ລາວ ມີແຜນພັດທະນາຫໍສະໜຸດ ໃຫ້ທັນສະໄໝ ເພື່ອສົ່ງເສີມການອ່ານ


ໃນກອງປະຊຸມວັດທະນະທຳອາຊຽນ-ຈີນ ຄັ້ງທີ 18 ພາຍໃຕ້ຫົວຂໍ້ “ການສ້າງຫໍສະໝຸດທັນສະໄໝ ແລະ ສົ່ງເສີມການອ່ານ” ທີ່ຈັດຂຶ້ນຢູ່ເມືອງໜານໜິງ, ເຂດປົກຄອງຕົນເອງກວາງຊີ, ສປ ຈີນ ໃນວັນທີ 19 ມິຖຸນາ 2023 ທີ່ຜ່ານມາ ໃນໂອກາດດັ່ງກ່າວ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວໃນກອງປະຊຸມວ່າ: ສປປ ລາວ ໄດ້ເອົາໃຈໃສ່ ພັດທະນາລະບົບຫໍສະໝຸດໃຫ້ກາຍເປັນທັນສະໄໝ ໂດຍໄດ້ຈັດກິດຈະກຳການສົ່ງເສີມການອ່ານຫຼາຍຮູບແບບໃນຂອບເຂດທົ່ວປະເທດ ເພື່ອປູກຝັງຈິດສຳນຶກ ໃຫ້ເດັກນ້ອຍ ແລະ ຊາວໜຸ່ມ ເຫັນໄດ້ຄວາມສຳຄັນ, ມີຄວາມຜູກພັນ ໃນການອ່ານ ແລະ ສາມາດເຂົ້າເຖິງຫໍສະໝຸດໄດ້ທັງຢູ່ສູນກາງ ແລະ ທ້ອງຖິ່ນ.

ໂດຍໂຄງສ້າງຕ່າງໆປັດຈຸບັນແມ່ນພວມຢູ່ໃນຂັ້ນຕອນເລີ່ມຕົ້ນ ຂອງການສ້າງຖານຂໍ້ມູນ ແລະ ການພັດທະນາລະບົບ, ໃນຂະນະດຽວກັນ ການຄົ້ນຫາຂໍ້ມູນ ແລະ ບໍລິການການອ່ານ ໄດ້ໃຫ້ບໍລິການຢູ່ກັບສະຖານທີ່ເທົ່ານັ້ນ ເນື່ອງຈາກວ່າລະບົບອອນລາຍແມ່ນບໍ່ສາມາດເຂົ້າເຖິງ ຖານຂໍ້ມູນຕາມທີ່ຕ້ອງການໄດ້ເທື່ອ.

   ສປປ ລາວ ຍັງຈະໄດ້ເອົາໃຈໃສ່ພັດທະນາ ແລະ ປັບປຸງວຽກງານຫໍສະໝຸດ ດ້ວຍການຮ່ວມມືກັບບັນດາປະເທດ ເພື່ອນມິດຍຸດທະສາດໃນພາກພື້ນ ເພື່ອຈັດຕັ້ງປະຕິບັດໂຄງການຕ່າງໆ ເຊັ່ນ: ໂຄງການສ້າງຖານຂໍ້ມູນໃບລານລາວ, ໂຄງການສົ່ງເສີມການອ່ານແບບດິຈິຕອລ, ໂຄງການສ້າງຖານຂໍ້ມູນຄຸ້ມຄອງຊັບສິນທາງດ້ານວັດທະນະທຳໃນ ສປປ ລາວ ແລະ ໂຄງການອື່ນໆ ເຊິ່ງຈະນຳໄປສູ່ ການຄຸ້ມຄອງ ແລະ ການບໍລິການທີ່ທັນສະໄໝ.

ທ່ານຍັງກ່າວຕື່ມວ່າ: ເຖິງແມ່ນວ່າວຽກງານຫໍສະໝຸດໄດ້ຮັບການສະໜັບສະໜູນທີ່ສຳຄັນຈາກພັກ, ລັດ, ເອກະຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ລວມທັງ ອົງການຈັດຕັ້ງສາກົນ ແຕ່ ສປປ ລາວ ກໍຍັງປະເຊີນກັບຄວາມຫຍຸ້ງຍາກ ເປັນຕົ້ນດ້ານເຕັກນິກວິຊາການ, ບຸກຄະລາກອນ ແລະ ອື່ນໆ ເຊິ່ງເປັນສິ່ງທ້າທາຍອັນຕົ້ນຕໍ ທີ່ຈະຕ້ອງໄດ້ສຸມໃສ່ປັບປຸງໃຫ້ເໝາະສົມ ກັບການຫັນປ່ຽນເປັນຫໍສະໝຸດທັນສະໄໝ ໃນຊຸມປີຕໍ່ໜ້າ. ສປປ ລາວ ພ້ອມແລ້ວທີ່ຈະເຮັດວຽກຮ່ວມກັບບັນດາປະເທດສະມາຊິກອາຊຽນ ແລະ ບັນດາປະເທດຄູ່ເຈລະຈາອາຊຽນ ໂດຍສະເພາະ ສປ ຈີນ ທີ່ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ທີ່ມີຄວາມກ້າວໜ້າທາງດ້ານເທັກໂນໂລຢີ ແລະ ຊ່ຽວຊານດ້ານເຕັກນິກວິຊາການ.

ຂໍ້ມູນຈາກ: Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/