Pixel Fold ໂທລະສັບຈໍພັບຮຸ່ນທຳອິດຂອງ Google ລາຄາເລິ່ມ 1,799 ໂດລາ


ເມື່ອວັນທີ 11 ພຶດສະພາ 2023 ສຳນັກຂ່າວ Nikkei Asia ໄດ້ລາຍງານການເປີດ Pixel Fold ໂທລະສັບຈໍພັບຮຸ່ນທຳອິດຂອງ Google ໃນການປະຊຸມນັກພັດທະນາຊອບແວປະຈຳປີ ເພື່ອມາຊິງເອົາຕຳແໜ່ງຜູ້ນຳກຸ່ມຄົນໃໝ່ ຫຼັງຈາກລາຍໄດ້ຂອງ Samsung ໃນຕະຫຼາດໂທລະສັບທີ່ຫົດລົງ.

ພາຍໃນການປະຊຸມນັກພັດທະນາຊອມແວປະຈຳປີຂອງ Google ຫຼື Google I/O ໄດ້ມີການປະກາດເປີດຕົວສະມາດໂຟນ ແລະ ແທັບເລັດຮຸ່ນໃໝ່ ລວມໄປຮອດໂທລະສັບແບບຈໍພັບໄດ້ເຄື່ອງທຳອິດຂອງ Google ເຊິ່ງໄດ້ອອກແບບມາເພື່ອແຂ່ງຂັນກັບ Apple ແລະ Samsung ໃນຕະຫຼາດສະມາດໂຟນ.

ສຳລັບ Pixel Fold ເປັນຮຸ່ນເຮືອທຸງຂອງ Google ໂດຍລາຄາເລີ່ມຕົ້ນ 1,799 ໂດລາ ມີຄຸນສົມບັດເດັ່ນທີ່ເປີດປິດຄືກັບປຶ້ມ ໂດຍທາງ Google ໄດ້ລະບຸວ່າໜ້າຈໍດ້ານນອກຈະມີຄວາມຍາວຢູ່ທີ່ 5,8 ນິ້ວ ເຮັດໃຫ້ການໃຊ້ແອັບພິເຄຊັນໄດ້ງ່າຍຂື້ນ ສ່ວນໜ້າຈໍດ້ານໃນກາງອອກມາແລ້ວຈະມີຄວາມຍາວ 7,6 ນິ້ວ ເຊິ່ງຈະໃຫ້ຄວາມຮູ້ສຶກຄືການໃຊ້ແທັບເລັດ ແລະ ໃຊ້ພະລັງງານຈາກຊິບ Tensor G2.

ໂດຍ Google ໄດ້ລະບຸໄວ້ເລີຍວ່າ Pixel Fold ນັ້ນມີຄວາມບາງທີ່ສຸດເມື່ອທຽບກັບສະມາດໂຟນຈໍພັບໄດ້ແບບຂອງບໍລິສັດອື່ນໆທີ່ວາງຂາຍໃນຕະຫຼາດ ເຊິ່ງເລີ່ມເປີດໃຫ້ຜູ້ຄົນສົນໃຈສັ່ງຊື້ໄດ້ ໂດຍການຈັດສົ່ງເລີ່ມຕົ້ນໃນເດືອນໜ້າ ໂດຍມີສະມາດໂຟນອີກຮຸ່ນຄືມີການເປີດຕົວອອກຄື Pixel 7a ເຊິ່ງເປັນສະມາດໂຟນລະດັບກາງຮຸ່ນຫຼ້າສຸດຂອງ Google ທີ່ມາພ້ອມກັບ Hardware ລະດັບທັອບ ມີໜ້າຈໍ OLED ຂະໜາດ 6,1 ນິ້ວ ພ້ອມອັດຕາການຣີເຟຣດທີ່ໄວ 90Hz ເພື່ອຄວາມມື່ນໃນການຫຼິ້ນ ມາພ້ອມລະບົບປົດລັອກດ້ວຍໃບໜ້າ ແລະ ລາຍນິ້ວມື.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/