ທັບນັກກິລາ Kun Bokator ລາວ ກວາດ 5 ຫຼຽນຄໍາ ໃນການແຂ່ງຂັນ Kun Bokator Sea Championship 2023 ທີ່ກໍາປູເຈຍ


ທັບນັກກິລາ Kun Bokator ຂອງລາວ ກວາດ 5 ຫຼຽນຄໍາ, 7 ຫຼຽນເງິນ ແລະ 12 ຫຼຽນທອງ ໃນການແຂ່ງຂັນກິລາ Kun Bokator ຊິງແຊ້ມອາຊຽນ ຄັ້ງທີ 1 (Kun Bokator Sea Championship 2023) ທີ່ນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ ລະຫວ່າງວັນທີ 1-3 ເມສາ 2023 ຢູ່ອັນດັບ 2 ຂອງຕາຕະລາງຄະແນນສະຫຼຸບຫຼຽນ.

ໂດຍການແຂ່ງຂັນ Kun Bokator Sea Championship 2023 ທີ່ນະຄອນຫຼວງພະນົມເປັນ ລະຫວ່າງວັນທີ 1-3 ເມສາ 2023 ຄັ້ງນີ້ ເປັນການແຂ່ງຂັນລາຍການທົດສອບກ່ອນລຸຍຊີເກມ ທີ່ກໍາປູເຈຍ ໃນເດືອນພຶດສະພາ ໂດຍທັບນັກກິລາສົ່ງເຂົ້າຮ່ວມ 30 ຄົນ (ຄູເຝິກ 2 ທ່ານ ແລະ ນັກກິລາ 28 ຄົນ ) ເຂົ້າຮ່ວມຊິງໄຊ ໂດຍມີ 4 ປະເທດເຂົ້າຮ່ວມ, ຜ່ານການແຂ່ງຂັນປາກົດວ່າ: ກວາດ 5 ຫຼຽນຄໍາ, 7 ຫຼຽນເງິນ ແລະ 12 ຫຼຽນທອງ.

ໂດຍໃນການແຂ່ງຂັນຄັ້ງນີ້ ມີການຊິງໄຊກັນທັງໝົດ 21 ຫຼຽນຄຳ, 21 ຫຼຽນເງິນ ແລະ ອີກ 30 ຫຼຽນທອງ ລວມ 72 ຫຼຽນ. ເຊິ່ງແຊ້ມຫຼຽນຄຳໃນຄັ້ງນີ້ກໍຕົກເປັນຂອງ ກຳປູເຈຍ ເຈົ້າພາບທີ່ຍາດໄປທັງໝົດ 33 ຫຼຽນ ແບ່ງອອກເປັນ 11 ຫຼຽນຄຳ, 10 ຫຼຽນເງິນ ແລະ 12 ຫຼຽນທອງ. ສ່ວນອັນດັບ 2​ ກໍຕົກເປັນຂອງ ສປປ ລາວເຮົາ ທີ່ກວາດໄປທັງໝົດ 24 ຫຼຽນ ປະກອບມີ 5 ຫຼຽນຄໍາ, 7 ຫຼຽນເງິນ ແລະ 12 ຫຼຽນທອງ.

ອັນດັບ 3​ ເປັນຂອງຫວຽດນາມທີ່ກວາດໄປທັງໝົດ 9 ຫຼຽນ ແລະ ອັນດັບ 4 ແມ່ນຕົກເປັນຂອງ ຟີລິບປີນ ທີ່ກວາດໄປທັງໝົດ 6 ຫຼຽນ.

ນາງ ວິໄລພອນ ວົງພະຈັນ ນັກກິລາໂບກາໂຕລາວ ເຈົ້າຂອງ 1 ຫຼຽນຄຳໃນການແຂ່ງຂັນຄັ້ງນີ້ ໄດ້ເປີດເຜີຍກັບທີມຂ່າວ Lao X ວ່າ: “ການແຂ່ງຂັນຄັ້ງນີ້ມີຄວາມຮູ້ສືກດີໃຈ ແລະ ພາກພູມໃຈຫຼາຍ. ແຕ່ສິ່ງທີ່ພາກພູມໃຈກວ່າການໄດ້ຫຼຽນຄຳ ຄັ້ງນີ້ ກໍຄືການທີ່ໄດ້ຊັກທຸງຊາດຂຶ້ນສູ່ຍອດເສົາ ແລະ ໄດ້ຮ້ອງເພງຊາດໃຫ້ຊາວຕ່າງຊາດໄດ້ຮັບຮູ້ວ່ານີ້ຄືເພງຊາດລາວເຮົາ”.

ນາງ ວິໄລພອນ ຍັງລະບຸຕື່ມອີກວ່າ ໃນການແຂ່ງຂັນໃນງານມະຫະກຳຊີເກມ ທີ່ຈະມາຮອດນີ້ ແມ່ນຈະເຝິກຊ້ອມຢ່າງໜັກ ແລະ ເຮັດໃຫ້ດີທີ່ສຸດ ເພື່ອນຳຄວາມສຳເລັດມາສູ່ບ້ານເຮົາ.

ໂດຍລະບຸວ່າ: “ໃນການແຂ່ງຂັນຊີເກມທີ່ກຳລັງຈະມາຮອດນີ້ ກໍຈະໄດ້ເກັບກ່ຽວປະສົບການ ແລະ ກະຕິກາ, ເຕັກນິກ ທີ່ໄດ້ຈາກການແຂ່ງຂັນຄັ້ງນີ້ມາເຝິກຝົນ ແລະ ແກ້ຈຸດທີ່ຍັງອ່ອນທີ່ເຮົາຍັງຂາດໃຫ້ດີຂື້ນ ເພາະກິລານີ້ເປັນກິລາໃໝ່  ເພື່ອຈະເຮັດຜົນງານໃຫ້ດີທີ່ສຸດ ເພື່ອໃຫ້ທຸງຊາດລາວເຮົາໄດ້ຊັກຂຶ້ນຍອດເສົາທຸງໃນເວທີລະດັບພາກພື້ນອີກເທື່ອໜຶ່ງ”.

Kun Bokator ແມ່ນສິລະປະການຕໍ່ສູ້ໃນສະໜາມຮົບຕັ້ງແຕ່ສະໄໝບູຮານ ໃຊ້ໂດຍກຸ່ມທະຫານຂອງກຳປູເຈຍບູຮານ ແລະ ຖືເປັນໜຶ່ງໃນສິລະປະການຕໍ່ສູ້ທີ່ເກົ່າແກ່ທີ່ສຸດທີ່ມາຈາກກຳປູເຈຍ.

ຂອບໃຈຂໍ້ມູນຈາກ:

ຂອບໃຈຂໍ້ມູນບາງສ່ວນຈາກ: Tiger Souksavad

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/