ການລົ້ມລະລາຍຂອງ Crypto exchange Bittrex ສົ່ງຜົນໃຫ້ລາຄາ Bitcoin ລົດລົງຢ່າງຮຸນເເຮງ


ໃນວັນທີ 8 ເດືອນພຶດສະພາທີ່ຜ່ານມາ Crypto exchange Bittrex ຊັ້ນນຳໃນສະຫະລັດອາເມຣິກາ ໄດ້ປະກາດຍື່ນຂໍຄຸ້ມຄອງການລົ້ມລະລາຍ, ເຊິ່ງກ່ອນໜ້ານີ້ SEC ໄດ້ກ່າວຫາວ່າ ໃນ Crypto exchange ຂອງ Bittrex ນັ້ນຍັງບໍ່ທັນໄດ້ຮັບການຈົດທະບຽນ.

ທັງນີ້ Bittrex ໄດ້ອອກມາຊີ້ແຈງເຖິງບັນຫາໃນການຍື່ນຂໍການລົ້ມລະລາຍໃນຄັ້ງນີ້ວ່າ ບໍລິສັດມີຊັບສິນຢູ່ລະຫວ່າງ 500 ລ້ານ ຫາ 1 ຕື້ໂດລາ ແລະ ຍັງມີໜີ້ສິນລະຫວ່າງ 500 ລ້ານ ຫາ 1 ຕື້ໂດລາ ເຊັ່ນດຽວກັນ. ນອກຈາກນັ້ນເເລ້ວ ຈາກການປະເມີນຂອງບໍລິສັດກໍອາດເປັນໄປໄດ້ວ່າ ບໍລິສັດອາດມີເຈົ້າໜີ້ຫຼາຍກວ່າ 100.000 ຄົນ.

ທັງນີ້ສຳລັບເຫດການຂອງລາຄາ Bitcoin ທີ່ລົດລົງມາຢ່າງຮຸນເເຮງ ເຖິງເເມ່ນວ່າຈະຍັງບໍ່ທັນຮູ້ສາເຫດທີ່ຊັດເຈນ ເເຕ່ເປັນໄປໄດ້ວ່າອາດຈະກ່ຽວຂ້ອງກັບການລົ້ມລະລາຍຂອງເວັບເທຣດຊັ້ນນຳຄື Bittrex. ໂດຍຫຼັງຈາກທີ່ Bitcoin ສາມາດຟື້ນຕົວຂຶ້ນມາເຖິງລະດັບ 29.000 ໂດລາໄດ້ບໍ່ດົນ, ຫຼ້າສຸດ Bitcoin ກໍໄດ້ລົດລົງມາເເຕະລະດັບ 27.262 ໂດລາ ນັບວ່າເປັນລາຄາທີ່ຕໍ່າທີ່ສຸດໃນ 24 ຊົ່ວໂມງທີ່ຜ່ານມາ.

ໂດຍເຫດການກ່ອນໜ້ານີ້ເຮັດໃຫ້ນັກເທຣດທັງຫຼາຍມີຄວາມຫວັງວ່າລາຄາຂອງ Bitcoin ອາດຈະສາມາດເພີ່ມຂຶ້ນເພື່ອກັບໄປຢືນຢູ່ເໜືອລະດັບ 30.000 ໂດລາອີກຄັ້ງ. ແຕ່ໃນທີ່ສຸດ, ຄວາມຫວັງນັ້ນໄດ້ຖືກທໍາລາຍລົງ ເມື່ອລາຄາຂອງ Bitcoin ລົດລົງຢ່າງຮຸນເເຮງເເບບບໍ່ຫວນກັບມາ.

ຢ່າງໃດກໍຕາມ, ລາຄາ Bitcoin ໄດ້ຟື້ນຕົວເລັກນ້ອຍຈາກຈຸດຊື້ຂາຍກັນຢູ່ທີ່ 27,587 ໂດລາ, ເພີ່ມຂຶ້ນພຽງແຕ່ 1% ໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/