NewJeans ກາຍເປັນສິລະປິນ K-POP ທີ່ມີຍອດສະຕຣີມຮອດ 1 ພັນລ້ານເທິງ Spotify ໄວທີ່ສຸດ


ຮ້ອນແຮງແບບບໍ່ຢຸດ! ເມື່ອ NewJeans ທຳລາຍສະຖິຕິໂລກໃນຖານະສິລະປິນ K-POP ທີ່ມີຍອດສະຕຣີມຮອດ 1 ພັນລ້ານເທິງ Spotify ໄວທີ່ສຸດໃນໂລກ ເຖິງແມ່ນວ່າຈະເປີດຕົວບໍ່ຮອດປີ ແຕ່ NewJeans ກໍສາມາດສ້າງສະຖິຕິໃໝ່ໃຫ້ວົງການ K-POP.

ຫຼ້າສຸດ  Guinness World Records ໄດ້ປະກາດຮັບຮອງເອົາສະຖິຕິໂລກໃຫ້ກັບ NewJeans ເປັນຄັ້ງທຳອິດດ້ວຍການເປັນສິລະປິນ K-POP ທີ່ມີຍອດສະຕຣີມ 1 ພັນລ້ານຄັ້ງໄວທີ່ສຸດໃນ Spotify  ໂດຍທີ່ມີຍອດສະຕຣີມມິງຮອດ 1 ພັນລ້ານຕັ້ງແຕ່ທີ 8 ມີນາ 2023 ທີ່ຜ່ານມາ ນັ້ນໝາຍຄວາມວ່າ ໃຊ້ເວລາພຽງ 219 ມື້ເທົ່ານັ້ນ.

NewJeans ແລະ ເຫຼົ່າແຟນໆ (Bunnies) ຕ່າງກໍດີໃຈ ແລະ ຕື່ນເຕັ້ນ ເພາະວ່າຕັ້ງແຕ່ເດບິວເປີດຕົວມາຈົນມາຮອດທຸກມື້ນີ້ ວົງ NewJeans ມີເພງໃນ Spotify ພຽງ 6 ເພງເທົ່ານັ້ນ 4 ເພງມາຈາກອາລະບ້ຳເດບິວທີ່ຊື່ວ່າ NewJeans ປະກອບໄປດ້ວຍເພງ ‘Attention’  ‘Hype Boy’  ‘Cookie’ ແລະ  ‘Hurt’ ສ່ວນອີກ 2 ເພງ ມາຈາກອາລະບ້ຳ OMG ປະກອບໄປດ້ວຍ Ditto ແລະ OMG.

ໃນປັດຈຸບັນ Jungkook ວົງ BTS ຍັງຄົງຄອງຕຳແໜ່ງສິລະປິນດ່ຽວ K-POP ຝ່າຍຊາຍ ທີ່ມີຍອດ 1 ພັນລ້ານເທິງ Spotify ໄວທີ່ສຸດໃນໂລກ ແລະ ໃນສ່ວນຂອງຝ່າຍຍິງຕົກເປັນຂອງ Lisa ຈາກວົງ BLACKPINK ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/