ວັນທີ 9 ຕຸລາ ວັນໄປສະນີໂລກ


ໃນວັນທີ 9 ຕຸລາ ຂອງທຸກໆປີ ຈະກົງກັບວັນໄປສະນີໂລກ ຫຼື World Post Day ຖືກກຳນົດຂຶ້ນເພື່ອເປັນການລະນຶກເຖິງວັນກໍ່ຕັ້ງສະຫະພາບໄປສະນີສາກົນ ແລະ ໃຫ້ຄວາມສຳຄັນກັບບົດບາດໄປສະນີ ທີ່ມີຜົນກັບຊີວິດປະຈຳວັນຂອງເຮົາ, ລວມທັງເລື່ອງທຸລະກິດ ແລະ ການຕິດຕໍ່ສື່ສານ ເຖິງວ່າປັດຈຸບັນຈະມີການຕິດຕໍ່ສື່ສານໃນຮູບແບບທີ່ຫຼາກຫຼາຍ ແລະ ທັນສະໄໝຫຼາຍຂຶ້ນ ແຕ່ການຕິດຕໍ່ທາງໄປສະນີກໍຍັງມີຄວາມສຳຄັນຢູ່ຫຼາຍ ບໍ່ວ່າຈະເປັນການສົ່ງເອກະສານ ແລະ ແຈ້ງການຕ່າງໆຂອງໜ່ວຍງານລັດຖະການ ລວມທັງການຂົນສົ່ງຕ່າງໆອີກດ້ວຍ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/