ຍິ່ງອາບນ້ຳດົນກໍຍິ່ງເຫງົາ? ຜົນການຄົ້ນຄວ້າຊີ້ວ່າ ການອາບນ້ຳອຸ່ນດົນໆແມ່ນສັນຍານບອກວ່າເຮົາແມ່ນຄົນຂີ້ເຫງົາ ທີ່ໃຊ້ຄວາມອຸ່ນຈາກນ້ຳປອບໂຍນຈິດໃຈ


ບໍ່ວ່າທ່ານຈະເປັນຄົນປະເພດທີ່ມັກອາບນໍ້າເຢັນພຽງ 5 ນາທີໃນຕອນເຊົ້າ ຫຼື ແຊ່ໃນອ່າງອາບນໍ້າອຸ່ນຫຼູຫຼາທີ່ມີກິ່ນຫອມຂອງສະບູ່ດົນກວ່າໜຶ່ງຊົ່ວໂມງໃນຕອນແລງ. ສິ່ງເຫຼົ່ານີ້ສາມາດບອກເຮົາໄດ້ຫຼາຍຢ່າງວ່າເຮົາເປັນຄົນຂີ້ເຫງົາຫຼາຍປານໃດ.

ອີງຕາມຂໍ້ມູນການຄົ້ນຄວ້າທີ່ຖືກຈັດພິມຢູ່ໃນວາລະສານ “Personality and Social Psychology Bulletin” ທີ່ໄດ້ສຶກສາຄວາມສໍາພັນລະຫວ່າງ “ອາບນໍ້າອຸ່ນ” ແລະ “ຄວາມຮູ້ສຶກເຫງົາ” ໂດຍໄດ້ດໍາເນີນການສໍາຫຼວດຜູ້ເຂົ້າຮ່ວມ 600 ຄົນກ່ຽວກັບນິດໄສການອາບນໍ້າ, ອາລົມ ແລະ ຄວາມສໍາພັນທາງສັງຄົມ. ໂດຍຜົນທີ່ໄດ້ຮັບຊີ້ໃຫ້ເຫັນວ່າ:

ຄົນທີ່ມີນິດໄສມັກທີ່ຈະອາບນໍ້າອຸ່ນດົນໆ ມັກຈະໃຫ້ຄະແນນສູງກວ່າຄົນທົ່ວໄປ ໃນດ້ານຄວາມເຫງົາ ແລະ ຄວາມໂດດດ່ຽວ. ໂດຍຄວາມສຳພັນດັ່ງກ່າວສາມາດເກີດຂຶ້ນທັງໃນຜູ້ຊາຍ ແລະ ຜູ້ຍິງ ບໍ່ວ່າຈະຢູ່ໃນສະຖານະ ຫຼື ການງານໃດໆ.

ນັກຄົ້ນຄວ້າໄດ້ອະທິບາຍເຖິງຄວາມສຳພັນລະຫວ່າງການອາບນ້ຳ ແລະ ຄວາມຮູ້ສຶກເຫງົາວ່າ:

  • ຄວາມອົບອຸ່ນທີ່ສະບາຍຈາກອຸນຫະພູມຂອງນ້ຳ ຈະຊ່ວຍໃຫ້ຮ່າງກາຍຮູ້ສຶກຜ່ອນຄາຍຄ້າຍຄືກັບການໂອບກອດຕົນເອງ ເຊິ່ງອາດຈະເປັນສິ່ງທີ່ຜູ້ຄົນໂຫຍຫາເມື່ອຮູ້ສຶກເຫງົາ ຫຼື ໂດດດ່ຽວ.
  • ການປົດປ່ອຍຄວາມຄຽດ ດ້ວຍການອາບນ້ຳອຸ່ນຈະຊ່ວຍໃຫ້ຮ່າງກາຍ ແລະ ຈິດໃຈຜ່ອນຄາຍ, ຫຼຸດຜ່ອນຄວາມຄຽດ ແລະ ຄວາມວິຕົກກັງວົນ ເຊິ່ງເປັນຜົນດີຕໍ່ອາລົມ.
  • ການໄດ້ໃຊ້ເວລາກັບຕົນເອງ, ການອາບນ້ຳແມ່ນຊ່ວງເວລາທີ່ຕົນເອງຜ່ອນຄາຍທີ່ສຸດ ເພາະເຮົາຈະໄດ້ທົບທວນຄວາມຄິດ ຫຼື ເອົາຕົນເອງອອກມາຈາກໂລກພາຍນອກ ເຊິ່ງອາດຈະເປັນສິ່ງທີ່ຄົນຂີ້ເຫງົາເລືອກທີ່ຈະເຮັດເພື່ອຫຼີກໜີຈາກຄວາມຮູ້ສຶກໂດດດ່ຽວ

ນອກຈາກນີ້ຍັງມີຜົນການຄົ້ນຄວ້າຈາກມະຫາວິທະຍາໄລ Yale ທີ່ໄດ້ດຳເນີນການສຶກສາໄດ້ດໍາເນີນການກ່ຽວກັບ “ພຶດຕິກໍາການອາບນໍ້າຂອງຜູ້ຄົນ” ວ່າມັນເຊື່ອມໂຍງກັບ “ສະພາບອາລົມ” ຫຼືບໍ່?

ໂດຍການຄົ້ນຄວ້າດັ່ງກ່າວແມ່ນກ່ຽວຂ້ອງກັບ “ຈິດຕະວິທະຍາ” ໂດຍການສອບຖາມອາສາສະໝັກ 51 ຄົນກ່ຽວກັບລະດັບຄວາມເຫງົາຂອງພວກເຂົາ ແລະ ການໃຊ້ຊີວິດປະຈໍາວັນ ລວມທັງພຶດຕິກໍາການອາບນໍ້າຂອງແຕ່ລະຄົນ.

ສຳລັບຜົນທີ່ໄດ້ກໍຄື ອາສາສະໝັກສ່ວນໃຫຍ່ ຜູ້ທີ່ມີລະດັບຄວາມເຫງົາຢູ່ໃນເກນທີ່ສູງກວ່າປົກກະຕິ ຈະມີພຶດຕິກຳມັກອາບນໍ້າອຸ່ນ ແລະ ແຊ່ນໍ້າອຸ່ນເປັນໄລຍະເວລາທີ່ດົນກວ່າປົກກະຕິ.

ອີງຕາມຂໍ້ມູນຈາກ John Bargh ນັກສຶກສາຈາກຄະນະຈິດຕະວິທະຍາ ລະດັບປະລິນຍາເອກເປີດເຜີຍວ່າ “ຍິ່ງຄົນເຮົາຮູ້ສຶກໂດດດ່ຽວຫຼາຍເທົ່າໃດ, ກໍຈະຍິ່ງອາບນ້ຳດຸຂຶ້ນ ແລະ ອາບນໍ້າຮ້ອນຫຼາຍຂຶ້ນເທົ່ານັ້ນ.

ການຄົ້ນຄວ້າກ່ຽວກັບຄວາມອົບອຸ່ນທາງດ້ານຮ່າງກາຍ ແລະ ການເຊື່ອມໂຍງທາງສັງຄົມ ພົບວ່ານ້ຳຮ້ອນທີ່ໃຊ້ໃນການອາບນ້ຳ ສາມາດໃຫ້ຄວາມອົບອຸ່ນທາງດ້ານຈິດໃຈ ແລະ ​ຊ່ວຍ​ຂັບ​ໄລ່​ຄວາມ​ຮູ້ສຶກ​ເຫງົາໄດ້ອີກດ້ວຍ (ໃຫ້ຄວາມຮູ້ສຶກຄືກັບຢູ່ໃນອ້ອມກອດຂອງໃຜຜູ້ໜຶ່ງ). ໃນທາງກົງກັນຂ້າມ, ຍິ່ງອາກາດໜາວຂຶ້ນເທົ່າໃດ, ກໍຈະຍິ່ງຮູ້ສຶກໂດດດ່ຽວຫຼາຍຂຶ້ນເທົ່ານັ້ນ”.

ຢ່າງໃດກໍຕາມ, ຍັງມີປັດໄຈອື່ນໆອີກຫຼາຍຢ່າງທີ່ອາດຈະສົ່ງຜົນກະທົບຕໍ່ພຶດຕິກໍາການອາບນໍ້າເຊັ່ນ:

  • ອຸນຫະພູມຂອງອາກາດ: ໃນສະພາບອາກາດທີ່ໜາວເຢັນ, ການອາບນ້ຳອຸ່ນດົນໆ ອາດຈະເປັນວິທີທີ່ຈະຊ່ວຍໃຫ້ຮ່າງກາຍອົບອຸ່ນ.
  • ສະພາບຜິວ: ສຳລັບຄົນທີ່ມີສະພາບຜິວທີ່ແຫ້ງ ການອາບນໍ້າອຸ່ນດົນໆ ອາດຈະຊ່ວຍເພີ່ມຄວາມຊຸ່ມຊື່ນໃຫ້ຜິວ
  • ຄວາມມັກສ່ວນຕົວ: ບາງຄົນມັກອາບນໍ້າອຸ່ນດົນໆ. ພຽງແຕ່ຍ້ອນວ່າຮູ້ສຶກຜ່ອນຄາຍ, ໂດຍບໍ່ກ່ຽວຂ້ອງກັບອາລົມ ຫຼື ຄວາມຮູ້ສຶກເຫງົາເລີຍ.

ທີ່ມາ

ncbi.nlm.nih.gov

learning-mind

brightside

acmelab.yale.edu

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/