Ren Xiaorong ຜູ້ປະກາດຂ່າວສາວ AI ຄົນທຳອິດຂອງຈີນ ທີ່ສາມາດລາຍງານຂ່າວໄດ້ຕະຫຼອດ 24 ຊົ່ວໂມງ


ໃນປີ 2023 ນີ້ຖືເປັນປີຂອງ AI ຢ່າງແທ້ຈິງ ຫຼາຍບໍລິສັດໄດ້ມີການລົງທຶນພັດທະນາເທັກໂນໂລຢີດັ່ງກ່າວ ແລະ ກໍມີຫຼາຍບໍລິສັດ ທີ່ເລີ່ມນຳເອົາເທັກໂນໂລຢີປັນຍາປະດິດນີ້ ເຂົ້າມາຊ່ວຍໃນການເຮັດວຽກ ໜຶ່ງໃນນັ້ນກໍຄື People’s Daily ສໍານັກຂ່າວຊື່ດັງຂອງ ສປ ຈີນ ທີ່ໄດ້ເຮັດການເປີດຕົວ ເຣິນ ສຽວຣົງ (Ren Xiaorong) ຜູ້ປະກາດຂ່າວສາວ AI ຄົນທຳອິດຂອງຈີນ ທີ່ສາມາດລາຍງານຂ່າວໄດ້ຕະຫຼອດ 24 ຊົ່ວໂມງ ແລະ ຕະຫຼອດໝົດປີ.

ໂດຍ ເຣິນ ສຽວຣົງ ນີ້ ຖືກພັດທະນາມາດ້ວຍຄວາມຄິດທີ່ວ່າ ຈະມີຄົນທີ່ສາມາດມາລາຍງານຂ່າວດ່ວນໄດ້ຕະຫຼອດ 24 ຊົ່ວໂມງ ແລະ ດ້ວຍຄວາມພະຍາຍາມໃນການລົດຄ່າແຮງງານ. ປັດຈຸບັນ ສຽວຣົງ ໄດ້ຮັບການເຝິກອົບຮົມກ່ຽວກັບການປະຊຸມທາງການເມືອງຂອງ ຈີນ ພຽງປີລະ 2 ຄັ້ງເທົ່ານັ້ນ.

ແຕ່ທັກສະຕ່າງໆ ບໍ່ວ່າຈະເປັນນໍ້າສຽງ ຈັງຫວະການເວົ້າ ນັ້ນແມ່ນໄດ້ຮັບການເຝິກມາຈາກ ນັກຂ່າວນັບພັນຄົນ ພ້ອມຍັງສາມາດໃຊ້ລາຍງານຂ່າວໃນຫົວຂໍ້ອື່ນໆໄດ້ ແລະ ຍັງສາມາດພັດທະນາຕົນເອງຈາກຄວາມຄິດເຫັນຈາກຜູ້ທີ່ຮັບຊົມໄດ້ນຳອີກ.

ໂດຍໃນວິດີໂອເປີດຕົວນັ້ນ ເຮົາຈະເຫັນແມ່ຍິງ ນຸ່ງເຄື່ອງສຸພາບທີ່ອອກມາແນະນຳຕົວ ໂດຍໃນວິດີໂອ ເຣິນ ສຽວຣົງລະບຸວ່າ: “ສະບາຍດີ ຂ້ອຍຊື່ ເຣິນ ສຽວຣົງ ເປັນຜູ້ປະກາດຂ່າວ AI ຂອງ People’s Daily, ຂ້ອຍໄດ້ຮັບການເຝິກທັກສະຕ່າງໆ ຈາກນັກຂ່າວຫຼາຍກວ່າ 1.000 ຄົນ ເພື່ອທີ່ຂ້ອຍຈະສາມາລາຍງານຂ່າວໄດ້ ຕະຫຼອດ 24 ຊົ່ວໂມງ ແລະ 365 ມື້ ແບບບໍ່ພັກຜ່ອນ”

ແຕ່ຢ່າງໃດກໍຕາມ ພາບຂອງ ເຣິນ ສຽວຣົງ ກໍຍັງເບິ່ງແປກໆ ໂດຍທັງສີໜ້າສີຕາ ການພິບຕາ ການເໜັງຂອງປາກ ແມ່ນສາມາດເບິ່ງອອກທັນທີ ວ່າບໍ່ແມ່ນມະນຸດ. ນອກຈາກນີ້ ຄວາມເຫັນສ່ວນໃຫຍ່ຂອງຊາວຈີນ ກໍບໍ່ເຫັນດີນຳປານໃດ ເພາະຍັງເຊື່ອວ່າຜູ້ປະກາດຂ່າວທີ່ເປັນຄົນແທ້ສາມາດເຮັດວຽກໄດ້ດີກວ່າ ແລະ ເຣິນ ສຽວຣົງ ຍັງມີອີກຫຼາຍຢ່າງ ທີ່ຕ້ອງພັດທະນາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/