ຢູ່ວັດກໍມີເງິນເດືອນ! ວັດແຫ່ງໜຶ່ງຈາກປະເທດໄທປະກາດຮັບສະໝັກສັງກາລີວັດເງິນເດືອນເລີ່ມຕົ້ນ 8.000 – 10.000 ບາດ ກິນຢູ່ຟຣີ


ໃນຍຸກສະໄໝທີ່ເສດຖະກິດຝືດເຄືອງແບບນີ້ເຊື່ອວ່າ ການບໍ່ເລືອກວຽກແມ່ນເທົ່າກັບບໍ່ທຸກຍາກ ແຕ່ວ່າວຽກທີ່ເລືອກເຮັດນັ້ນຕ້ອງເປັນວຽກສຸຈະລິດບໍ່ຜິດກົດໝາຍເດີ້! ແຕ່ຖ້າໃຜຍັງຊອກວຽກທີ່ໄດ້ບຸນນຳ ມາຟັງທາງນີ້ ເພາະວັດແຫ່ງໜຶ່ງຈາກປະເທດໄທເພິ່ນໄດ້ປະກາດຮັບສະໝັກສັງກາລີວັດ ເງິນເດືອນເລີ່ມຕົ້ນ 8.000 – 10.000 ບາດ ທີ່ສຳຄັນມີສະຫວັດດີການ ກິນຢູ່ຟຣີນຳອີກເດີ້.

ເມື່ອວັນທີ 30 ພະຈິກ 2022 ທາງເພຈ “วัดอาคมสิทธาภรณ์ พระประธานอุโบสถสูงที่สุดในโลก” ໄດ້ອອກມາໂພສວ່າ ທາງວັດອາຄົມສິດທາພອນ ທີ່ຕັ້ງຢູ່ແຂວງສະເຊີງເຊົາ ປະເທດໄທ ປະກາດເປີດຮັບສະໝັກລູກສິດວັດ ຫຼື ທີ່ເຮົາຮູ້ກັນໃນຊື່ “ສັງກາລີວັດ” ພ້ອມກັບໃຫ້ສະຫວັດດີການຢ່າງຫຼວງຫຼາຍເຊັ່ນ ມີບ່ອນພັກເຊົາໃຫ້ຢູ່ຟຣີ, ອາຫານຟຣີ, ມີເງິນພິເສດຈາກການອອກວຽກນອກ. ພ້ອມນັ້ນທາງວັດຍັງຈະໃຫ້ເງິນເດືອນອີກປະມານ 8.000 – 10.000 ບາດ (4-5 ກີບ) ເຊິ່ງຈະໄດ້ຫຼາຍໄດ້ໜ້ອຍກໍຂຶ້ນກັບຄວາມດຸໝັ່ນແລະຄວວາມສາມາດຂອງຜູ້ສະໝັກ.

ໂດຍເງື່ອນໄຂທີ່ຈະສາມາດສະໝັກໄດ້ແມ່ນ ອາຍຸລະຫວ່າງ 20-45 ປີ, ຕ້ອງອັດທະຍາໄສດີ, ຂັບລົດເປັນ, ມີໃບຂັບຂີ່, ຮັກສາເບິ່ງແຍງລົດ, ມີຄວາມຮູ້ເລື່ອງລົດເບື້ອງຕົ້ນ ແລະຫາກມີຄວາມສາມາດເລື່ອງການຖ່າຍຮູຍ ຫຼືນຳໃຊ້ຄອມພິວເຕີຈະພິຈາລະນາເປັນພິເສດ.

ທັງນີ້ ສາເຫດທີ່ຕ້ອງປະກາດຮັບສະໝັກນັ້ນ ເຈົ້າອະທິການວັດອາຄົມສິດທາພອນໄດ້ເລົ່າວ່າ ເປັນເພາະວັດແຫ່ງນີ້ເຄີຍເປັນວັດຮ້າງມາກ່ອນ ແລະໄດ້ຮັບການບູລະນະໃໝ່ເມື່ອບໍ່ດົນມານີ້ ໂດຍພະສົງໃນວັດທັງໝົດມີແຕ່ 2 ອົງເທົ່ານັ້ນ ດ້ວຍເຫດນີ້ຈຶ່ງໄດ້ປະສານຂໍສາມະເນນຈາກວັດອີກແຫ່ງໜຶ່ງເພື່ອມາຊ່ວຍວຽກ. ສ່ວນເລື່ອງການເປີດຮັບລູກສິດວັດທີ່ຂັບລົດໄດ້ນັ້ນ ກໍເພື່ອຈະໄດ້ຊ່ວຍຮັບສົ່ງສາມະເນນທີ່ມາປະຈຳຢູ່ແຫ່ງນີ້ໄປໂຮງຮຽນ ແລະເລື່ອງການຖ່າຍຮູບນັ້ນກໍເພາະວ່າວັດຕ່າງໆໃນສະໄໝນີ້ ຕ້ອງເພິ່ງພາສິ່ງເຫຼົ່ານີ້ໃນການປະຊາສຳພັນໃຫ້ພໍ່ອອກແມ່ອອກໄດ້ຮັບຮູ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/