ຍີ່ປຸ່ນວາງເເຜນສ້າງດາວທຽມໄມ້ດວງທຳອິດຂອງໂລກ ເພື່ອລົດຜ່ອນປະລິມານຂີ້ເຫຍື້ອທີ່ລ່ອງລອຍໃນອະວະກາດ


ມະຫາວິທະຍາໄລກຽວໂຕໄດ້ຮ່ວມມືກັບບໍລິສັດຕ່າງໆເພື່ອເປີດຕົວດາວທຽມໄມ້ດວງທຳອິດຂອງໂລກ ເຊິ່ງຈະຖືກເຜົາໄໝ້ຈົນໝົດເມື່ອໝົດອາຍຸການໃຊ້ງານ ເພື່ອລົດຜ່ອນປະລິມານຂີ້ເຫຍື້ອທີ່ມະນຸດສ້າງຂຶ້ນທີ່ລ່ອງລອຍໃນອະວະກາດ.

ດາວທຽມໄມ້ LignoSat ຈະຖືກສ້າງຂຶ້ນໂດຍໃຊ້ເຕັກນິກການຊ່າງໄມ້ແບບດັ້ງເດີມຂອງຍີ່ປຸ່ນໂດຍມີເປືອກເປັນໄມ້ ເຮັດໃຫ້ສາມາດເຜົາໄໝ້ໄດ້ຢ່າງສົມບູນເມື່ອກັບເຂົ້າສູ່ຊັ້ນບັນຍາກາດໂລກອີກຄັ້ງ.

Kuroda Kobo ບໍລິສັດໄມ້ໃນ Otsu ເຊິ່ງສ້ອມແປງຊັບສິນທາງວັດທະນະທໍາລວມທັງຊັບສົມບັດແຫ່ງຊາດ ໄດ້ເຂົ້າຮ່ວມເປັນສ່ວນໜຶ່ງຂອງທີມງານ ແລະ ກໍາລັງສ້າງກ່ອງຂະໜາດ 10 ຊັງຕີແມັດທີ່ມີໄລຍະຂອບຄວາມຜິດພາດພຽງແຕ່ 0,01 ມິນລີແມັດເທົ່ານັ້ນ. Hiroaki Usui ປະທານບໍລິສັດ Kuroda Kobo ກ່າວຕື່ມ “ພວກເຮົາຈຳເປັນຕ້ອງເຮັດໃຫ້ໝັ້ນໃຈວ່າພວກມັນສາມາດທົນຕໍ່ສະພາບໃນອະວະກາດໄດ້”

ພວກເຂົາໄດ້ໃຊ້ໄມ້ Magnolia ຍີ່ປຸ່ນມາໃຊ້ໃນການຜະລິດດາວທຽມ ເນື່ອງຈາກມັນນ້ຳໜັກເບົາ, ເເປຮູບໄດ້ງ່າຍ​ດາຍ​, ມີຄວາມໜາເເໜ້ນສະໝ່ຳສະເໝີ ເເລະ ບໍ່ມີການປ່ຽນເເປງຮູບຊົງ. ໂດຍບໍລິສັດ Sumitomo Forestry ແລະ ກຸ່ມອື່ນໆໄດ້ນຳໄມ້ດັ່ງກ່າວມາທົດສອບໂດຍໃຫ້ສຳຜັດກັບລັງສີ cosmic ຢູ່ນອກສະຖານີອະວະກາດນານາຊາດເປັນເວລາປະມານ 300 ມື້.

ນອກຈາກນີ້ໄມ້ຍັງຕ້ອງທົນຕໍ່ການປ່ຽນເເປງຂອງອຸນຫະພູມຢູ່ໃນອະວະກາດທີ່ຮຸນເເຮງເຖິງ 120 ຫາ -150 ອົງສາ, ເນື່ອງຈາກມັນຕ້ອງໂຄຈອນອ້ອມໂລກທຸກໆ 90 ນາທີອາດເຮັດໃຫ້ໄມ້ມີການຫົດ ຫຼື ຂະຫຍາຍຕົວ ເເລະ ຄວາມເສຍຫາຍອື່ນໆ. ດ້ວຍເຫດນີ້ຈຶ່ງມີການນຳໃຊ້ເຕັກນິກການເຊື່ອມໄມ້ແບບດັ້ງເດີມທີ່ເອີ້ນວ່າ “Tomegata Kakushi Arigumi” ເຕັກນິກນີ້ຕ້ອງຕັດສ່ວນທີ່ເກີນອອກມາ ເພື່ອໃຫ້ສ່ວນຕ່າງໆປະກອບເຂົ້າກັນຢ່າງໜາເເໜ້ນໂດຍບໍ່ມີການໃຊ້ຕະປູ ຫຼື ກາວ.

ໂດຍເປົ້າໝາຍຫຼັກຂອງໂຄງການກໍເພື່ອຈັດການກັບຮາດແວອະວະກາດທີ່ເພີ່ມຂຶ້ນເລື້ອຍໆ ເຊິ່ງລ່ອງລອຍຢູ່ໃນວົງໂຄຈອນຂອງໂລກເຮົາ ເຖິງແມ່ນວ່າຈະໃຊ້ງານບໍ່ໄດ້ກໍຕາມ.

ນອກຈາກນີ້ເສດຊາກຊິ້ນສ່ວນຂະໜາດໃຫຍ່ກວ່າ 34.000 ຊິ້ນທີ່ລ່ອງລອຍໃນອະວະກາດເຊັ່ນ ຖານວາງຈະຫຼວດທີ່ຖືກຖິ້ມ ເເລະ ດາວທຽມ 2.550 ດວງຈາກທັງໝົດ 5.850 ດວງເຊິ່ງຢຸດໃຊ້ໄປເເລ້ວ ເປັນອັນຕະລາຍຕໍ່ຍານອະວະກາດທີ່ຜ່ານໄປມາ ເເລະ ດາວທຽມທີ່ຍັງເຮັດວຽກຢູ່, ເມື່ອເສດຊາກເຫຼົ່ານີ້ກັບຄືນສູ່ບັນຍາກາດ ມັນຈະປ່ອຍອະນຸພາກຂະໜາດນ້ອຍຂອງອາລູມີນຽມ ຫຼື ອາລູມີນຽມອອກໄຊ ເຂົ້າໄປໃນບັນຍາກາດໃນຂະນະທີ່ມັນເຜົາໄໝ້ ເຊິ່ງຈະລ່ອງລອຍຢູ່ໃນຊັ້ນບັນຍາກາດເປັນເວລາຫຼາຍປີ ໃນທີ່ສຸດກໍຈະສົ່ງຜົນກະທົບຕໍ່ສິ່ງເເວດລ້ອມຂອງໂລກ.

ທີ່ມາ:

https://cutt.ly/SwtFYBea

https://cutt.ly/dwtFY86A

https://cutt.ly/JwtFUhd0

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/