ຊົມເຊີຍ! ນັກກິລາເປຕັງ ຄູ່ຍິງລາວ ຄວ້າຫຼຽນຄຳທີ 5 ໃຫ້ທັບນັກກິລາລາວ ໃນການແຂ່ງຂັນຊີເກມ ຄັ້ງທີ 32 ໄດ້ສຳເລັດ


ຫຼຽນຄຳທີ 5 ຂອງທັບນັກກິລາລາວມາແລ້ວ ໂດຍເປັນທາງຂອງ ຈິນດາວອນ ສີສະຫວັດ ແລະ ອາລີ ແສງຈັນເພັດ ນັກກິລາເປຕັງ ຄູ່ຍິງ ທີມຊາດລາວ ສາມາດເອົາຊະນະ ກຳປູເຈຍ ເຈົ້າພາບ 13-4 ຄະແນນ.

ໂດຍຫຼຽນຄຳຫຼຽນນີ້ ຖືເປັນຫຼຽນຄຳທີ 2 ທີ່ສາມາດຍາດມາໄດ້ຈາກກິລາ ເປຕັງ ໃນການແຂ່ງຂັນຊີເກມ ຄັ້ງທີ 32 ທີ່ກໍາປູເຈຍເປັນເຈົ້າພາບຄັ້ງນີ້. ເຊິ່ງກ່ອນໜ້ານີ້ ເປັນທາງຂອງ ທ້າວ ພຸດທະລາ ແກ້ວກັນນິກາ ນັກກິລາເປຕັງ ຊຸດຕິງຊາຍ ຄວ້າຫຼຽນຄໍາ ຫຼັງຈາກເອົາຊະນະ ນັກກິລາຈາກເຈົ້າພາບ ກຳປູເຈຍ 39-33 ຄະແນນ.

ນອກຈາກນີ້ ທັບນັກກິລາເປຕັງ ລາວຍັງສາມາດຄວ້າມາໄດ້ອີກ 1 ຫຼຽນເງິນ ຈາກບຸນຕາມີ ສຸທຳມະວົງ ໃນການແຂ່ງຂັນເປຕັງປະເພດຊາຍດ່ຽວ ພາຍຫຼັງ ປະລາໄຊໃຫ້ກັບນັກກິລາຈາກມາເລເຊຍ ໄປຢ່າງໜ້າເສຍດາຍ 9-13 ຄະແນນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/