ສິງກະໂປຫວັງໃຊ້ກົນລະຍຸດ “Concert Economics” ເພື່ອດຶງດູດນັກທ່ອງທ່ຽວ ແລະ ຊຸກຍູ້ເສດຖະກິດພາຍໃນປະເທດ


ສິງກະ​ໂປ​ກຳລັງ​ນຳ​ໃຊ້​ກົນລະຍຸດ​​ໃໝ່ “Concert Economics “ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ແລະ ຊຸກຍູ້​ເສດຖະກິດ. ເຊິ່ງຄາດ​ວ່າ​ຈະ​ມີ​ລາຍ​ຮັບ​ຈາກ​ການທ່ອງທ່ຽວສູງ​ເຖິງ 371 ລ້ານ​ໂດ​ລາ​ສະຫະລັດ ຈາກ​ການ​ສະ​ແດງ​ຄອນ​ເສີດ​ຂອງ​ Taylor Swift ປັອບສະຕາລະດັບໂລກ.

ກ່ອນໜ້ານີ້, ສິງ​ກະ​ໂປເຄີຍເປັນປະເທດທີ່ດຶງດູດການເດີນທາງເພື່ອການເຈລະຈາທາງທຸລະ​​ກິດມາໂດຍຕະຫຼອດ, ແຕ່ໃນປັດຈຸບັນ ​ການ​ສະ​ແດງ​ຄອນ​ເສີດ​ຂອງ​ນັກ​ສິ​ລະ​ປິນ​ທີ່​ມີ​ຊື່​ສຽງ​ລະດັບໂລກໄດ້ກາຍເປັນ​ເຄື່ອງ​ຈັກຊຸກຍູ້​ທາງ​ເສດ​ຖະ​ກິດ ໂດຍສະເພາະແມ່ນລາຍໄດ້ຈາກຂະແໜງບໍລິການທີ່ສາມາດເພີ່ມ GDP ໄດ້ຫຼາຍເຖິງ 10%.

ເມື່ອຢ້ອນກັບໄປໃນເດືອນມັງກອນທີ່ຜ່ານມາ ໄດ້ມີວົງດົນຕີຈາກປະເທດອັງກິດ Coldplay ມາຈັດຄອນເສີດ 6 ຮອບທີ່ສະໜາມກິລາແຫ່ງຊາດຂອງສິງກະໂປ, ພວກເຂົາສາມາດຈຳໜ່າຍປີເຂົ້າເບິ່ງ 2 ແສນໃບໝົດພາຍໃນ 2 – 3 ຊົ່ວໂມງ ແລະ ຍັງທໍາລາຍສະຖິຕິການຂາຍບັດທີ່ຫຼາຍທີ່ສຸດໃນເມືອງດັ່ງກ່າວໃນວັນດຽວກັນ. ອີງຂໍ້ມູນຈາກ Agoda ສະແດງໃຫ້ເຫັນວ່າ ຄວາມຕ້ອງການທີ່ພັກໃນສິງກະໂປໄດ້ເພີ່ມຂຶ້ນ 8.7 ເທົ່າ ໃນລະຫວ່າງງານຄອນເສີດ Coldplay.

ທັງນີ້, ປະເທດສິງກະໂປສາມາດຖືວ່າເປັນ ‘Asia’s Main Stop’ ສໍາລັບ Music of the Spheres World Tour ຂອງ Coldplay ເຊິ່ງໄດ້ຊ່ວຍສົ່ງເສີມອຸດສາຫະກໍາການທ່ອງທ່ຽວຂອງປະເທດຢ່າງຫຼວງຫຼາຍ.

ນັບຕັ້ງແຕ່ທ້າຍອາທິດນີ້ເປັນຕົ້ນໄປ ສິງກະໂປຈະກັບມາເຕັມໄປດ້ວຍບັນຍາກາດທີ່ຄຶກຄັກອີກຄັ້ງຈາກຄອນເສີດ “Taylor Swift ” ປັອບສະຕາຊາວອາເມຣິກາທີ່ມີຊື່ສຽງທີ່ສຸດໃນປັດຈຸບັນ. ໂດຍງານ​ຄອນ​ເສີດ​ຄັ້ງນີ້ຖືເປັນການ​ທົດ​ສອບທີ່ສຳຄັນຂອງກົນລະ​ຍຸດ “Concert Economics” ຂອງ​ສິງ​ກະ​ໂປທີ່ມຸ່ງຫວັງຈະດຶງ​ດູດ​ນັກ​ທ່ອງ​ທ່ຽວ, ກະຕຸ້ນເສດຖະກິດ ແລະ ສ້າງຊື່ສຽງໃຫ້ປະເທດ.

ຜົນໄດ້ຮັບທີ່ຄາດໄວ້:

  • ການສ້າງລາຍຮັບ: ຄາດວ່າຈະສ້າງລາຍຮັບຈາກການທ່ອງທ່ຽວ ແລະ ການບໍລິການ 350 – 500 ລ້ານໂດລາສິງກະໂປ (260.3 – 371.9 ລ້ານໂດລາສະຫະລັດ).
  • ດຶງ​ດູດ​ນັກ​ທ່ອງ​ທ່ຽວ: ຄາດ​ການ​ວ່າ​ປະ​ມານ 70% ຂອງ​ນັກ​ຄອນ​ເສີດ​ຈະ​ມາ​ຈາກ​ຕ່າງ​ປະ​ເທດ.
  • ການສ້າງຊື່ສຽງ: ເປັນການສົ່ງເສີມປະເທດສິງກະໂປໃຫ້ກັບແຟນເພງທົ່ວໂລກ.

ໂດຍຫຼັງຈາກທີ່ Taylor Swift ປະກາດວັນສະແດງຄອນເສີດທີ່ສິງກະໂປກໍໄດ້ເຮັດໃຫ້ຍອດການຈອງໂຮງແຮມຂອງສິງກະໂປໃນເດືອນມີນາ 2024 ເພີ່ມຂຶ້ນ 10%, ສາຍ​ການ​ບິນ​ໃຫຍ່​ຂອງ​ສິງ​ກະ​ໂປ Singapore Airlines ແລະ Scoot ມີ​ຄວາມ​ຕ້ອງ​ການ​ຖ້ຽວ​ບິນ​ໄປ​ສິງ​ກະ​ໂປ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ ແລະ ບໍລິສັດ Jetstar Asia ກໍມີຄວາມຕ້ອງການຖ້ຽວບິນໄດ້ເພີ່ມຂຶ້ນ 20% ໃນເສັ້ນທາງ Bangkok, Manila ແລະ Jakarta ໄປສິງກະໂປ.

ສິງກະໂປກຳລັງກ້າວເຂົ້າສູ່ຍຸກໃໝ່ຂອງການທ່ອງທ່ຽວ, ໂດຍກົນລະຍຸດ “Concert Economics” ໄດ້ດຶງດູດເອົາສິລະປິນກົນທີ່ມີຊື່ສຽງລະດັບໂລກເຊັ່ນ: Taylor Swift, Ed Sheeran, Bruno Mars, BLACKPINK ແລະອື່ນໆໃຫ້ມາຈັດຄອນເສີດ, ເຊິ່ງຄອນເສີດເຫຼົ່ານີ້ໄດ້ກາຍເປັນຈຸດໝາຍປາຍທາງທີ່ສຳຄັນຂອງນັກທ່ອງທ່ຽວ.

ຈຸດປ່ຽນ:

  • ໃນອະດີດທີ່ຜ່ານມາ: ຂະແໜງການທຸລະກິດ MICE (ກອງປະຊຸມ, ແຮງຈູງໃຈ, ການສໍາມະນາ ແລະ ງານວາງສະແດງ) ດຶງດູດການເດີນທາງເພື່ອທຸລະກິດ.
  • ໃນປັດຈຸບັນ: ຄອນເສີດ ແລະ ງານອີເວັນດຶງດູດນັກທ່ອງທ່ຽວໃນເຊີງກິດຈະກໍາ.

ສຳລັບໂອກາດທີ່ໄດ້ຮັບ:

  • ກະຕຸ້ນເສດຖະກິດ: ລາຍໄດ້ຈາກການຂາຍປີ້, ທີ່ພັກ, ອາຫານ, ຂອງທີ່ລະນຶກ ແລະອື່ນໆ.
  • ສ້າງຊື່ສຽງ: ສົ່ງເສີມປະເທດໂດຍຜ່ານນັກສິລະປິນທີ່ມີຊື່ສຽງ.
  • ພັດທະນາ​ຂະ​ແໜງ​ການທ່ອງທ່ຽວ: ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃໝ່ໆໃຫ້ເຂົ້າມາປະເທດຫຼາຍຂຶ້ນ

ໃນກາງເດືອນກຸມພາທີ່ຜ່ານມາ ສິງກະ​ໂປ​ໄດ້​ຫຼຸດ​ລະດັບ​ການ​ເຕີບ​ໂຕ​ໃນ​ປີ 2023 ​ເນື່ອງ​ຈາກ​ຂໍ້​ມູນ​ທາງ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ​ເສດຖະກິດ​ເຕີບ​ໂຕ 1,1% ​ເມື່ອ​ທຽບ​ໃສ່​ການ​ຄາດ​ການ​ກ່ອນ​ໜ້າ​ນີ້ 1,2%.

ຂໍ້ມູນຈາກກະຊວງການຄ້າ ແລະ ອຸດສາຫະກຳ ເປີດເຜີຍວ່າ ເສດຖະກິດສິງກະໂປໃນໄຕມາດທີ 4 ປີ 2023 ເຕີບໂຕ 2.2% ເມື່ອທຽບໃສ່ປີກາຍ. ເຊິ່ງນີ້ແມ່ນຕໍ່າກວ່າການຄາດການໄວ້ລ່ວງໜ້າຂອງລັດຖະບານທີ່ຈະເຕີບໂຕຂຶ້ນ 2.8%, ໂດຍສາເຫດຫຼັກໆແມ່ນມາຈາກກິດຈະກຳການຜະລິດທີ່ຫຼຸດລົງ

ສຳລັບເປົ້າໝາຍຂອງສິງກະໂປໃນປີ 2024:

  • ສິງກະໂປຄາດການວ່າການ​ເຕີບ​ໂຕຂອງ GDP ໄວ້ທີ່ 1-3%
  • ຄວາມຕ້ອງການພາຍນອກຍັງຄົງບໍ່ປ່ຽນແປງ.
  • ຂະແໜງການຜະລິດ ແລະ ການຄ້າຄາດວ່າຈະເຕີບໂຕໄປເທື່ອລະກ້າວ.
  • ການ​ຟື້ນ​ຟູ​ການ​ທ່ອງ​ທ່ຽວ​ຈະ​ຊ່ວຍ​ເຫຼືອ​ຂະ​ແໜງ​ການ​ທ່ອງ​ທ່ຽວ ​ແລະ​ ການ​ບິນ.

ປັດ​ໄຈ​ສະ​ຫນັບ​ສະໜູນ​:

  • ການຟື້ນຕົວຂອງຄວາມຕ້ອງການອຸປະກອນເອເລັກໂຕຣນິກ
  • ການຟື້ນຕົວຂອງການເດີນທາງທາງອາກາດ
  • ທ່ອງ​ທ່ຽວ

ຂະ​ແໜງ​ການ​ຜະ​ລິດ ​ແລະ​ ການ​ຄ້າ​ທີ່​ກ່ຽວ​ຂ້ອງ​ຂອງ​ສິງ​ກະ​ໂປ​ຄາດ​ວ່າ​ຈະ​ເຕີບ​ໂຕ​ເທື່ອ​ລະ​ກ້າວ. ຄຽງຄູ່ກັບການຟື້ນຕົວຂອງຄວາມຕ້ອງການອຸປະກອນເອເລັກໂຕຣນິກໃນທົ່ວໂລກ. ແລະ ​ການ​ຟື້ນ​ຕົວ​ຂອງ​ຄວາມ​ຕ້ອງການ​ທາງ​ອາກາດ ​ແລະ ​ການທ່ອງທ່ຽວ​ຢ່າງ​ຕໍ່​ເນື່ອງ​ຈະ​ສະໜັບສະໜູນ​ຂະ​ແໜງ​ການທ່ອງທ່ຽວ ​ແລະ ​ການບິນ​ຂອງ​ສິງກະ​ໂປ

ທີ່ມາ:

forbesthailand

cnbc

cnbc2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/