ປະເທດຝຣັ່ງ ເປັນປະເທດທຳອິດຂອງໂລກ ທີ່ຮັບຮອງສິດທິໃນການຍຸຕິການຖືພາ ໄວ້ໃນລັດຖະທຳມະນູນ


ລັດຖະສະພາຝຣັ່ງ ຮັບຮອງເສລີພາບຂອງແມ່ຍິງໃນການຍຸຕິການຖືພາ ດ້ວຍຄະແນນສຽງ 780 ຕໍ່ 72 ສຽງ ທ່າມກາງສຽງຕົບມືຍິນດີໃນສະພາ.

ປະທານາທິບໍດີ ເອັມມານູເອລ ມາຄຣົງ ກ່າວວ່າ ຄວາມກ້າວໜ້າໃນຄັ້ງນີ້ ເປັນຄວາມພາກພູມໃຈຂອງຝຣັ່ງທີ່ສົ່ງສານໄປທົ່ວໂລກ ພ້ອມຍັງກ່າວວ່າ ເຮົາກຳລັງສົ່ງສານໄປຍັງແມ່ຍິງທຸກຄົນ ຮ່າງກາຍຂອງເຈົ້າເປັນຂອງເຈົ້າ ແລະ ບໍ່ມີໃຜມາຕັດສິນໃຈແທນເຈົ້າໄດ້.

ຝຣັ່ງບັນຍັດໃຫ້ການຍຸຕິການຖືພາຖືກກົດໝາຍຕັ້ງແຕ່ປີ 1975 ແຕ່ຜົນສຳຫຼວດຊີ້ວ່າ ມີປະຊາຊົນປະມານ 85% ທີ່ສະໜັບສະໜູນການແກ້ໄຂລັດຖະທຳມະນູນ ເພື່ອປົກປ້ອງສິດໃນການຍຸຕິການຖືພາ.

ນີ້ເປັນການແກ້ໄຂລັດຖະທຳມະນູນຄັ້ງທຳອິດຂອງຝຣັ່ງ ນັບແຕ່ປີ 2008 ເປັນການແກ້ໄຂກົດໝາຍສູງສຸດຂອງປະເທດ ເປັນຄັ້ງທີ 25.

ຫຼັງຈາກລັດຖະສະພາໂຫວດຜ່ານແລ້ວ ຫໍໄອເຟລກໍໄດ້ຂຶ້ນປ້າຍຂໍ້ຄວາມສະເຫຼີມສະຫຼອງວ່າ My Body My Choice ຫຼື ຮ່າງກາຍຂອງຂ້ອຍ ທາງເລືອກຂອງຂ້ອຍ.

ທີ່ມາ:

bbc

prachatai

pptvhd36

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/