Realme ເປີດຕົວ Narzo N55 ທີ່ມາພ້ອມກັບ Mini Capsule ຄ້າຍຄືກັບ Dynamic Island ຂອງ Apple


ກ່ອນໜ້ານີ້ Realme ໄດ້ເປີດຕົວສະມາດໂຟນຄື Realme C55 ທີ່ມາພ້ອມຄຸນສົມບັດກ້ອງໜ້າແບບ Mini Capsule ທີ່ຄ້າຍກັບ Dynamic Island ທີ່ Apple ໃຊ້ໃນ iPhone 14 Pro. ຫຼ້າສຸດ Realme ໄດ້ເປີດຕົວ realme Narzo N55 ເຊິ່ງເປັນສະມາດໂຟນທີ່ມີຄຸນສົມບັດກ້ອງໜ້າເເບບ Mini Capsule ເຊັ່ນກັນ.

ຄຸນສົມບັດຂອງ Mini Capsule ຄາດວ່າຈະເຮັດວຽກໃນລັກສະນະເເບບດຽວກັນກັບ Realme C55 ເຊັ່ນ: ການສະແດງສະຖານະແບັດເຕີຣີ, ການໃຊ້ຂໍ້ມູນ ແລະ ການນັບການຍ່າງຂອງເຮົາ ເປັນຕົ້ນ.

Realme Narzo N55 ຍັງມາພ້ອມກັບຊິບເຊັດ MediaTek Helio G88 ພ້ອມ RAM 6GB ແລະ ບ່ອນເກັບຂໍ້ມູນ 128GB, ໃຊ້ລະບົບປະຕິບັດການ Android 13 ກັບ Realme UI 4.0.

ສ່ວນຂໍ້ມູນອື່ນໆທີ່ໜ້າສົນໃຈຂອງ Realme Narzo N55 ມີດັ່ງນີ້.

  • ໜ້າຈໍ LCD ຂະໜາດ 6.72 ນິ້ວ, ຄວາມລະອຽດ Full HD+, ອັດຕາການໂຫຼດໜ້າຈໍຄືນ 90 Hz
  • ກ້ອງໜ້າ 8 ລ້ານພິກເຊລ
  • ກ້ອງຫຼັງ 64 ລ້ານພິກເຊລ (ຫຼັກ) + 2 ລ້ານພິກເຊລ (ເຊັນເຊີ ຂາວ-ດຳ)
  • ແບັດເຕີຣີມາດຕະຖານ 5.000 mAh ພ້ອມຫົວສາກ SuperVOOC 33 W (ສາກເຕັມ 50% ໃນ 29 ນາທີ)
  • ລຳໂພງ UltraBoom ທີ່ໄດ້ຮັບການປັບແຕ່ງສຽງໂດຍ Dirac
  • ຊ່ອງສຽບຫູຟັງ 3.5 ມມ

Realme Narzo N55 ມີດ້ວຍກັນສອງສີຄື Prime Blue ແລະ Prime Black, ໂດຍລາຄາດັ່ງນີ້:

  • 4/64 GB: 10,999 ຣູປີອິນເດຍ
  • 6/128 GB: 12,999 ຣູປີອິນເດຍ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/