ເຂດເສດຖະກິດພິເສດສາມຫຼ່ຽມຄຳ ມີຄວາມຄຶກຄື້ນດ້ານການທ່ອງທ່ຽວ ນັກທ່ອງທ່ຽວເພີ່ມຂຶ້ນເກືອບ 500%


ບໍ່ແກ້ວເປັນແຂວງທີ່ຕັ້ງຢູ່ເຂດສາມຫຼ່ຽມລາວ-ໄທ ແລະ ມຽນມາ ທີ່ສະດວກສະບາຍໃນການທ່ອງທ່ຽວ ພ້ອມຍັງມີເຂດເສດຖະກິດພິເສດສາມຫຼ່ຽມຄຳທີ່ດຶງດູດການເດີນທາງເຂົ້າມາແຂວງບໍ່ແກ້ວ ຈຶ່ງເຮັດໃຫ້ການທ່ອງທ່ຽວໃນແຂວງນີ້ຄຶກຄື້ນເປັນພິເສດ. ຕາມລາຍງານໃນ 5 ເດືອນຂອງປີ 2023 ນີ້ ຕົວເລກແຂກມາຢ້ຽມຢາມເພີ່ມຂຶ້ນເກືອບ 500% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

ຕາມການສະໜອງຂໍ້ມູນ ຈາກພະນັກງານວິຊາການ ຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງບໍ່ແກ້ວ ໃຫ້ຮູ້ວ່າ: 5 ເດືອນຜ່ານມາ 2023 ນີ້ ມີນັກທ່ອງທ່ຽວເຂົ້າ-ອອກເມືອງ ໂດຍຜ່ານດ່ານສາກົນຂົວມິດຕະພາບ 4 ແລະ ດ່ານເຂດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ມີທັງໝົດ 116.142 ເທື່ອຄົນ, ໃນນີ້ມີນັກທ່ອງທ່ຽວພາຍໃນ 7.300 ເທື່ອຄົນ ທຽບໃສ່ໄລຍະດຽວກັນຂອງ 5 ເດືອນຕົ້ນປີ 2022 ຜ່ານມາ ແມ່ນເພີ່ມຂຶ້ນ 96.261 ເທື່ອຄົນ ເທົ່າກັບ 484% ສາມາດສ້າງລາຍຮັບສະເລ່ຍ 5.807.100 ໂດລາສະຫະລັດ.

ສຳລັບແຂກທີ່ມາຢ້ຽມຢາມແຂວງບໍ່ແກ້ວໃນໄລຍະ 5 ເດືອນຜ່ານມານີ້ແມ່ນມາຈາກກຸ່ມປະເທດອາຊຽນ: ມີ 9 ປະເທດ ໄດ້ມາຜ່ານດ່ານຂົວມິດຕະພາບ 4 ມີນັກທ່ອງທ່ຽວ 31.615 ເທື່ອຄົນ, ຜ່ານດ່ານເຂດພິເສດສາມຫຼ່ຽມຄຳ 34.978 ເທື່ອຄົນ ລວມທັງໝົດ 66.593 ເທື່ອຄົນ.

ມາຈາກອາຊີ ແລະ ປາຊີຟິກ: ມີ 30 ປະເທດ ມີນັກທ່ອງທ່ຽວຜ່ານຂົວມິດຕະພາບ 4 ມີ 5.533 ເທື່ອຄົນ, ຜ່ານດ່ານເຂດພິເສດສາມຫຼ່ຽມຄໍາ 21.904 ເທື່ອຄົນ ລວມທັງໝົດ 27.437 ເທື່ອຄົນ. ມາຈາກຢູໂຣບ: ມີ 38 ປະເທດ ມີນັກທ່ອງທ່ຽວຜ່ານຂົວມິດຕະພາບ 4 ມີ 17.793 ເທື່ອຄົນ, ຜ່ານດ່ານເຂດພິເສດສາມຫຼ່ຽມຄໍາ 687 ເທື່ອຄົນ ລວມທັງໝົດ 18.480 ເທື່ອຄົນ.

ມາຈາກອາເມຣິກາ: ມີ 15 ປະເທດ ນັກທ່ອງທ່ຽວຜ່ານຂົວມິດຕະພາບ 4 ມີ 2.880 ເທື່ອຄົນ; ຜ່ານດ່ານເຂດພິເສດສາມຫຼ່ຽມຄໍາ 570 ເທື່ອຄົນ; ມີນັກທ່ອງທ່ຽວທັງໝົດ 3.450 ເທື່ອຄົນ ນອກຈາກນີ້ຍັງມາຈາກອາຟຣິກາ ແລະ ຕາເວັນອອກກາງອີກຈຳນວນໜຶ່ງ.

ທັງໝົດແມ່ນ ມີນັກທ່ອງທ່ຽວເຂົ້າຜ່ານດ່ານຂົວມິດຕະພາບ 4 ມີ 57.867 ເທື່ອຄົນ  ສາມາດສ້າງລາຍຮັບໄດ້ຕົວຈີງ 2.893.350 ໂດລາສະຫະລັດ ແລະ ມີນັກທ່ອງທ່ຽວເດີນທາງເຂົ້າຜ້ານດ່ານເຂດພິເສດສາມຫຼ່ຽມຄຳມີ 58.275 ເທື່ອຄົນ ເຊິ່ງສາມາດສ້າງລາຍຮັບໄດ້ 2.913.750 ໂດລາສະຫະລັດ.

ຂໍ້ມູນຈາກ: ໂທລະພາບແຂວງບໍ່ແກ້ວ ຂ່າວ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/