ບໍ່ມີແລ້ວນົກສີຟ້າ! Elon Musk ປ່ຽນໂລໂກ້ Twitter ຈາກນົກສີຟ້າ ກາຍເປັນ ໝາຊິບະ ຈົນເຮັດໃຫ້ລາຄາ Dogecoin ດີດຕົວຂຶ້ນສູງກວ່າ 30%


ໃນຕອນນີ້ ໃຜທີ່ເຂົ້າໄປໃນ Twitter ແພລັດຟອມສັງຄົມອອນລາຍຊື່ດັງຂອງໂລກ ກໍຄົງຈະຮູ້ສຶກແປກ ແລະ ບໍ່ຄຸ້ນຕາ ເພາະໂລໂກ້ ນົກສີຟ້າ ທີ່ເປັນເອກະລັກຂອງ Twitter ທີ່ເຮົາຄຸ້ນຕາກັນມາຫຼາຍກວ່າ 10 ປີ ນັ້ນ ໄດ້ຖືກ ອີລອນ ມາກສ ຜູ້ເປັນເຈົ້າຂອງ ໄດ້ປ່ຽນໃຫ້ເປັນຮູບໝາສາຍພັນຊິບະ ໄປແລ້ວ.

ພາຍຫຼັງການປ່ຽນແປງດັ່ງກ່າວ ອີລອນ ມາກສ ຍັງໄດ້ໂພສຮູບມຸກຕະຫຼົກລົງໃນບັນຊີສ່ວນຕົວອີກ. ໂດຍຮູບພາບດັ່ງກ່າວ ເປັນຮູບຂອງ ແມງກະເບື້ອທີ່ມີຫົວເປັນໝາ ຊິບະ ກຳລັງຖືກຕຳຫຼວດກວດໃບຂັບຂີ່ຢູ່ ແຕ່ຮູບໃນໃບຂັບຂີ່ກັບເປັນຮູບຂອງນົກສີຟ້າ ຫຼື ໂລໂກ້ເກົ່າຂອງ Twitter ພ້ອມກັບມີຂໍ້ຄວາມຈາກໝາທີ່ບອກກັບຕຳຫຼວດວ່າ ນັ້ນມັນຮູບເກົ່າແລ້ວ.

ແຕ່ຢ່າງໃດກໍຕາມ ການປ່ຽນໂລໂກ້ຄັ້ງນີ້ ກໍຍັງບໍ່ເປັນທີ່ຊັດເຈນວ່າຈະເປັນການປ່ຽນໂລໂກ້ໄປແບບຖາວອນຫຼືບໍ່. ສ່ວນເຫດຜົນ ທີ່ກໍຍັງບໍ່ຊັດເຈນວ່າເປັນເຫດຜົນທີ່ແທ້ຈິງຫຼືບໍ່ນັ້ນ ແມ່ນ ອີລອນ ໄດ້ອອກມາໂພສຮູບ ພ້ອມກັບຂໍ້ຄວາມວ່າ ຕາມຄຳສັນຍາ. ໂດຍໃນພາບນັ້ນເປັນການສົນທະນາກັນລະຫວ່າງ ອີລອນ ກັບຜູ້ໃຊ້ twitter ທ່ານໜຶ່ງທີ່ຊື່ວ່າ @WSBChairman.

ໂດຍການສົນທະນາເກີດຂຶ້ນເມື່ອປີ 2022 ທີ່ຜ່ານມາ ກ່ອນທີ່ອີລອນມາກສ ຈະເຂົ້າມາຊື້ Twitter ໂດຍ ອີລອນ ໄດ້ໂພສວ່າ “ຕ້ອງການ ແພລັດຟອມ ໃໝ່ຫຼືບໍ່” ຈາກນັ້ນ WSBChairman ກໍໄດ້ເຂົ້າມາຕອບວ່າ “ພຽງແຕ່ຊື້ Twitter ຈາກນັ້ນກໍປ່ຽນໂລໂກ້ ໃຫ້ເປັນໂຕໝາ ກໍໄດ້ແລ້ວ”.

ເຊິ່ງຮູບໝາທີ່ວ່ານັ້ນກໍຄື ຮູບໝາ ຊິບະ ແບບດຽວກັນກັບ Dogecoin ຫຼຽນ Cryptocurrency ທີ່ຖືກສ້າງມາເພື່ອໃຫ້ເປັນມຸກຕະຫຼົກ ຕັ້ງແຕ່ປີ 2013 ຈາກວິສະວະກອນຄອມພິວເຕີ ສອງຄົນ. ເຊິ່ງຫຼັງຈາກທີ່ ອີລອນ ປ່ຽນໂລໂກ້ ເຮັດໃຫ້ລາຄາໃນຕະຫຼາດຂອງ Dogecoin ດີດຕົວຂຶ້ນກວ່າ 30% ຈາກ 0,077 ໂດລາ ຂຶ້ນມາເປັນ 0,102 ໂດລາກັນເລີຍ.

ການເຄື່ອນໄຫວດັ່ງກ່າວເກີດຂື້ນທ່າມກາງ ຄວາມພະຍາຍາມຂອງ ອີລອນ ມາກສ ທີ່ຈະຍົກເລີກການຕັດສິນຄະດີ ມູນຄ່າ 2,58 ແສນລ້ານໂດລາ. ອີລອນຖືກກ່າວຫາວ່າກຳລັງດຳເນີນການສໍ້ໂກງແບບ ພີລະມິດ (Pyramid scheme) ໂດຍການປັ່ນມູນຄ່າຂອງຫຼຽນ Dogecoin ໃຫ້ສູງຜ່ານ Twitter ເພື່ອດຶງດູດນັກລົງທຶນ ເພື່ອຜົນປະໂຫຍດຂອງຕົນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/