ເດັກໜຸ່ມອາຍຸ 14 ປີ ກຳລັງຈະຮຽນຈົບປະລິນຍາຕີ ແລະ ກຳລັງຈະເຮັດວຽກເປັນ Software Engineer ໃນ SpaceX


ໄຄຣັນ ຄວາຊີ (Kairan Quazi’s) ເດັກໜຸ່ມຫົວໄວຜູ້ສໍາເລັດການສຶກສາລະດັບປະລິນຍາຕີ ສາຂາວິສະວະກຳຄອມພິວເຕີ ແລະ ວິສະວະກຳສາດ ໄດ້ໃນອາຍຸພຽງ 14 ປີ ກາຍເປັນເດັກໜຸ່ມທີ່ອາຍຸນ້ອຍທີ່ສຸດທີ່ຈົບປະລິນຍາຕີໃນ ມະຫາວິທະຍາໄລ ຊານຕາ ຄາຣາ (Santa Clara University) ໃນອາເມຣິກາ. ພ້ອມກຽມເຂົ້າເຮັດວຽກເປັນ Software Engineer ໃຫ້ກັບ SpaceX ເຊິ່ງເປັນບໍລິສັດເຮັດເລື່ອງການຂົນສົ່ງອະວະກາດ ອັນດັບຕົ້ນຂອງໂລກ.

ຄວາຊີ ໂພສຂໍ້ຄວາມໃນ Linked-In ວ່າ: ສະຖານີຕໍ່ໄປ: “SpaceX! ຂ້ອຍກໍາລັງຈະໄດ້ເຮັດວຽກໃນບໍລິສັດທີ່ຄັກທີ່ສຸດໃນໂລກ ໃນຖານະ Software Engineer ໃນທີມວິສະວະກອນຂອງ Starlink”

ໂດຍເດັກໜຸ່ມ ອາຍຸ 14 ປີ ຄົນນີ້ ເກີດ ແລະ ເຕີບໃຫຍ່ໃນເມືອງ ອາຣາເມດາ ຣັດແຄລິຟໍເນຍ ປະເທດ ສະຫະລັດອາເມຣິກາ. ໂດຍພໍ່ແມ່ຂອງລາວເລົ່າວ່າ ຄວາຊີ ສາມາດເວົ້າໄດ້ແບບເຕັມປະໂຫຍກຕັ້ງແຕ່ອາຍຸ 2 ປີ ແລະ ເມື່ອເຂົ້າສູ່ລະບົບການສຶກສາ ລາວຈຶ່ງໄດ້ຮູ້ວ່າ ຕົນເອງນັ້ນມີທັກສະໃນການຮຽນຮູ້ທີ່ໂດດເດັ່ນກວ່າເດັກຮຸ່ນດຽວກັນ.

ຄວາຊີ ເຄີຍໃຫ້ສຳພາດວ່າ:​ “ໃນຕອນຂ້ອຍຢູ່ ປ.3 ມັນຊັດເຈນກັບນາຍຄູ, ພໍ່ແມ່ ແລະ ໝໍປະຈຳຕົວນ້ອງ ແລ້ວວ່າການສຶກສາໃນລະດັບທົ່ວໄປບໍ່ແມ່ນທາງທີ່ເໝາະສຳລັບຄວາມສາມາດສຳລັບການຮຽນຮູ້ຂອງນ້ອງ”

ຄວາຊີ ເລີ່ມລົງທະບຽນສະໝັກເຂົ້າຮຽນ ມະຫາວິທະຍາໄລໃນຊຸມຊົນຕັ້ງແຕ່ ອາຍຸ 9 ປີ ແລະ ເມື່ອອາຍຸໄດ້ 10 ປີ ລາວໄດ້ໄປເຝິກງານທີ່ Intel Labs ບໍລິສັດດ້ານວິທະຍາສາດຄອມພິວເຕີ ໃນຖານະນັກວິໄຈດ້ານ AI. ຈາກນັ້ນລາວໄດ້ຍ້າຍເຂົ້າມາຮຽນໃນ ມະຫາວິທະຍາໄລ ຊານຕາ ຄາຣາ ແລະ ກຳລັງຈະຮັບໃບປະລິນຍາໃນວັນທີ 17 ມິຖຸນາ ຫຼື ວັນເສົາທີ່ຈະຮອດນີ້.

ໄຄຣັນ ຄວາຊີ ກ່າວເຖິງຕອນທີ່ລາວເຂົ້າໄປຮຽນທີ່ມະຫາວິທະຍາໄລ ຊານຕາ ຄາຣາ ໃໝ່ໆວ່າ: “ຕອນຂ້ອຍເຂົ້າໄປຮຽນໃໝ່ໆ ທຸກຄົນຕົກໃຈ ແລະ ຕື່ນເຕັ້ນຫຼາຍ ແຕ່ເມື່ອເວລາຜ່ານໄປ 2-3 ມື້ ຂ້ອຍຮູ້ສຶກວ່າ ຄວາມແປກປະຫຼາດນັ້ນເລີ່ມຫາຍໄປ ແລະ ຂ້ອຍຄິດວ່າພວກເຂົາເຈົ້າເຫຼົ່ານັ້ນເລີ່ມເບິ່ງຂ້ອຍເປັນຄົນທຳມະດາ”.

ນັບໄດ້ວ່າເປັນອີກໜຶ່ງເດັກໜຸ່ມມະຫັດສະຈັນ ເພາະຢ່າລືມວ່າທຸກເລື່ອງນີ້ທັງ ການຮຽນຈົບປະລິນຍາຕີ ຫຼື ແມ່ນແຕ່ການຈະເຂົ້າເຮັດວຽກໃນບໍລິສັດທີ່ພັດທະນາເລື່ອງອະວະກາດ ອັນດັບຕົ້ນໆຂອງໂລກ ທັງໝົດນີ້ ແມ່ນລາວເຮັດໄດ້ຕັ້ງແຕ່ອາຍຸ 14 ປີ ທີ່ຍັງບໍ່ສາມາດ ມີໃບຂັບຂີ່ເປັນຂອງຕົນເອງໄດ້ເລີຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/