ຄວັນ-ໂລຫະ ຈາກໂຮງງານຖ່ານຫີນຂອງຈີນຫຼຸດອອກສູ່ມະຫາສະໝຸດປາຊີຟິກ ສົ່ງຜົນດີ ແລະ ເສຍຕໍ່ທະເລ.


ຄວັນ-ໂລຫະ ຈາກໂຮງງານຖ່ານຫີນຂອງຈີນຫຼຸດອອກສູ່ມະຫາສະໝຸດປາຊີຟິກ ສົ່ງຜົນເຮັດໃຫ້ພືດ-ສັດບາງຊະນິດເຕີບໃຫຍ່ຂະຫຍາຍໂຕ ແຕ່ອາດຈະສົ່ງຜົນເສຍໃນໄລຍະຍາວ.

ຈາກການສຶກສາຂອງທີມນັກວິໄຈ USC-led ຄົ້ນພົບວ່າ ໂລຫະເງິນຈາກໂຮງງານຖ່ານຫີນຂອງຈີນໄຫຼລົງໃນມະຫາສະໝຸດປາຊິຟິກ ເຊິ່ງສົ່ງຜົນກະທົບຕໍ່ສິ່ງທີ່ມີຊີວິດທີ່ອາໄສຢູ່ທະເລ.

ນັກວິໄຈເຊື່ອວ່າໂລຫະທີ່ປົນເປື້ອນຢູ່ໃນມະຫາສະໝຸດ ອາດຈະສົ່ງຜົນໃຫ້ລະບົບນິເວດໃນທະເລປ່ຽນແປງໄປ ເຊິ່ງຍັງບໍ່ຮູ້ຜົນກະທົບຢ່າງຊັດເຈນວ່າເປັນໄປໃນທາງທີ່ດີ ຫຼື ບໍ່ດີກັນແທ້.

ຄວັນທີ່ປິວອອກມາຈາກຖ່ານຫີນພັດພາເອົາທັງເຫຼັກ ແລະ ໂລຫະລົງນ້ຳໃນມະຫາສະໝຸດປາຊີຟິກເໜືອ ດ້ວຍລົມຕາເວັນຕົກທີ່ພັດເອົາມົນລະພິດຈາກອາຊີໄປສູ່ອາເມຣິກາເໜືອໂດຍພົບວ່າ 60% ຂອງທາດເຫຼັກໃນພື້ນທີ່ກວ້າງທາງຕອນເໜືອຂອງມະຫາສະໝຸດນັ້ນຫຼຸດລອດອອກມາຈາກປ່ອງຄວັນ.

ມະຫາສະໝຸດປາຊີຟິກເໜືອເປັນນບໍລິເວນທີ່ທາດເຫຼັກ ເຊິ່ງເປັນທາດທີ່ສານອາຫານຮອງທີ່ສຳຄັນ, ດັ່ງນັ້ນການໄຫຼມາຂອງໂລຫະ ແລະ ສານອື່ນໆ ສາມາດຊ່ວຍສ້າງລະບົບນິເວດໃໝ່ຂຶ້ນມາໄດ້ ກໍເປັນຂ່າວດີ ແລະ ຂ່າວຮ້າຍທັງສອງຢ່າງໃນເວລາດຽວກັນຂອງໂລກ.

ທາດເຫຼັກທີ່ຖືກປ່ອຍອອກມາພ້ອມກັບການເຜົາໄໝ້ຖ່ານຫີນ ສົ່ງຜົນໃຫ້ເກີດການຈະເລີນເຕີບໂຕຂອງສາຫຼ່າຍໃນມະຫາສະໝຸດ ເຊິ່ງສາຫຼ່າຍກໍເປັນຮາກຖານຂອງລະບົບຕ່ອງໂສ້ອາຫານ.

ຜົນກະທົບໄລຍະສັ້ນ ເຮົາອາດຈະເຫັນວ່າທາດເຫຼັກທີ່ຖືກປ່ອຍອອກມາເປັນເລື່ອງທີ່ດີ ຍ້ອນວ່າມັນກະຕຸ້ນໃຫ້ແພງຕ້ອນຈະເລີນເຕີບໃຫຍ່ ເຊິ່ງແພງຕ້ອນເຫຼົ່ານີ້ຂ່ວຍຊຶມຊັບຄາບອນໄດອອກໄຊອອກຈາກຊັ້ນບັນຍາກາດ, ແຕ່ເຖິງຢ່າງໃດກໍຕາມ ມັນກໍເປັນວິທີທີ່ບໍ່ຍືນຍົງ ເພາະວ່າໃນອີກທາງນຶ່ງມັນກໍສົ່ງຜົນກະທົບຕໍ່ສຸຂະພາບຂອງມະນຸດ.

ທີ່ມາ: https://www.facebook.com/environman.th/posts/3160214137440345/