ຄື້ນຄວາມຮ້ອນປົກຄຸມປະເທດຈີນ ເຕືອນໄພ ອຸນຫະພູມສູງເປັນລະດັບສີແດງ


ປັກກິ່ງ ເມືອງຫຼວງຂອງປະເທດຈີນ ຕ້ອງພົບກັບມື້ທີ່ອາກາດຮ້ອນທີ່ສຸດໃນເດືອນ ມິຖຸນາ ໂດຍອຸນຫະພຸມສູງສຸດສູງຮອດ 41.1 ອົງສາ ນັບວ່າເປັນສະຖິຕິທີ່ສູງເປັນອັນດັບ 2 ຕັ້ງແຕ່ມີການເລີ່ມບັນທຶກສະຖິຕິກັນມາ ພ້ອມກັບທາງການອອກປະກາດຍົກລະດັບເຕືອນໄພອາກາດຮຸນແຮງສູງສຸດ.

ເມື່ອວັນທີ 23 ມິຖຸນາ 2023 ທີ່ຜ່ານມາ ໜ່ວຍງານດ້ານສະພາບອາກາດຂອງຈີນເປີດເຜີຍວ່າ ໃນວັນທີ 22 ມິຖຸນາ 2023 ປັກກິ່ງ ເມືອງຫຼວງຂອງປະເທດຈີນໄດ້ທຳລາຍສະຖິຕິອາກາດທີ່ຮ້ອນທີ່ສຸດໃນເດືອນມິຖຸນາໃນຮອບ 60 ປີ ໂດນມີອຸນຫະພູມສູງຮອດ 41.1 ອົງສາ ແລະ ຄາດການວ່າຄື້ນຄວາມຮ້ອນຍັງຄົງປົກຄຸມໄປຮອດທ້າຍເດືອນນີ້.

ສະຖານະການດັ່ງກ່າວເຮັດໃຫ້ທາງການຈີນໄດ້ຍົກລະດັບປະກາດເຕືອນໄພສະພາບອາກາດ ທີ່ຮຸນແຮງໃຫ້ເປັນລະດັບສີແດງ ຫຼື ເປັນລະດັບທີ່ຮຸນແຮງສູງສຸດແລ້ວ ແຕ່ຄາດການມີທ່າອ່ຽງວ່າໃນອາທິດໜ້ານີ້ ຄາດວ່າອຸນຫະພຸມອາດຈະລົດລົງຢູ່ເລັກນ້ອຍ ຢູ່ທີ່ປະມານ 39 ອົງສາ ພ້ອມກັບຂໍຄວາມຮ່ວມມືກັບປະຊາຊົນທີ່ອາໄສຢູ່ໃນເຂດຂອງປັກກິ່ງ ທີ່ມີປະມານ 21 ລ້ານຄົນ ລວມໄປເຖິງທາງພາກເໜຶອ ແລະ ພາກຕາເວັນອອກຂອງປະເທດ ໃຫ້ງົດເວັ້ນກິດຈະກຳກາງແຈ້ງເປັນການຊົ່ວຄາວເພື່ອຫຼີກເວັ້ນການເກີດອາການວິນແດດ ພ້ອມຫາກມີອາການຜິດປົກກະຕິໃຫ້ພົບແພດທັນທີ່.

ທັງນີ້ ຍັງມີຄຳເຕືອນໃນເລື່ອງການຄວບຄຸບຈຳກັດການໃຊ້ໄຟຟ້າ ແລະ ພະລັງງານ ສຳລັບພາກທຸລະກິດ ແລະ ຄົວເຮືອນ ຫຼັງຈາກສຳນັກງານບໍລິຫານພະລັງງານແຫ່ງຊາດກັງວົນວ່າ ອາດຈະເກີດໄຟຟ້າກະຕຸກ ຫຼື ອາດຈະເກີດໄຟຟ້າດັບຄັ້ງໃຫຍ່ໄດ້ ເນື່ອງຈາກການໃຊ້ພະລັງງານເກີນຂີດຈຳກັດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/