະ ຄາດວ່າຈະກັບມາຍິ່ງໃຫຍ່ອີກແນ່ນອນ.

ບໍ່ແປກໃຈເລີຍທີ່ທາງແຟນບານຕ່າງກໍອອກມາສະຫຼອງດ້ວຍຄວາມດີໃຈ ແລະ ຕື້ນຕັນໃຈ ເພາະນອກຈາກກາຍເປັນທີມທີ່ລວຍທີ່ສຸດໃນໂລກແລ້ວ ການກັບມາຂອງທີມກໍຈະເຕີບໃຫຍ່ຂຶ້ນອີກຄັ້ງໃນຮອບຫຼາຍປີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/