ຮູ້ຈັກ ຈູຈິດຊຸ ກິລາຊື່ບໍ່ຄຸ້ນຫູ ທີ່ ເຈດ ພົມສະຫວັດ ນັກກິລາຈູຈິດຊຸ ລູກຊອດ ລາວ-ອາເມຣິກາ ຄວ້າຫຼຽນເງິນມາໄດ້ ໃນຊີເກມຄັ້ງທີ 32


ໃນໄລຍະ 2-3 ​ມື້ທີ່ຜ່ານມາ ຫຼາຍຄົນຄົງຈະໄດ້ຍິນໄດ້ເຫັນຂ່າວ ນັກກິລາ ລູກຊອດລາວ-ອາເມຣິກາ ກໍຄື ທ້າວ ເຈດ ພົມສະຫວັດ ທີ່ສາມາດຄວ້າຫຼຽນເງິນມາໄດ້ໃນການແຂ່ງຂັນກິລາ ຈູຈິດຊຸ ໃນຊີເກມຄັ້ງທີ 32 ທີ່ກຳປູເຈຍ ເຊິ່ງຫຼາຍຄົນກໍຮ່ວມສະແດງຄວາມຍິນດີກັບນ້ອງທີ່ເຮັດຜົນງານໄດ້ຢ່າງໂດດເດັ່ນ.

ແຕ່ກໍເຊື່ອວ່າຫຼາຍຄົນທີ່ໄດ້ຍິນຊື່ກິລາປະເພດນີ້ກໍຄົງຄິດໃນໃຈວ່າ ມັນແມ່ນກິລາຫຍັງແທ້ ຊື່ບໍ່ຄຸ້ນຫູເລີຍ. ໂດຍ ຈູຈິດຊຸ ນັ້ນເປັນສິລະປະການຕໍ່ສູ້ປ້ອງກັນຕົວແບບດັ້ງເດີມຂອງປະເທດຍີ່ປຸ່ນ ເຊິ່ງໃນພາສາຍີ່ປຸ່ນ ຈູຈິດຊຸ ນັ້ນມີຄວາມໝາຍວ່າ ສິລະປະແຫ່ງຄວາມອ່ອນ.

ໂດຍປະຫວັດຄວາມເປັນມາ ຫຼື ຕົ້ນກຳເນີດຂອງ ຈູຈິດຊຸ ນັ້ນບໍ່ຊັດເຈນ ໂດຍເຊື່ອກັນເປັນວົງກວ້າງວ່າເກີດຂຶ້ນຕັ້ງແຕ່ສະໄໝສົງຄາມໃນສະຕະວັດທີ 8 ຫາ 16 ເນື່ອງຈາກເປັນຍຸກແຫ່ງສົງຄາມ ຈຶ່ງມັກມີການຄິດຄົ້ນສິລະປະການຕໍ່ສູ້ຂຶ້ນມາໃໝ່ເລື້ອຍໆ.

ເຊິ່ງລັກສະນະການຕໍ່ສູ້ຂອງ ຈູຈິດຊຸ ໃນສະໄໝກ່ອນນັ້ນມັກຈະຂຶ້ນກັບແຕ່ລະສຳນັກໄປ ໂດຍສ່ວນຫຼາຍ ຈະເປັນການລັອກ, ການຫັກ, ການທຸ່ມ ແລະ ໃນບາງສຳນັກກໍຈະມີການເຝິກໃຊ້ອາວຸດຄວບຄູ່ກັນໄປນຳ. ແຕ່ໃນສະໄໝກ່ອນນັ້ນ ການຕໍ່ສູ້ຂອງ ຈູຈິດຊຸ ນັ້ນຈະບໍ່ມີກົດລະບຽບເນັ້ນເຮັດທຸກວິທີເພື່ອເອົາຊະນະ ຄູ່ຕໍ່ສູ້ໃຫ້ໄດ້.

ເນື່ອງຈາກ ຈູຈິດຊຸ ນັ້ນມີຄວາມຮຸນແຮງ ໃນປະຫວັດສາດຍີ່ປຸ່ນ ບາງຄັ້ງຈຶ່ງມີການຫ້າມເຝິກຝົນ ຈຶ່ງເຮັດໃຫ້ບໍ່ມີຜູ້ສືບທອດວິຊາ ເຮັດໃຫ້ມີຄວາມນິຍົມທີ່ລົດລົງເລື້ອຍໆ ແລະ ເມື່ອຈົບສົງຄາມໃໝ່ໆ ຈູຈິດຊຸ ກໍຖືກເບິ່ງວ່າເປັນຄວາມປ່າເຖື່ອນ ແລະ ຮຸນແຮງເກີນໄປ ລວມທັງມີການພັດທະນາສິລະປະການຕໍ່ສູ້ແບບໃໝ່ຂຶ້ນມາທົດແທນ ເຮັດໃຫ້ຈູຈິດຊຸເສື່ອມຄວາມນິຍົມໄປເລື້ອຍໆ.

ແຕ່ຢ່າງໃດກໍຕາມ ເຖິງເວລາຈະຜ່ານໄປດົນປານໃດ ແຕ່ກໍຍັງຄົງມີກຸ່ມຄົນທີ່ຍັງເຝິກຊ້ອມ ແລະ ພັດທະນາການຕໍ່ສູ້ແບບ ຈູຈິດຊຸ ນີ້ມາເລື້ອຍໆ ແລະ ຈູຈິດຊຸ ຖືກເວົ້າເຖິງອີກເທື່ອໜຶ່ງເມື່ອທາງ ບຣາຊິວ ໄດ້ມີການນຳເອົາ ຈູຈິດຊຸ ໄປພັດທະນາຕໍ່ກາຍເປັນ ບຣາຊິວລຽນ ຈູຈິດຊຸ ທີ່ມີລັກສະນະໂດດເດັ່ນໃນການລັອກ, ຫັກ ແລະ ຕໍ່ສູ້ໃນແນວນອນ ຈົນກາຍມາເປັນພື້ນຖານຂອງ ສິລະປະການຕໍ່ສູ້ແບບປະສົມປະສານ ຫຼື ທີ່ເຮົາຮູ້ຈັກກັນໃນຊື່ຂອງ ມວຍ MMA ທີ່ມີການແຂ່ງຂັນກັນໃນລະດັບໂລກ ໃນທຸກມື້ນີ້.

ຫຼັງຈາກນັ້ນ ຈູຈິດຊຸ ກໍໄດ້ມີການພັດທະນາມາເລື້ອຍໆ ຈົນເລີ່ມເປັນເກມກິລາຫຼາຍຂຶ້ນ ເລີ່ມມີການກຳນົດກົດລະບຽບທີ່ຊັດເຈນຫຼາຍຂຶ້ນ ມີອຸປະກອນໃນການເຝິກຊ້ອມ ອຸປະກອນໃນການປ້ອງກັນຕົວໃນສ່ວນທີ່ເປັນອັນຕະລາຍຕ່າງໆ ແລະ ໄດ້ເລີ່ມມີການແຂ່ງຂັນໃນລະດັບປະເທດ ລະດັບພາກພື້ນ ແລະ ລະດັບໂລກຫຼາຍຂຶ້ນ ຄ້າຍຄືກັບການແຂ່ງຂັນ ຢູໂດ ແຕ່ມີລາຍລະອຽດການຕໍ່ສູ້ ທັງເຕະ, ຊົກ, ຮັດຄໍ, ທຸ່ມ ແລະ ຫັກແຂນ ເປັນຕົ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/