ສະຫວັນນະເຂດ ຕັ້ງເປົ້າຍາດໃຫ້ໄດ້ 20 ຫຼຽນຄຳໃນງານກິລາ ຊຽງຂວາງເກມ


ງານມະຫະກຳກິລາແຫ່ງຊາດຄັ້ງທີ XI ຊຽງຂວາງເກມ ທີ່ຈະເປີດຂຶ້ນວັນທີ 13-22 ທັນວາ ນີ້ທີ່ແຂວງຊຽງຂວາງ ໄດ້ເປັນເຈົ້າພາບ ເຊິ່ງແຂວງສະຫວັນນະເຂດ ໄດ້ຕັ້ງເປົ້າຍາດໃຫ້ໄດ້ 20 ຫຼຽນຄຳໃນ 19 ປະເພດກິລາທີ່ສົ່ງເຂົ້າຮ່ວມແຂ່ງຂັນ.

ທ່ານ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ກ່າວວ່າ: ແຂວງສະຫວັນນະເຂດ ຕັ້ງເປົ້າຕ້ອງຍາດໃຫ້ໄດ້ 20 ຄຳ 35 ຫຼຽນເງິນ ແລະ 45 ຫຼຽນທອງແດງ ໃນນີ້ປະເພດກິລາທີ່ມີຄວາມຫວັງສູງຄື: ກິລາແລ່ນ-ລານ, ຢູໂດ, ເທຄວັນໂດ (ຊາຍ-ຍິງ), ປັນຈັກສີລັດ (ຊາຍ-ຍິງ), ຄາຣາເຕໂດ, ມວຍລາວ, ມວຍສາກົນ, ຍິງທະນູ ແລະ ກິລາລອຍນໍ້າ.

ສຳລັບແຂວງສະຫວັນນະເຂດ ໄດ້ກຳນົດເອົາພຽງ 19 ປະເພດກິລາເຂົ້າຮ່ວມແຂ່ງຂັນຄື: ກິລາບານເຕະ (ຊາຍ), ແລ່ນ-ລານ (ຊາຍ-ຍິງ), ຍິງທະນູ (ຊາຍ-ຍິງ), ປັນຈັກສີລັດ (ຊາຍ-ຍິງ), ລອຍນ້ຳ (ຊາຍ-ຍິງ), ມວຍສາກົນ (ຊາຍ-ຍິງ), ມວຍລາວ (ຊາຍ-ຍິງ), ມວຍເທຄວັນໂດ (ຊາຍ-ຍິງ), ມວຍຢູໂດ (ຊາຍ-ຍິງ), ເທັນນິສ (ຊາຍ-ຍິງ), ບານສົ່ງ (ຊາຍ-ຍິງ), ເປຕັງ (ຊາຍ-ຍິງ), ກັອບ, ລົດຖີບ (ຊາຍ), ຄາລາເຕໂດ, ດອກປິກໄກ່ (ຊາຍ-ຍິງ), ກິລາກະຕໍ້ (ຊາຍ-ຍິງ), ຍິງປືນ (ຊາຍ-ຍິງ) ແລະ ກິລາບານບ້ວງ (ຊາຍ) ສ່ວນປະເພດກິລາທີ່ເຫຼືອແມ່ນຕັດອອກຍ້ອນບໍ່ມີຄວາມຫວັງທີ່ຈະໄດ້ຫຼຽນຄຳ ແລະ ຂາດນັກກິລາເຊັ່ນ: ກິລາເຕະບານຍິງ. ໂດຍປັດຈຸບັນໄດ້ສຳເລັດການຄັດເລືອກຕົວນັກກິລາ ແລະ ເຂົ້າສູ່ສູນເຝິກຊ້ອມໃນເດືອນສິງຫາ ແລະ ເດືອນກັນຍານີ້ ໂດຍມອບໃຫ້ສະຫະພັນເປັນຜູ້ຮັບຜິດຊອບ ສ່ວນດ້ານງົບປະມານແມ່ນກຳລັງສະເໜີຂໍທິດຊີ້ນຳຈາກຄະນະນຳຂັ້ນສູງຂອງແຂວງ ໃນນີ້ແມ່ນໄດ້ຈາກການອະນຸມັດຈາກແຂວງ ແລະ ອີກສ່ວນໜຶ່ງແມ່ນລະດົມຈາກພະນັກງານລັດຖະກອນ ຫົວໜ່ວຍທຸລະກິດ ຜູ້ປະກອບການພາຍໃນແຂວງຈຳນວນໜຶ່ງ.

ຂອບໃຈຂໍ້ມູນຈາກ:

https://cutt.ly/e1IaFgG

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/