El Salvador ຟັນກໍາໄລຈາກການຖືຄອງ Bitcoin ໄປກວ່າ 50 ລ້ານໂດລາ ຫຼັງຈາກທີ່ລາຄາຂອງຫຼຽນເພີ່ມຂຶ້ນຢ່າງຕໍ່ເນື່ອງ


ຫຼັງຈາກລາຄາ Bitcoin ຫຼຸດລົງຢ່າງຫຼວງຫຼາຍໃນສອງສາມມື້ກ່ອນໜ້ານີ້ ມັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ນັກລົງທຶນໃນຕະຫຼາດເປັນຈໍານວນຫຼາຍ. ຢ່າງໃດກໍຕາມ, ຂໍ້ມູນຈາກ BitcoinTreasuries ເປີດເຜີຍວ່າ ໃນປັດຈຸບັນ, ລັດຖະບານ El Salvador ສາມາດເຮັດກຳໄລຈາກການຖືຄອງ Bitcoin ໄປຫຼາຍກວ່າ 50 ລ້ານໂດລາ.

Bitcoin ໄດ້ປາກົດຕົວຄັ້ງທໍາອິດໃນຮູບແບບການຊຳລະເງິນທີ່ຖືກຕ້ອງທາງກົດໝາຍໃນ El Salvador ປີ 2022, ອີງຕາມການຖະແຫຼງການ. ນັບຕັ້ງແຕ່ນັ້ນມາ, ສິນຊັບຂອງປະເທດກໍໄດ້ສືບຕໍ່ຫຼຸດລົງເລື້ອຍໆ ເນື່ອງຈາກຕະຫຼາດຢູ່ໃນໄລຍະຂາລົງເປັນໄລຍະຍາວນານ.

ຢ່າງໃດກໍຕາມ, Nayib Bukele ປະທານາທິບໍດີ ກໍບໍ່ໄດ້ລົດລະຄວາມພະຍາຍາມແຕ່ຢ່າງໃດ, ແລະອອກມາປະກາດວ່າ ລັດຖະບານຈະເລີ່ມຊື້ 1 BiTC ໃນທຸກໆມື້. ໃນປັດຈຸບັນ El Salvador ຖືຄອງ Bitcoin ປະມານ 2,380 BTC ຄິດເປັນເງິນປະມານ 158.5 ລ້ານໂດລາ, ໂດຍມີລາຄາສະເລ່ຍຕໍ່ຫຼຽນຢູ່ທີ່ 44,300 ໂດລາ.

ແຕ່ພາຍຫຼັງທີ່ລາຄາ Bitcoin ໄດ້ເພີ່ມຂຶ້ນສູ່ລະດັບສູງສຸດໃໝ່ໃນວັນທີ 5 ມີນາທີ່ຜ່ານມາ, ສົ່ງຜົນໃຫ້ Bitcoin ທີ່ El Salvador ຖືຄອງຢູ່ມີມູນຄ່າເພີ່ມຂຶ້ນເປັນ 164,7 ລ້ານໂດລາສະຫະລັດ ແລະ ມີຜົນກຳໄລທີ່ຍັງບໍ່ເກີດຂຶ້ນແທ້ (Unrealized profits) ຫຼາຍເຖິງ 53%.

ໂດຍຄວາມຄິດເຫັນຫຼ້າສຸດຂອງ Nayib Bukele ທີ່ໄດ້ອອກມາສະແດງຜ່ານແພລັດຟອມ X ຫຼັງຈາກທີ່ໄດ້ຮັບການເລືອກຕັ້ງໃນເດືອນທີ່ຜ່ານມາ, ໂດຍຕົວເຂົາໄດ້ວິພາກວິຈານແນວທາງຂອງສື່ທີ່ເປັນສະແສຫຼັກທີ່ມີຕໍ່ນະໂຍບາຍເສດຖະກິດຂອງລັດຖະບານວ່າ “ເມື່ອລາຄາຕະຫຼາດຂອງ Bitcoin ຫຼຸດລົງຕໍ່າ, ພວກເຂົາກໍຂຽນຫຼາຍພັນບົດຄວາມທີ່ກ່ຽວກັບການສູນເສຍທີ່ຄາດໄວ້ແລ້ວຂອງພວກເຮົາ. ແລະໃນປັດຈຸບັນທີ່ລາຄາຕະຫຼາດຂອງ Bitcoin ສູງຂຶ້ນ, ຖ້າພວກເຮົາຂາຍມັນ, ພວກເຮົາຈະສາມາດສ້າງກໍາໄລຫຼາຍກວ່າ 40% (ພຽງແຕ່ຈາກການຊື້ໃນຕະຫຼາດ). ເຊິ່ງແຫຼ່ງທີ່ມາຂອງ Bitcoin ທັງໝົດໃນປັດຈຸບັນແມ່ນມາຈາກໂຄງການສັນຊາດຂອງພວກເຮົາ.

ດັ່ງນັ້ນ, ພວກເຮົາຈະບໍ່ຂາຍ Bitcoin ແນ່ນອນເພາະວ່າໃນຕອນສຸດທ້າຍ 1 BTC = 1 BTC (ນີ້ແມ່ນຄວາມຈິງໃນເວລາທີ່ລາຄາຕະຫຼາດຫຼຸດລົງຕໍ່າ ແລະ ຍັງຄົງເປັນຢູ່ໃນປັດຈຸບັນ), ຕອນທີ່ລາຄາມັນຫຼຸດລົງກໍມີແຕ່ຜູ້ຊ່ຽວຊານອອກມາວິພາກວິຈານສິ່ງທີ່ພວກເຮົາເຮັດ ແຕ່ເມື່ອລາຄາຂຶ້ນຄົນເຫຼົ່ານີ້ກັບບໍ່ມີໃຜອອກມາເວົ້າຫຍັງເລີຍ”.

ຢ່າງໃດກໍຕາມ, ເຖິງແມ່ນວ່າປະເທດໄດ້ຮັບຄວາມສົນໃຈຫຼາຍໃນ Bitcoin, ແຕ່ El Salvador ຍັງຄົງເປັນໝາປ່າທີ່ໂດດດ່ຽວໃນບັນດາລັດຕ່າງໆທີ່ນໍາໃຊ້ “ມາດຕະຖານ Bitcoin” ເຖິງແມ່ນວ່າມີຂ່າວລືວ່າ ໃນອາເມຣິກາໃຕ້ ແລະ ບ່ອນອື່ນໆຈະຫັນມາໃຊ້ ມາດຕະຖານ Bitcoin, ແຕ່ຍັງບໍ່ທັນມີການປະກາດຢ່າງເປັນທາງການເທື່ອ.

ທີ່ມາ:

siamblockchain

twitter

cointelegraph

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/