ຍີ່ປຸ່ນກຽມທົດລອງນຳໃຊ້ເງິນ “ເຢນດິຈິຕອລ” ຄາດການເລີ່ມໃຊ້ໃນປີ 2023


ສະກຸນເງິນດິຈິຕອລ ທີ່ອອກໂດຍທະນາຄານກາງ ຫຼື (CBDC) ເປັນສິ່ງທີ່ຫຼາຍປະເທດໃຫ້ຄວາມສົນໃຈ ແລະ ກໍາລັງສຸມໃສ່ພັດທະນາ. ຫຼ້າສຸດ ທະນາຄານກາງຂອງປະເທດ ຍີ່ປຸ່ນ (BOJ)  ກຳລັງກຽມຄວາມພ້ອມຈັບມື 3 ​ທະນາຄານຂະໜາດໃຫຍ່ຂອງປະເທດ ແລະ ສະຖາບັນການເງິນລະດັບພາກພື້ນ ເປີດທົດສອບການໃຊ້ງານ ສະກຸນເງິນດິຈິຕອລ ຂອງຕົນເອງ ຄາດການເປີດນຳໃຊ້ງານໄລຍະເດືອນ ມີນາ-ພຶດສະພາ ປີ 2023 ນີ້.

ໂດຍມີລາຍງານລະບຸວ່າ ໂຄງການທົດສອບດັ່ງກ່າວຂອງ BOJ  ຈະກິນເວລາທັງໝົດ 2 ປີ ໂດຍຈະຄອບຄຸມເຖິງທຸລະກຳ ຝາກ-ຖອນ ຈາກບັນຊີຂອງພາກທຸລະກິດເອກະຊົນ ແລະ ຈະມີການທົດສອບການໃຊ້ເງິນເຢນດິຈິຕອລ ໃນກໍລະນີສຸກເສີນທີ່ບໍ່ມີອິນເຕີເນັດ. ເຊິ່ງຜົນການທົດສອບຈະຖືກປະເມີນໂດຍ BOJ ເມື່ອຄົບກຳນົດ ວ່າເງິນເຢນດິຈິຕອລຈະຖືກມານຳໃຊ້ເປັນວົງກວ້າງ ຫຼືບໍ່.

BOJ ເປັນອີກໜຶ່ງໃນທະນາຄານກາງທົ່ວໂລກທີ່ກຳລັງສຶກສາຄວາມເປັນໄປໄດ້ທີ່ຈະນຳ CBDC ມາໃຊ້ງານໃນວົງກວ້າງເພື່ອລົດຕົ້ນທຶນຂອງການບໍລິຫານຈັດການເງິນສົດ ໂດຍໃນປີທີ່ຜ່ານມາ BOJ ໄດ້ເລີ່ມທົດສອບຄວາມສາມາດໃນເບື້ອງຕົ້ນໄປແລ້ວ ແລະ ຈະມາເລີ່ມເປີດນໍາໃຊ້ງານແທ້ເປັນວົງແຄບໃນປີໜ້າ.

ຢ່າງໃດກໍຕາມ BOJ ຍັງບໍ່ໄດ້ກຳນົດເວລາທີ່ຊັດເຈນວ່າເງິນເຢນດິຈິຕອລນີ້ຈະຖືກນຳໃຊ້ຢ່າງເປັນທາງການເມື່ອໃດ ໂດຍການທີ່ຈະນຳເອົາ CBDC ມາໃຊ້ງານແບບແທ້ໆນັ້ນ ນອກຈາກການທົດສອບໃຊ້ງານເບື້ອງຕົ້ນແລ້ວ BOJ ຍັງຕ້ອງເຮັດວຽກທາງດ້ານກົດໝາຍຄຽງຄູ່ກັນໄປນຳອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/