“Tengah” ໂຄງການເມືອງສີຂຽວສຸດລ້ຳຂອງສິງກະໂປ ທີ່ຝັງທໍ່ຄວາມເຢັນ, ທໍ່ຂີ້ເຫຍື້ອ ແລະ ຖະໜົນລົງໃຕ້ດິນ ເພື່ອລົດໂລກຮ້ອນ 100%.


ນັກວິຊາການບອກວ່າ ສິງກະໂປຄືປະເທດນ້ອຍໆ ທີ່ກຳລັງເດີນໜ້າສູ່ການປ່ອຍມົນລະພິດເປັນ 0 ຊະນິດທີ່ບໍ່ມີປະເທດໃດທຽບໄດ້ ແລະ ໄປໄກຊະນິດທີ່ເກີນມາດຕະຖານກາງໂລກໄປແລ້ວ.

ສິ່ງໜຶ່ງທີ່ພິສູດຄືໂຄງການ “Tengah” ເຊິ່ງມີຄວາມໝາຍວ່າ “ສູນກາງ” ເປັນເມືອງສີຂຽວນຳຮ່ອງ ທາງຝັ່ງຕາເວັນຕົກຂອງປະເທດ ທີ່ບໍ່ແມ່ນແຕ່ເມືອງຕົວຢ່າງເທົ່ານັ້ນ ແຕ່ເປັນເມືອງທີ່ເປີດໃຫ້ປະຊາຊົນຈອງທີ່ຢູ່ອາໄສ ແລະ ກຽມຍ້າຍເຂົ້າຮຽບຮ້ອຍແລ້ວ.

ເປັນຫຍັງ Tengah ຈຶ່ງສຳຄັນສຳລັບສິງກະໂປ? ເພາະສິງກະໂປ ເຖິງຈະເປັນປະເທດນ້ອຍໆ ນ້ອຍກວ່ານິວຢອກ ແລະ ມີປະຊາກອນບໍ່ເທົ່າໃດລ້ານຄົນ ແຕ່ກັບມີການປ່ອຍຄາບອນ ຫຼື ມົນລະພິດສູງເຖິງ 50 ເທົ່າຂອງຂະໜາດປະເທດ ດັ່ງນັ້ນການເກີດຂຶ້ນຂອງເມືອງ Tengah ຈຶ່ງມາສອດຮັບກັບເປົ້າໝາຍທີ່ສິງກະໂປຢາກຈະລົດການປ່ອຍມົນລະພິດລົງເຄິ່ງໜຶ່ງພາຍໃນປີ 2050.

ຄວາມລ້ຳຂອງ Tengah ຄືທໍ່ຂີ້ເຫຍື້ອພະລັງສູນຍາກາດທີ່ດູດຂີ້ເຫຍື້ອລົງໃຕ້ດິນ ຮວມເຖິງຖະໜົນໃຕ້ດິນສຳຫຼັບລົດໄຟຟ້າ, ເອີ້ນໄດ້ວ່າເປັນເມືອງແຫ່ງອະນາຄົດຢ່າງແທ້ຈິງ ແລະ ໜ້າທີ່ສົນໃຈທີ່ສຸດຄື ການຕິດຕັ້ງໂຊລາເຊວ ຂະໜາດຍັກເພື່ອຜະລິດພະລັງງານຄວາມເຢັນໃນເມືອງ ເຊິ່ງເປັນສິ່ງທີ່ສຳຄັນຫຼາຍ ເພາະສິງກະໂປຮ້ອນເທົ່າບ້ານເຮົາ ຫຼື ອາດຈະຮ້ອນກວ່າດ້ວຍຊໍ້າ.

ຍ້ອນສິງກະໂປເບິ່ງວ່າ ເລື່ອງທີ່ສຳຄັນທີ່ສຸດສຳລັບການລົດໂລກຮ້ອນຂອງປະເທດ ຄືການລົດໃຊ້ “ເຄື່ອງປັບອາກາດ” ດ້ວຍຄວາມເປັນປະເທດຮ້ອນຊື້ນ ແລະ ຄົນມີລາຍໄດ້ຂ້ອນຂ້າງສູງ ດັ່ງນັ່ນຈຶ່ງມີການຕິດແອ ໃນທຸກທີ່ຢູ່ອາໄສ ບ່ອນເຮັດວຽກ ຫຼື ໃນທີ່ສາທາລະນະ ສິງກະໂປຈຶ່ງກາຍເປັນປະເທດທີ່ມີຈຳນວນເຄືີ່ອງແອປັບອາກາດຫຼາຍກວ່າຈຳນວນປະຊາກອນໃນປະເທດອີກ ຂະນະທີ່ແນວໂນ້ມຂອງໂລກ (Trend) ບອກວ່າ ມະນຸດມີຄວາມຕ້ອງການພະລັງງານໃນການສ້າງຄວາມເຢັນເພີ່ມຂຶ້ນປີລະ 13% ໂດຍສະເພາະໃນອາຄານ ແລະ ໃນຍານພາຫະນະ.

ງານວິໄຈໃນຫຼາຍປະເທດບອກກົງກັນວ່າ ວິທີນຶ່ງໃນການລົດຄວາມຮ້ອນໃນເມືອງທີ່ງ່າຍທີ່ສຸດ ໃນລະດັບໂຄງສ້າງເມືອງ ກໍຄືການສ້າງລະບົບພະລັງງານຄວາມເຢັນໃຕ້ເມືອງ (Underground Cooling Plant) ເຊິ່ງຈະໃຫ້ຄວາມເຢັນໄດ້ໄລຍະກວ້າງຫຼາຍ ປັດຈຸບັນສິງກະໂປໄດ້ມີການສ້າງໂຄງສ້າງ Underground Cooling Plant ເຊິ່ງຢູ່ໃຕ້ດິນໃນເຂດສູນກາງເມືອງການເງິນ Marina Bay ຕໍ່ທໍ່ກະຈາຍສູ່ຫຼາຍຕຶກໃນເມືອງ.

ສ່ວນທີ່ເມືອງ Tengah ຈະເພີ່ມເຕີມດ້ວຍການໃຊ້ພະລັງໂຊລາ (Solar Power) ຂະໜາດໃຫຍ່ຕິດຕັ້ງເທິງອາຄານທີ່ພັກ ແລະ ມີທໍ່ນ້ຳເຢັນຕໍ່ກັັນທົ່ວຕຶກເພື່ອສ້າງຄວາມເຢັນ ເຊິ່ງ SP Group ປະເມີນວ່າຈະຊ່ວຍລົດການໃຊ້ພະລັງງານໄດ້ຫຼາຍເຖິງ 30% ໂດຍຜູ້ອາໄສ ເລືອກໄດ້ວ່າຈະໃຊ້ຄວາມເຢັນລະບົບສ່ວນກາງ ຫຼື ຈະຊື້ແອມາຕິດເອງ ເຊິ່ງຕອນນີ້ກໍເປັນເລື່ອງຍາກຢູ່ຄືກັນ ທີ່ຈະປ່ຽນພຶດຕິກຳຄົນໃຫ້ເລືອກໃຊ້ທາງເລືອກໃໝ່ທັນທີ

ແນວໃດກໍຕາມ ປີ 2018 Tengah ໄດ້ເປີດໃຫ້ຈອງຫ້ອງພັກ 8000 ຫ້ອງ ແລະ ມີຜູ້ອາໄສປະມານ 1000 ຫ້ອງເລືອກໃຊ້ພະລັງງານສ່ວນກາງ ໂດຍສ່ວນໃຫຍ່ຜູ້ພັກອາໄສທີ່ນີ້ຈະເປັນຄູ່ແຕ່ງງານໃໝ່. ຂະນະນີ້ພາຍໃນປີ 2023 Tengah ກຽມຈະເປີດໃຫ້ຈອງເພີ່ມອີກ 42.000 unit.

ຄວາມໜ້າສົນໃຈອີກນຶ່ງເລື່ອງຄື ການສົ່ງເສີມໃຫ້ຍານພາຫະນະຂອງເມືອງໃໝ່ນີ້ຢູ່ໃຕ້ດິນທັງໝົດ ທັງເສັ້ນທາງລົດໄຟ, ຖະໜົນເຂົ້າເມືອງ ຮວມໄປເຖິງລານຈອດລົດ ການອອກແບບນີ້ເພື່ອໃຫ້ເທິງພື້ນດິນມີພື້ນທີ່ສຳລັບສວນ, ການເຮັດກະສິກຳໃນເມືອງ, ເສັ້ນທາງຍ່າງ ແລະ ທາງລົດຖີບຂອງປະຊາຊົນ.

ນອກຈາກນີ້ ເມືອງໃຫຍ່ຍັງມີການອອກແບບລະບົບຈັດຂີ້ເຫຍື້ອ ໂດຍຄິດເຖິງສິ່ງແວດລ້ອມ ດ້ວຍລະບົບລຳລຽງຂີ້ເຫຍື້ອດ້ວຍລົມອັດຕະໂນມັດ, ເມື່ອຜູ້ຢູ່ອາໄສຖິ້ມຂີ້ເຫຍື້ອໃນຊ່ອງ ລະບົບຈະດູດຂີ້ເຫຍື້ອໄປເກັບຮວມກັນຜ່ານທໍ່ໃຕ້ດິນທີ່ຕິດຕັ້ງເປັນລະບົບ ລົດກິ່ນແລະກັນການຮົ່ວໄຫຼຂອງສິ່ງເປື້ອນເປິຕ່າງໆ. ໃນອະນາຄົດ Tengah ມີແຜນຈະໃຊ້ຂີ້ເຫຍື້ອປ່ຽນເປັນພະລັງງານກາສ ເຊິ່ງຍັງຢູ່ໃນຊ່ວງຕົ້ນຂອງການວິໄຈ ແລະ ທົດລອງ.

ທີ່ມາ:  https://web.facebook.com/thematterco/photos/a.1735876059961122/2730268310521887/?_rdc=1&_rdr%