ທຫລ ລະບຸ ຈິດສຳນຶກ ແລະ ຄວາມເຊື່ອໝັ້ນໃນຄ່າເງິນກີບຂອງຄົນໃນຊາດ ແມ່ນຄວາມສຳຄັນຕົ້ນຕໍ ຕໍ່ການເໜັງຕີງຂອງຄ່າເງິນກີບ


ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ອອກວິດີໂອ ອະທິບາຍຄວາມຮູ້ກ່ຽວກັບສະພາບອັດຕາແລກປ່ຽນໃນ ສປປ ລາວ ມີປັດໄຈ ແລະ ກົນໄກໃດແດ່ ທີ່ເຮັດໃຫ້ອັດຕາແລກປ່ຽນມີການເໜັງຕີງ ພ້ອມລະບຸວ່າ ນອກຈາກປັດໄຈພາຍນອກທີ່ສົ່ງຜົນໃຫ້ເງິນກີບອ່ອນຄ່າແລ້ວ ຄວາມເຂົ້າໃຈ, ຈິດສຳນຶກ ແລະ ຄວາມເຊື່ອໝັ້ນໃນຄ່າເງິນກີບຂອງຄົນໃນຊາດ ກໍແມ່ນຄວາມສຳຄັນຕົ້ນຕໍ ທີ່ສົ່ງຜົນຕໍ່ການການເໜັງຕີງຂອງຄ່າເງິນກີບເຊັ່ນດຽວກັນ.

ອັດຕາການແລກປ່ຽນ ມີການເໜັງຕີງໃນລະດັບໜ້ອຍ ຫຼື ຫຼາຍ ຖືເປັນເລື່ອງປົກກະຕິ ຂຶ້ນກັບຄວາມບໍ່ສົມດຸນກັນລະຫວ່າງຄວາມຕ້ອງການເງິນຕາຕ່າງປະເທດເຂົ້າໃນການຊຳລະຄ່າສິນຄ່າ ແລະ ບໍລິການ ຈາກຕ່າງປະເທດ ກັບຄວາມສາມາດສະໜອງເງິນຕາຕ່າງປະເທດ ຈາກການສົ່ງອອກສິນຄ້າໄປຕ່າງປະເທດ ແລະ ກະແສລົງທຶນໂດຍກົງຈາກຕ່າງປະເທດ.

ນອກຈາກນີ້ກໍຍັງມີປັດໄຈອື່ນໆ ເຊັ່ນ ດຸນການຊຳລະກັບຕ່າງປະເທດ, ອັດຕາເງິນເຟີ້, ອັດຕາການຂະຫຍາຍຕົວຂອງເສດຖະກິດ ຄວາມແຕກຕ່າງກັນຂອງອັດຕາດອກເບ້ຍ ລະຫວ່າງປະເທດ, ນະໂຍບາຍການເງິນ ເງິນຕາ, ປັດໄຈທາງດ້ານການເມືອງ ແລະ ສະຖຽນລະພາບຂອງປະເທດ, ປັດໄຈເຕັກນິກຕະຫຼາດ ແລະ ການຄາດເດົາຄ່າເງິນຂອງບາງກຸ່ມຄົນ ໃນແຕ່ລະໄລຍະ ເຮັດໃຫ້ມີການກັກຕຸນ ຫຼື ປ່ອຍເງິນຕາອອກມາເກີນຄວາມຈຳເປັນ.

ໂດຍ ທຫລ ລະບຸວ່າ: “ໃນໄລຍະ 1 ຫາ 2 ອາທິດທີ່ຜ່ານມາເຫັນວ່າ ການອ່ອນຄ່າຂອງເງິນກີບບໍ່ເປັນໄປຕາມປັດໄຈພື້ນຖານເສດຖະກິດ ຍ້ອນປັດໄຈດ້ານເຕັກນິກຂອງຕະຫຼາດເພື່ອເກັງກຳໄລ ແລະ ຂ່າວລືຕ່າງໆ ເຮັດໃຫ້ສັງຄົມມີການກັກຕຸນເງິນຕາຕ່າງປະເທດຫຼາຍເກີນຄວາມຈຳເປັນ ສົ່ງຜົນໃຫ້ເງິນກີບອ່ອນຄ່າຫຼາຍ ແລະ ໄວກວ່າທີ່ຈະເປັນ. ເຊິ່ງມັນໄດ້ກະທົບຕໍ່ສະພາບຄວາມເປັນຢູ່ຂອງພໍ່ແມ່ປະຊາຊົນໂດຍກົງ ຈາກການຕ້ອງແບກຮັບຄ່າໃຊ້ຈ່າຍໃນຊີວິດປະຈຳວັນທີ່ເພີ່ມສູງຂຶ້ນ”.

ໂດຍໃນໄລຍະທີ່ຜ່ານມາ ທຫລ ໄດ້ປະຕິບັດນະໂຍບາຍເງິນຕາ ດ້ວຍການຄວບຄຸມປະລິມານເງິນທີ່ຈາລະຈອນຢູ່ໃນເສດຖະກິດ ໃນລະດັບທີ່ສົ່ງເສີມການຂະຫຍາຍຕົວຂອງເສດຖະກິດ ບໍ່ເປັນການກະຕຸ້ນຄວາມຕ້ອງການເງິນຕາຕ່າງປະເທດ ການສະໜອງເງິນຕາໃຫ້ແກ່ສິນຄ້າ ບຸລິມະສິດ ການອອກພັນທະບັດ ໃນແຕ່ລະໄລຍະ ເພື່ອເພີ່ມທາງເລືອກຂອງການລົງທຶນ ໃສ່ຊັບສິນທີ່ເປັນເງິນກີບ ແລະ ເຂັ້ມງວດຮ້ານແລກປ່ຽນເງິນຕາ.

ແຕ່ຢ່າງໃດກໍຕາມ ທຫລ ຍັງລະບຸຕື່ມວ່າ: “ເຖິງວ່າທະນາຄານແຫ່ງ ສປປ ລາວ ຈະມີການຈັດຕັ້ງປະຕິບັດນະໂຍບາຍຕ່າງໆ ທີ່ຮັດກຸມ ເພື່ອຄວບຄຸມການເໜັງຕີງຂອງເງິນກີບແລ້ວ. ແຕ່ສຸດທ້າຍແລ້ວການອ່ອນຄ່າຂອງເງິນກີບກໍຍັງຂຶ້ນກັບຫຼາກຫຼາຍປັດໄຈ ເຊິ່ງນອກຈາກປັດໄຈພາຍນອກຈາກສາກົນແລ້ວ ຄວາມເຂົ້າໃຈ, ຄວາມສຳນຶກ ແລະ ຄວາມເຊື່ອໝັ້ນຕໍ່ຄ່າເງິນກີບຂອງຄົນໃນຊາດແມ່ນມີຄວາມສຳຄັນເປັນອັນດັບຕົ້ນ ຕໍ່ການການເໜັງຕີງຂອງຄ່າເງິນກີບ”

ປັດຈຸບັນ ສປປ ລາວ ກຳລັງປະເຊີນກັບບັນຫາຄວາມຜັນຜວນຂອງຄ່າເງິນກີບ ໂດຍສະເພາະ ການອ່ອນຄ່າຂອງເງິນກີບ ເຊິ່ງມີປັດໄຈທັງນອກຕົວ ແລະ ໃນຕົວ ເຊັ່ນ: ປັດໄຈນອກຕົວ ກໍຄືສະພາບເສດຖະກິດ ສາກົນ ເຊັ່ນ: ເງິນໂດລາສະຫະລັດ ແຂງຄ່າຂຶ້ນໃນຕະຫຼາດສາກົນ ເກີດຈາກການດຳເນີນນະໂຍບາຍຢ່າງຮັດກຸມ ດ້ວຍການປັບຂຶ້ນອັດຕາດອກເບ້ຍນະໂຍບາຍ ເພື່ອຄວບຄຸມອັດຕາເງິນເຟີ້ ເຊິ່ງເຮັດໃຫ້ຄ່າເງິນຂອງປະເທດໃນທົ່ວໂລກ ຢູ່ໃນຈັງຫວະອ່ອນຄ່າ.

ສ່ວນປັດໄຈໃນຕົວ ກໍຄື ເສດຖະກິດ ການຜະລິດພາຍໃນຍັງບໍ່ທັນເຂັ້ມແຂງ ມີການເພິ່ງພາການນຳເຂົ້າເປັນຫຼັກ, ຄວາມຕ້ອງການຊຳລະໜີ້ສິນໃຫ້ກັບຕ່າງປະເທດ ເຮັດໃຫ້ມີການຕ້ອງການໃນການຊື້ເງິນຕ່າງປະເທດ ເຊິ່ງເກີດຈາກການສັ່ງຊື້ສິນຄ້າ ແລະ ບໍລິການ ຈາກຕ່າງປະເທດ ຫຼາຍກວ່າ ຜູ້ຕ້ອງການຂາຍເງິນຕາຈາກການສົ່ງອອກສິນຄ່າ ຫຼື ບໍລິການ ໄປຂາຍຢູ່ຕ່າງປະເທດ.

ຂອບໃຈຂໍ້ມູນຈາກ: https://bit.ly/42Sqnf9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/