SpaceX ເປີດໃຫ້ບໍລິການ Internet ຜ່ານດາວທຽມແລ້ວ.


ບໍລິສັດ SpaceX (ບໍລິສັດຜະລິດຍານອະວະກາດ) ໄດ້ທົດສອບເປີດໃຫ້ບໍລິການ Internet ຜ່ານລະບົບດາວທຽມ Star Link  ໃນຮູບແບບ Beta (ເປັນ Version ທີ່ປ່ອຍໃຫ້ຜູ້ໃຊ້ໄດ້ດາວໂຫລດມາລອງໃຊ້) ໂດຍຄົນທີ່ຈະເຂົ້າຮ່ວມໂຄງການ Beta ນີ້ຈະຕ້ອງເສຍເງິນຄ່າຊຸດ Star Link kit ເຊິ່ງປະກອບດ້ວຍໂຕສັນຍານ internet ຈາກດາວທຽມ Star Link, ອຸປະກອນຕິດຕັ້ງດາວທຽມ, ແຜ່ນຈາກດາວທຽມ ແລະ Wi Fi Router, ທັງໝົດນີ້ຢູ່ໃນລາຄາ $499 ຫຼື 4,790.000 ກີບ ແລະ ເສຍຄ່າບໍລິການລາຍເດືອນຢູ່ທີ່ $99 ຫຼື 950.000 ກີບ.

ໂດຍຄົນທີ່ຈະຕິດຕັ້ງ Internet ດາວທຽມດາວນີ້ຕ້ອງໄປສະໝັກສະມາຊິກຜ່ານ Star Link App ເຊິ່ງ SpaceX ປ່ອຍໃຫ້ດາວໂຫລດກັນແລ້ວໃນ Google Play ແລະ Apple iOS App Store.

SpaceX ແອບເປີດໃຫ້ໃຊ້ບໍລິການອິນເຕີເນັດດາວທຽມມາໄດ້ໄລຍະນຶ່ງແລ້ວ ແຕ່ທີ່ຜ່ານມານັ້ນຄືເປີດໃຫ້ໃຊ້ບໍລິການສະເພາະພາຍໃນບໍລິສັດ ແຕ່ມາຮອດມື້ນີ້ເຂົາໄດ້ເປິດໃຫ້ປະຊາຊົນທົ່ວໄປໄດ້ເຂົ້າມາໃຫ້ໃຊ້ງານແບບຈິງຈັງແລ້ວ.

ດາວທຽມ Star Link ແມ່ນຫຍັງ ?

ບໍລິສັດ SpaceX ຕັ້ງໃຈຜະລິດ ແລະ ອອກແບບດາວທຽມທີ່ມີຂະໜາດນ້ອຍນ້ຳໜັກຢູ່ທີ່ 260 kg ຕ່າງຈາກດາວທຽມທົ່ວໄປທີ່ມີຂະໜາດໃຫຍ່ກວ່າເກືອບ 3 ເທົ່າ ແລະ ທີ່ສຳຄັນດາວທຽມເຫຼົ່ານີ້ໂຄຈອນໃກ້ໂລກກວ່າດາວທຽມທົ່ວໄປເຮັດໃຫ້ສັນຍານຂອງດາວທຽມ Star Link ນັ້ນມີສັນຍານດີ ແລະ ຊັດເຈນກວ່າດາວທຽມທົ່ວໄປ.

ການປ່ອຍດາວທຽມຂອງ Star Link ຂຶ້ນໄປອະວະກາດນັ້ນບໍ່ຄືການປ່ອຍດາວທຽມທົ່ວໄປເພາະການປ່ອຍດາວທຽມທົ່ວໄປຂຶ້ນໄປອະວະກາດຈະມີດາວທຽມຕິດໄປພຽງ 1-2 ດວງ ແຕ່ຂອງ Star Link ນັ້ນຈະມີການຈັດວາງເປັນຮູບແບບ Stack (ເປັນຊັ້ນ) ແບບຮູບທາງດ້ານລຸ່ມນີ້ ເຊິ່ງສາມາດບັນຈຸດາວທຽມໄດ້ຫຼາຍເຖິງ 60 ດວງຕໍ່ການຈັດສົ່ງ 1 ເທື່ອ.

ໂດຍ SpaceX ຕັ້ງໃຈຈະປ່ອຍດາວທຽມໃຫ້ຫຼາຍເຖິງ 1,584 ດວງພາຍໃນໄລຍະທຳອິດ, ເຊິ່ງຕອນນີ້ປ່ອຍໄປໄດ້ 775 ດວງໂດຍເຂົາຄາດການວ່າໄລຍະທຳອິດກໍສາມາດຄຸມໂລກໄດ້ທັ້ງໃບແລ້ວ.

ໜ້າຕາດາວທຽມ Star Link ເຊິ່ງຖືກປ່ອຍຂຶ້ນໄປເທິງທ້ອງຟ້າທັງໝົດ 775 ດວງແລ້ວໃນວັນທີ 6 ຕຸລາ 2020.

ສ່ວນເປົ້າໝາຍຂອງ SpaceX ນັ້ນຄືເຮັດການປ່ອຍດາວທຽມຂຶ້ນໄປໂຄຈອນຮອບໂລກໃຫ້ໄດ້ 12,000 ດວງ, ເຊິ່ງເຂົາບອກວ່າຖ້າເຮັດໄດ້ສຳເລັດ Internet ຂອງເຂົາຈະໄວ ແລະ ຖືກທີ່ສຸດໃນໂລກ.

ໃນປັດຈຸບັນ Microsoft ໄດ້ຈັບມືກັບ SpaceX ສ້າງບໍລິສັດໃຫ້ບໍລິການທາງດ້ານໂທລະສັບມືຖືຜ່ານສັນຍານດາວທຽມຂຶ້ນມາໂດຍຈະເລີ່ມເປິດໃຫ້ບໍລິການທົ່ວໂລກພາຍໃນປາຍປີໜ້າ.

Internet Speed ແລ່ນຢູ່ທີ່ 18-60 Mbps ຈາກການໃຊ້ງານຈິງ.

ຫຼັງຈາກປະຊາຊົນໄດ້ຈັບຈອງເປັນເຈົ້າຂອງ Internet Star Link ກັນເປັນທີ່ຮຽບຮ້ອຍແລ້ວພວກເຂົາກໍໄດ້ເຮັດການທົດສອບສັນຍານ internet ຈາກດາວທຽມ Star Link ປະກົດວ່າສັນຍານ internet ທີ່ພວກເຂົາໄດ້ຮັບນັ້ນຢູ່ທີ່ປະມານ 18 Mbps ຈົນສາມາດຮັບໄດ້ສູງສຸດທີ່ 60 Mbps ສ່ວນຜົນການທົດສອບນີ້ຢູ່ຮູບທາງດ້ານລຸ່ມນີ້.

ທີ່ມາ: http://blink-drive.com/index.php/2020/10/29/spacex-internet-satellite-3000/