ອິນໂດເນເຊຍ ປະກາດວັນພັກຍາວ 5 ມື້ໃຫ້ຄົນອອກມາຈັບຈ່າຍໃຊ້ສອຍ ເພື່ອກະຕຸ້ນເສດຖະກິດ


ໃນທ້າຍເດືອນ ມິຖຸນານີ້ ປະຊາຊົນ ອິນໂດເນເຊຍ ກຳລັງຈະໄດ້ພັກຍາວຕິດຕໍ່ກັນເຖິງ 5 ມື້ ຫຼັງລັດຖະບານອິນໂດເນເຊຍ ພາຍໃຕ້ການນຳຂອງ ປະທານາທິບໍດີ ວິໂດໂດ ປະກາດວັນພັກພິເສດ ເພື່ອໃຫ້ປະຊາຊົນອອກມາ ເດີນທາງຈັບຈ່າຍໃຊ້ສອຍ ເພື່ອກະຕຸ້ນເສດຖະກິດ.

ປະທານາທິບໍດີ ໂຈໂກ ວິໂດໂດ ປະກາດໃຫ້ວັນພຸດທີ 28 ມິຖຸນາ ແລະ ວັນສຸກທີ 30 ມິຖຸນາ ໃຫ້ເປັນວັນພັກທາງລັດຖະການແບບພິເສດ ເພີ່ມເຕີມຈາກວັນພະຫັດທີ 29 ມິຖຸນາ ທີ່ກົງກັບວັນ “ອິດິວ ອັດຮາ” ເຊິ່ງເປັນວັນພັກທົ່ວໂລກຂອງ ສາສະໜາ ອິດສະລາມ ເຮັດໃຫ້ມີການພັກຍາວຕັ້ງແຕ່ວັນພຸດທີ 28 ມິຖຸນາ ໄປຈົນຮອດວັນທີ 2 ກໍລະກົດ ລວມກັນທັງໝົດ ເປັນ 5 ມື້ ພໍດີ.

ຂະນະທີ່ໃນພາກເອກະຊົນມັກຈະອະນຸຍາດໃຫ້ພະນັກງານພັກວຽກຕາມມື້ພັກຂອງລັດຖະການ ສ່ວນຕະຫຼາດຫຼັກຊັບກໍຈະພັກເປັນເວລາ 5 ມື້ເຊັ່ນດຽວກັນ. ໂດຍ ປະທານາທິບໍດີ ວິໂດໂດ ລະບຸວ່າ: “ການພັກວຽກດັ່ງກ່າວ ຈະຊ່ວຍກະຕຸ້ນເສດຖະກິດ ໂດຍສະເພາະຢ່າງຍິ່ງໃນພື້ນທີ່ທ່ອງທ່ຽວ ລັດຖະບານຈຶ່ງຕັດສິນໃຈປະກາດມື້ພັກດັ່ງກ່າວ”.

ເຊິ່ງຄັ້ງນີ້ ບໍ່ແມ່ນຄັ້ງທຳອິດທີ່ ປະທານາທິບໍດີ  ໂຈໂກ ວິໂດໂດ   ຫາທາງກະຕຸ້ນໃຫ້ປະຊາຊົນອອກມາຈັບຈ່າຍໃຊ້ສອຍ. ກ່ອນໜ້ານີ້ຫຼັງຈາກລັດຖະບານຍົກເລີກມາດຕະການຈຳກັດການລະບາດຂອງເຊື້ອພະຍາດ ໂຄວິດ 19 ໄດ້ບໍ່ດົນ ທ່ານຜູ້ນຳ ໄດ້ສັ່ງການໃຫ້ທາງການທ້ອງຖິ່ນອະນຸມັດໃຫ້ຈັດຄອນເສີດ ແລະ ຈັດການແຂ່ງຂັນກິລາ ເພື່ອໃຫ້ຄົນອອກໄປໃຊ້ຈ່າຍທາງນອກ.

ສ່ວນໃນໄລຍະຂອງການລະບາດເຊື້ອພະຍາດໂຄວິດ 19 ວິໂດໂດ ກໍໄດ້ຮຽກຮ້ອງໃຫ້ປະຊາຊົນຊື້ເຄື່ອງທາງອອນລາຍ. ເຊິ່ງການບໍລິໂພກ ເປັນກົນໄກສຳຄັນທີ່ຂັບເຄື່ອນເສດຖະກິດອິນໂດເນເຊຍ ທີ່ຄອງອັດຕາສ່ວນຫຼາຍກວ່າເຄິ່ງໜຶ່ງຂອງຜົນຜະລິດມວນລວມໃນປະເທດ.

ຂອບໃຈຂໍ້ມູນຈາກ: indiatimes, dailymail

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/