ກວາດລາຍໄດ້ທົ່ວໂລກ Spider-Man: Across the Spider-Verse ເຮັດລາຍໄດ້ເຖິງ 500 ລ້ານໂດລາແລ້ວ!


ອາດເວົ້າໄດ້ວ່າປີນີ້ເປັນປີຂອງ Sony Pictures Animation ທີ່ກັບມາເອົາຄວາມສຳເລັດຄັ້ງຍິ່ງໃຫຍ່ອີກຄັ້ງດ້ວຍການເປີດຕົວຮູບເງົາອະນິເມຊັນ Spider-Man: Across the Spider-Verse ທີ່ເປັນພາກຕໍ່ຈາກຮູບເງົາອະນິເມຊັ່ນ Spider-Man: Into the Spider-Verse ໃນປີ 2018 ເຊິ່ງເຮັດລາຍໄດ້ແຊງພາກທຳອິດຕັ້ງແຕ່ 12 ມື້ ຫຼັງອອກສາຍໃນໂຮງຮູບເງົາ.

Deadline ໄດ້ລາຍງານວ່າ Spider-Man: Across the Spider-Verse ຂອງ Columbia Pictures ແລະ Sony Pictures Animation ກວາດລາຍໄດ້ໄປທົ່ວໂລກຜ່ານຫຼັກ 500 ລ້ານໂດລາ ເປັນທີ່ຮຽບຮ້ອຍແລ້ວເມື່ອວັນອັງຄານ ທີ 20 ມິຖຸນາ 2023 ທີ່ຜ່ານມາ ຈາກທຶນສ້າງພຽງແຕ່ 100 ລ້ານໂດລາພຽງເທົ່ານັ້ນ.

ກ່ອນໜ້ານີ້ Spider-Man: Across the Spider-Verse ກໍສາມາດເຮັດສະຖິຕິໄດ້ທົ່ວໂລກໃນອາທິດທຳອິດຫຼາຍຮອດ 209 ລ້ານໂດລາ ເຊິ່ງຖືວ່າເປັນຮູບເງົາອະເມຊັນຂອງ Sony Pictures Animation ທີ່ສາມາດເຮັດລາຍໄດ້ເປີດຕົວສູງສຸດທີ່ເຄີຍມີມາ ພ້ອມກັບສາມາດຕີຕະຫຼາດຕ່າງປະເທດໄດ້ຢ່າງສວຍງາມ ແລະ ກໍສາມາດກວາດລາຍໄດ້ໄປຫຼາຍສຸດຄືທະວີບຢູໂຣບ ຕາມມາດ້ວຍ ເອເຊຍ ແລະ ອາເມຣິກາລາຕິນ ໂດຍລາຍໄດ້ທີ່ສູງທີ່ສຸດມາຈາກປະເທດຈີນ ທີ່ສູງຮອດ 42,5 ລ້ານໂດລາ ຕາມມາດ້ວຍ ສະຫະຣາຊະອານາຈັກ ທີ່ເຮັດລາຍໄດ້ໄປຮອດ 26,1 ລ້ານໂດລາ, ເມັກຊິໂກ ເຮັດລາຍໄດ້ໄປ 24,2 ລ້ານໂດລາ, ອອສເຕເລຍ ກວາດລາຍໄດ້ໄປ 15 ລ້ານໂດລາ ແລະ ບຣາຊິວ 10,4 ລ້ານໂດລາ.

ທັງນີ້ ລາຍໄດ້ໃນປັດຈຸບັນ ກາຍຄຳວ່າກຸ້ມທຶນໄປຫຼາຍແລ້ວ ເພາະທຶນສ້າງຮູບເງົາອະນິເມຊັນ Spider-Man: Across the Spider-Verse ນັ້ນຢູ່ທີ່ 100 ລ້ານໂດລາພຽງເທົ່ານັ້ນ ເຮັດໃຫ້ຈຸດກຸ້ມທຶນຢູ່ທີ່ 200 ລ້ານໂດລາ ນັ້ນໝາຍຄວາມວ່າຮູບເງົາອະນິເມຊັນເລື່ອງນີ້ເຮັດກຳໄລໃຫ້ Sony Pictures Animation ໄປຮອດ 300ລ້ານໂດລາ. ແຕ່ມັນກໍຍັງບໍ່ຈົບ  ເພາະຮູບເງົາອອກສາຍໄດ້ພຽງ 3 ອາທິດພຽງເທົ່ານັ້ນ ທ້າຍສຸດຕ້ອງມາເບິ່ງມາວ່າຮູບເງົາອະນິເມຊັນ Spider-Man: Across the Spider-Verse ຈະສາມາດກວາດລາຍໄດ້ທົ່ວໂລກໄປເທົ່າໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/