ເມື່ອຄວາມຮັກຈົບ… ແຕ່ການເງິນບໍ່ຈົບ.


ເມື່ອຮອດໄວອາຍຸນຶ່ງທີ່ເຮົາເລີ່ມສ້າງຄອບຄົວ ຫຼື ການມີຊີວິດຄູ່ ສິ່ງນຶ່ງທີ່ເຂົ້າມາມີບົດບາດໃນຄວາມສຳພັນ ຢ່າງຫຼີກລ່ຽງບໍ່ໄດ້ຄືເລື່ອງຂອງ “ການເງິນ”.

ບາງຄູ່ອາດຈະໃຫ້ຄວາມສຳຄັນກັບເລື່ອງນີ້ຫຼາຍໜ້ອຍແຕກຕ່າງກັນໄປຕາມທັດສະຄະຕິ ແລະ ຄວາມຄິດຂອງແຕ່ລະຄົນ ແຕ່ຖ້າທ່ານຄິດວ່າຄວາມຮັກ ແລະ ການເງິນເປັນສິ່ງທີ່ແຍກອອກຈາກກັນເລີຍ ພວກເຮົາຢາກໃຫ້ທ່ານລອງຟັງເລື່ອງລາວຂອງ Estelle Gibson ທີ່ເຮັດວຽກເປັນຜູ້ກວດສອບບັນຊີ ໄດ້ອອກມາແບ່ງປັນເລື່ອງລາວຂອງຕົນເອງໃນຫົວຂໍ້ “The true cost of financial dependence” ຫຼື “ຕົ້ນທຶນຂອງການເພິ່ງພາທາງການເງິນ” ຢູ່ເວທີ TEDx Talks

ເທິງເວທີ Estelle Gibson ໄດ້ເວົ້າເຖິງເລື່ອງຂອງການເງິນໃນຄອບຄົວສະໄຫມກ່ອນວ່າ “ຕອນຂ້ອຍເປັນເດັກ ຄົນທີ່ຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆ ພາຍໃນບ້ານຈະມີພຽງແຕ່ພໍ່ຂອງຂ້ອຍເທົ່ານັ້ນ ສ່ວນແມ່ຂອງຂອ້ຍບໍ່ໄດ້ມີໜ້າທີ່ຮັບຜິດຊອບຮ່ວມ ຈຶ່ງບໍ່ໄດ້ຮັບຮູ້ເລື່ອງການເງິນພາຍໃນເຮືອນເທົ່າໃດ”.

ເມື່ອ Estelle Gibson ແຕ່ງງານ ລາວໄດ້ຍົກໜ້າທີ່ການຈັດການ ເລື່ອງເງິນພາຍໃນບ້ານໃຫ້ສາມີເປັນຜູ້ດູແລທັງໝົດ, ຕອນນັັ້ນລາວຮູ້ສຶກໂລ່ງໃຈ ແລະ ບໍ່ໄດ້ຕະໜັກ ຫຼືມີສ່ວນຮ່ວມໃນການຮັບຮູ້ຄ່າໃຊ້ຈ່າຍພາຍໃນບ້ານຫຼາຍ.

Estelle Gibson ຍັງປຽບທຽບ ແລະ ເວົ້າເຖິງເລື່ອງລາວຂອງບຸກຄົນທີ່ມີຊື່ສຽງ ຫຼື ນັກກິລາທີ່ຕ້ອງເພິ່ງພາຄອບຄົວ ຫຼື ບຸກຄົນອື່ນໃຫ້ມາບໍລິຫານຈັດການການເງິນຂອງພວກເຂົາ ແຕ່ສຸດທ້າຍກາຍເປັນວ່າລົ້ມລະລາຍເພາະຖືກຫັກຫຼັງ ຈາກການມອບອຳນາດການເງິນໃຫ້ຜູ້ອື່ນ.

ການເພິ່ງພາທາງການເງິນຄື ເມື່ອຄົນນຶ່ງຕັດສິນໃຈມອບອຳນາດຄວາມຮັບຜິດຊອບເລື່ອງການເງິນໃຫ້ກັບບຸກຄົນອື່ນ ຫຼື ອາດຈະເປັນຄູ່ແຕ່ງງານ, ຫຸ້ນສ່ວນ ຫຼື ຜູ້ຈັດການເປັນຕົ້ນ.

ສິ່ງທີ່ເກີດຂຶ້ນກັບ Estelle Gibson ຄື ຕໍ່ມາລາວໄດ້ຢ່າຮ້າງ ກັບສາມີ ແລະ ຖືກຖິ້ມຢູ່ກັບບ້ານ ແລະ ບິນຄ່າໃຊ້ຈ່າຍຕ່າງໆທີ່ລາວບໍ່ສາມາດຈ່າຍໄດ້ ແລະ ສິ່ງນີ້ເກີດຂຶ້ນກັບ Estelle Gibson ທີ່ມີຕຳແໜ່ງວຽກ Certified Public Accountant (CPA) ຫຼື ຜູ້ກວດສອບບັນຊີທີ່ມີຄວາມສາມາດໃນການຈັດການເງິນໃຫ້ກັບຜູ້ອື່ນໄດ້.

Estelle Gibson ໄດ້ກ່າວເຖິງມູນລະນິທິທີ່ມີຊື່ວ່າ Purple Purse ທີ່ເຮັດໜ້າທີ່ຊ່ວຍເຫຼືອຜູ້ຕົກເປັນເຫຍື່ອຄວາມຮຸນແຮງໃນຄອບຄົວ ແລະ ເພີ່ມຂີດຄວາມສາມາດທາງການເງິນ ໄດ້ນິຍາມການລະເມີດທາງການເງິນວ່າ “ເປັນອາວຸດທີ່ເບິ່ງບໍ່ເຫັນ” ເພາະສິ່ງນີ້ ຈະຖິ້ມຮອຍແຜຮວມເຖິງຄວາມຮູ້ສຶກສິ້ນຫວັງ, ອັບອາຍ, ຂາດຄວາມໝັ້ນໃຈ ແລະ ຄວາມນັບຖືຕົນເອງ.

ເຊິ່ງຕົ້ນເຫດຂອງບັນຫາເກີດຈາກ 3 ຢ່າງທີ່ເຮົາຄວນຈະນຳໄປປັບໃຊ້ ແລະ ລະມັດລະວັງມີດັ່ງນີ້:

  1. ຂາດຄວາມຕະໜັກທາງການເງິນ

ໃນກໍລະນີຂອງ Estelle Gibson ລາວໄດ້ກ່າວວ່າ ການຮຽນຮູ້ເລື່ອງການເງິນ ແລະ ມີປະສົບການໃນການຈັດການເງິນບໍ່ແມ່ນສິ່ງທີ່ເຮັດໃຫ້ນາງຕະໜັກເຖິງເລື່ອງການເງິນຂອງຄອບຄົວ ເຮັດໃຫ້ຫຼັງຈາກການຢ່າຮ້າງນາງຕ້ອງເລີ່ມສ້າງຊີວິດໃໝ່ໃນເລື່ອງຂອງການເງິນ.

  • ຂາດຂໍ້ມູນຄວາມຮູ້ທາງການເງິນ

ຄວາມຮູ້ທາງການເງິນຄື ການມີທັກສະແລະຄວາມຮູ້ໃນການຕັດສິນໃຈຢ່າງສະຫຼາດ ກ່ຽວກັບການເງິນ ຮວມເຖິງການໂຮມເງິນ, ການລົງທຶນ ແລະ ການຈັດງົບປະມານ ໃນປີ 2018 ມີພຽງ 17 ລັດ ເທົ່ານັ້ນທີ່ມີສອນກ່ຽວກັບຄວາມຮູ້ທາງການເງິນໃນຫຼັກສູດມັດທະຍົມປາຍ ສະແດງໃຫ້ເຫັນວ່າຄົນອາເມຣິກາ 66% ບໍ່ໄດ້ມີຄວາມຮູ້ກ່ຽວກັບການເງິນ.

ຖ້າໃຜກຳລັງຢູ່ໃນສະຖານະການທີ່ຕ້ອງເພິ່ງພາທາງການເງິນ ຢາກໃຫ້ເລີ່ມຕົ້ນດ້ວຍການຮັບຮູ້ ແລະ ມີສ່ວນຮ່ວມໃນການຕັດສິນໃຈກ່ຽວກັບການເງິນ ຮັບຮູ້ບິນຄ່າໃຊ້ຈ່າຍ ຂໍ້ມູນປະກັນສັງຄົມ ແລະ ລະຫັດຜ່ານບັນຊີ.

  • ຂາດການສະໜັບສະໜູນ

ພະຍາຍາມສຶກສາແຫລ່ງຂໍ້ມູນອອນລາຍທາງການເງິນ ເພື່ອຮຽນຮູ້ແລະສ້າງນິໄສການໃຊ້ເງິນທີ່ດີ ຮວມໄປເຖິງຖ້າເກີດເຫດການດັ່ງຂ້າງເທິງນີ້ຂຶ້ນ ໃຫ້ຂໍຄວາມຊ່ວຍເຫລືອຈາກໜ່ວຍງານທີ່ກ່ຽວຂ້ອງ ແລະ ແບ່ງປັນເລື່ອງລາວທີ່ເກີດຂຶ້ນເພື່ອເປັນຄວາມຮູ້ສຳລັບຄົນອື່ນ.

ເລື່ອງລາວຂອງ Estelle Gibson ຖືວ່າເປັນຂໍ້ຄິດເຕືອນໃຈໃຫ້ທຸກຄົນວ່າ ຢ່າໄວ້ວາງໃຈເລື່ອງການເງິນກັບຄວາມສຳພັນທຸກຮູບແບບ ເພາະການເງິນນັ້ນ ຖືເປັນເລື່ອງລະອຽດອ່ອນ ເມື່ອເກີດຂຶ້ນແລ້ວຈະເປັນບັນຫາທີ່ສົ່ງຜົນກະທົບຫຼາຍຢ່າງຕໍ່ຕົວເຮົາ ແລະ ອາດຈະຍາກເກີນກວ່າຈະແກ້ໄຂໄດ້  ເພາະສຸດທ້າຍແລ້ວການມີ “ສະຕິ” ຕໍ່ເລື່ອງການເງິນເປັນສິ່ງທີ່ສຳຄັນທີ່ສຸດ.

ດັ່ງຄຳເວົ້າທີ່ວ່າ: “Nowadays, relationships do not depend on blood, heart or love… it depends on Money.”

ທີ່ມາ: https://missiontothemoon.co/the-true-cost-of-financial-dependence/