ເທຣນການອ່ານປຶ້ມກຳລັງມາແຮງ ‘Gen Z’ ລູກຄ້າລາຍໃຫຍ່ຂອງອຸດສາຫະກຳປຶ້ມ!


ໂຊຊຽວມີເດຍປຽບດັ່ງມີດສອງຄົມທັງມີຂໍ້ດີຫຼາກຫຼາຍແຕ່ກໍມາພ້ອມຂໍ້ເສຍເຊັ່ນດຽວກັນ ຫຼາຍຄົນປະສົບບັນຫາການຖືກບູລລີ່ຈາກສື່ສັງຄົມອອນລາຍ, ການຄຸກຄາມ, ອາການຊຶມເສົ້າຈາກການປຽບທຽບຕົນເອງກັບຜູ້ອື່ນ, FOMO ຫຼື ມີອາການຢ້ານທີ່ຈະພາດຫຍັງບາງຢ່າງໄປຫາກບໍ່ໄດ້ຕິດຕາມສື່ອອນລາຍຕະຫຼອດເວລາ, ການເສບຕິດການໃຊ້ໂຊຊຽວມີເດຍຫຼາຍເກີນໄປຈົນບາງກໍລະນີສົ່ງຜົນຕໍ່ສຸຂະພາບກາຍ ແລະ ຈິດບໍ່ວ່າຈະເປັນບັນຫາການນອນບໍ່ຫຼັບ, ໂຣກຊຶມເສົ້າ, ໂຣກສະມາທິສັ້ນ,  ການເສບຕິດສານໂດປາມີນ ແລະ ອື່ນໆ

ເຊິ່ງເມື່ອຄົນມີບັນຫາເຫຼົ່ານີ້ຫຼາຍຂຶ້ນເຮັດໃຫ້ເທຣນການຫຼຸດຜ່ອນການໃຊ້ເວລາກັບໂຊຊຽວມີເດຍກຳລັງມາແຮງ ໂດຍສະເພາະໃນກຸ່ມໄວໜຸ່ມສາວ ຫຼື ກໍຄື gen Z (ຜູ້ທີ່ເກີດໃນປີ 1997-2012) ທີ່ພາກັນຫັນຈາກການໃຊ້ເວລາກັບໜ້າຈໍໝົດມື້ມາອ່ານປຶ້ມເປັນເຫຼັ້ມແທນ, ໃຊ້ເວລາຢູ່ກັບທຳມະຊາດ ແລະ ເລີ່ມຫຼົງຮັກຊີວິດ slow life ເຊິ່ງຄ້າຍຄືໃນອະດີດອີກຄັ້ງ

ໃນປີ 2023 ສະຫະຣາຊະອານາຈັກໄດ້ມີການລະບຸໄວ້ວ່າຍອດຂາຍປຶ້ມເພີ່ມສູງຂຶ້ນເຖິງ 669 ລ້ານເຫຼັ້ມ ເຊິ່ງຖືເປັນຍອດສູງສຸດທີ່ເຄຍບັນທຶກໄວ້! ຂະນະທີ່ລາຍງານຈາກ Nielsen BookData ສະແດງໃຫ້ເຫັນວ່າຄົນ Gen Z ນິຍົມຊື້ປຶ້ມແບບເຫຼັ້ມຫຼາຍກວ່າ ໂດຍພວກເຂົາເປັນລູກຄ້າລາຍໃຫຍ່ຂອງອຸດສາຫະກຳປຶ້ມເພາະ 80% ຂອງຍອດຂາຍນັບຕັ້ງແຕ່ເດືອນພະຈິກປີ 2021  ຫາເດືອນພະຈິກປີ 2022 ແມ່ນມາຈາກກຸ່ມຄົນຮຸ່ນໃໝ່ນີ້ເອງ

ນອກນີ້, Gen Z ຍັງເຂົ້າຫ້ອງສະໝຸດເພີ່ມຂຶ້ນເຖິງ 71% ເພາະພວກເຂົາມັກອ່ານປຶ້ມໃນບ່ອນງຽບໆຫຼາຍກວ່າໄປອ່ານຕາມຮ້ານກາເຟທີ່ມີຄົນເຂົ້າອອກຕະຫຼອດເວລາ

  • ຈຸດປ່ຽນຂອງເທຣນການອ່ານປຶ້ມມາແຕ່ໃສ?

ປາກົດການ BookTok ໄດ້ເລີ່ມຂຶ້ນໃນປີ 2020 ທີ່ທຸກຄົນຕ້ອງ Lockdown ຢູ່ເຮືອນ ຜູ້ຄົນວ່າງບໍ່ມີຫຍັງເຮັດຈຶ່ງລິເລີ່ມຢາກຊອກຫາປຶ້ມມາອ່ານ ແລະ  BookTok ນີ້ເອງກໍເຮັດໃຫ້ປຶ້ມຫຼາຍເຫຼັ້ມເປັນທີ່ຮູ້ຈັກ ແລະ ຕິດອັນດັບປຶ້ມຂາຍດີ.

ຢ່າງໃດກໍຕາມ Greta Paterson ໜຶ່ງໃນນັກວິຈານກ່າວສະແດງທັດສະນະວ່າ BookTok ເຮັດໃຫ້ການອ່ານກາຍເປັນ ‘ສິນຄ້າ’ ໂດຍບັນດາ TikToker ສາມາດເຮັດໃຫ້ປຶ້ມບາງເຫຼັ້ມກາຍເປັນປຶ້ມຂາຍດີ ໃນທາງກົງກັນຂ້າມກໍສາມາດວິຈານງານຂຽນບາງເຫຼັ້ມໃຫ້ກາຍເປັນປຶ້ມບໍ່ດີໄດ້ພຽງຊົ່ວຂ້າມຄືນ

  • ວັດທະນະທຳການອ່ານຂອງຄົນ Gen Z (ປຶ້ມແບບໃດທີ່ເປັນທີ່ນິຍົມ)

Hali Brown ຜູ້ຮ່ວມກໍ່ຕັ້ງ Books on the Bedside ອາຍຸ 28 ປີກ່າວວ່າ ‘ຄົນຮຸ່ນໃໝ່ອ່ານປຶ້ມຫຼາກຫຼາຍປະເພດຢ່າງບໍ່ໜ້າເຊື່ອ ພວກເຂົານິຍົມອ່ານວັນນະກຳ, ບົດບັນທຶກຄວາມຊົງຈຳ, ນິຍາຍແປ ແລະ ມັກອ່ານວັນນະກຳ classic ຫຼາຍ’

ນອກນີ້ຍັງມີເທຣນອື່ນໆອີກເຊັ່ນ: Hot Girl Books ເປັນປຶ້ມທີ່ເຫຼົ່າຄົນມີຊື່ສຽງອ່ານ ແລະ Sad Girl Books ເຊິ່ງ Hali Brown ລະບຸວ່າທັງ 2 ເທຣນລ້ວນກ່ຽວຂ້ອງກັບຄວາມເປັນຍິງ ຫຼື ຜູ້ຍິງບໍ່ທາງໃດກໍທາງໜຶ່ງ.

  • ແລ້ວເປັນຫຍັງຄົນ Gen Z ຈຶ່ງສວນກະແສການມາແຮງຂອງ social media ຫັນມາອ່ານປຶ້ມແທນ?

Abigail Bergstrom ນັກຂຽນ ແລະ ຕົວແທນລິຂະສິດວັນນະກຳກ່າວສະແດງທັດສະນະວ່າ ‘ດ້ວຍຄວາມອີ່ມຕົວຂອງ social media ລວມທັງຄວາມໜ້າລຳຄານ ແລະ ຄວາມໜ້າເບື່ອຂອງຜູ້ຄົນໃນໂລກໂຊຊຽວ ເຮັດໃຫ້ຄົນ Gen Z ຫຼີກໜີໄປຫາປຶ້ມໂດຍທີ່ປຶ້ມເຫຼົ່ານັ້ນຈະຕ້ອງເປັນປຶ້ມທີ່ອ່ານແລ້ວຮູ້ສຶກມ່ວນ ຫຼື ເລືອກປຶ້ມຈາກນັກຂຽນເກັ່ງສະເພາະທາງ ຫຼື ມີຊື່ສຽງ’

James Dun ກຳມະການຜູ້ຈັດການຂອງ Waterstones ບໍລິສັດຈັດຈຳໜ່າຍປຶ້ມໃນອັງກິດ ແລະ ເປັນ CEO ຂອງ Barnes & Noble ຜູ້ຈັດຈຳໜ່າຍປຶ້ມທີ່ໃຫຍ່ທີ່ສຸດຂອງສະຫະລັດກ່າວວ່າການປ່ຽນແປງ ແລະ ກະແສທີ່ເກີດຂຶ້ນໃນຕອນນີ້ຊ່ວຍຟື້ນຟູທຸລະກິດປຶ້ມທີ່ຕົກຕ່ຳມາເປັນສິບໆປີ.

‘ຖ້າທ່ານສົງໄສວ່າຕອນນີ້ເທຣນຄົນໜຸ່ມສາວກຳລັງເຮັດຫຍັງ ບອກໄດ້ເລີຍວ່າພວກເຂົາກຳລັງຫາປຶ້ມດີໆຈັກເຫຼັ້ມອ່ານ ເຊິ່ງຖືເປັນເລື່ອງທີ່ໜ້າຊື່ມຊົມຍິນດີຫຼາຍ’

ຂອບໃຈຂໍ້ມູນຈາກ: https://rb.gy/vjhxj3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/