“ຫູສະຫຼາມ” ວັດຖຸດິບຊັ້ນເລີດເປື້ອນເລືອດ ທີ່ເຮັດໃຫ້ສະຫຼາມທົ່ວໂລກມີຄວາມສ່ຽງທີ່ຈະສູນພັນ


ຈາກການສຳຫຼວດຄັ້ງໃໝ່ຂອງເເນວປະກາລັງກວ່າ 400 ເເຫ່ງທົ່ວໂລກພົບວ່າ ສະຫຼາມທີ່ເຄີຍພົບເຫັນທົ່ວໄປຢູ່ໃນນ່ານນ້ຳເຫຼົ່ານັ້ນກຳລັງຫາຍໄປ ເຊິ່ງເປັນສັນຍານເຕືອນທີ່ບອກວ່າສະຫຼາມກ້າວເຂົ້າສູ່ຄວາມສ່ຽງທີ່ຈະສູນພັນ.

ທີມນັກຄົ້ນຄວ້າປະມານ 150 ຄົນໄດ້ລາຍງານໃນວາລະສານ Science ວ່າ ປະ​ຊາ​ກອນ​ຂອງ​ສະຫຼາມຕາມເເນວປະກາລັງທົ່ວໄປ 5 ຊະນິດໄດ້​ລົດ​ລົງ​ຢ່າງ​ຫຼວງ​ຫຼາຍໃນ​ລະ​ຫວ່າງ 60% ເຖິງ 73% ​ໃນ​ເຄິ່ງ​ສະ​ຕະ​ວັດ​ທີ່​ຜ່ານ​ມາ​.

ໂດຍຜົນທີ່ໄດ້ຮັບດັ່ງກ່າວໄດ້ເພີ່ມຄວາມຢ້ານກົວ ບໍ່ພຽງແຕ່ການສູນເສຍນັກລ່າເຫຼົ່ານີ້ ແຕ່ຍັງສົ່ງຜົນກະທົບຕໍ່ປາໃນລະບົບຕ່ອງໂສ້ອາຫານ ແລະ ຊຸມຊົນຊາຍຝັ່ງທີ່ອາໄສລະບົບນິເວດທາງທະເລ.

ນັກຄົ້ນຄວ້າກ່າວວ່າ ສາເຫດຂອງການລົດລົງແມ່ນການຫາປາຫຼາຍເກີນໄປ ເຊິ່ງຢູ່ໃນ​ອາຊີ​ສ່ວນ​ໃຫຍ່​, ໂດຍຊາວປະມົງໃນເຂດນ່ານນໍ້າບາງແຫ່ງໄດ້ຕັດຫູປາສະຫຼາມເພື່ອເຮັດຊຸບຫູປາ ແລະ ຖິ້ມສ່ວນທີ່ເຫຼືອ. ນອກຈາກນີ້ຊາວປະມົງທ້ອງຖິ່ນຍັງຈັບປາເກົ໋າ ເເລະ ປາກະພົງເຊິ່ງເປັນອາຫານຂອງສະຫຼາມ ເປັນການຮຸກຮານສະຫຼາມທາງອ້ອມ ເຮັດໃຫ້ພວກມັນຂາດທີ່ມາຂອງເເຫຼ່ງອາຫານ.

ໃນນ່ານນ້ຳທີ່ມີສະຫຼາມຈຳນວນໜ້ອຍ, ປາກະເບນຊະນິດຕ່າງໆ ກໍໄດ້ເຂົ້າມາມີບົດບາດເປັນນັກລ່າອັນດັບຕົ້ນໆ ເເຕ່ປາກະເບນນັ້ນກໍບໍ່ສາມາດເເທນທີ່ສະຫຼາມໄດ້, ການມີປາກິນຊີ້ນສາມາດສົ່ງເສີມຄວາມຫຼາກຫຼາຍທາງຊີວະພາບໃນເເນວປະກາລັງ ໂດຍການກິນເຫຍື່ອຫຼາຍຂະໜາດ ເຮັດໃຫ້ປາຊະນິດຕ່າງໆມີໂອກາດເຕີບໂຕ.

ໜຶ່ງໃນອຸປະສັກທີ່ໃຫຍ່ທີ່ສຸດໃນການປົກປ້ອງສະຫຼາມກໍຄືຊື່ສຽງຂອງພວກມັນ, ເຖິງເເມ່ນວ່າຈະມີລາຍງານກ່ຽວກັບສະຫຼາມທີ່ກັດຄົນ ເເຕ່ເຫດການດັ່ງກ່າວກໍບໍ່ເເມ່ນຈະເກີດຂຶ້ນຕະຫຼອດ, ເຖິງເເບບນັ້ນມັນກໍສ້າງຄວາມຢ້ານກົວໃຫ້ກັບຜູ້ຄົນ ເຊິ່ງເຮັດໃຫ້ຍາກທີ່ຈະອອກນະໂຍບາຍເພື່ອປົກປ້ອງພວກມັນ.

ທີ່ມາ:

https://cutt.ly/xwtoFd63

https://cutt.ly/wwtoG306

https://cutt.ly/CwtoFx8n

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/