ຜິດຄາດ! 10 ​ອັນ​ດັບປະເທດທີ່ຖິ້ມຂີ້ເຫຍື້ອພລາສຕິກລົງທະເລຫຼາຍທີ່ສຸດບໍ່ແມ່ນປະເທດທີ່ຜະລິດ ຫຼື ​ນຳໃຊ້ພລາສຕິກຫຼາຍແຕ່ຢ່າງໃດ ແຕ່ສ່ວນໃຫຍ່ເປັນກຸ່ມປະເທດໃນອາຊີ


ເປັນທີ່ຮູ້ກັນດີໃນເລື່ອງການຈັດການບັນຫາຂີ້ເຫຍື້ອໃນໂລກທີ່ຍັງບໍ່ທັນໄປໃນທິດທາງທີ່ດີເທົ່າໃດຂອງບັນດາປະເທດຕ່າງໆໃນໂລກ ອັນເນື່ອງຈາກມັນເປັນບັນຫາຫຼັກລະດັບໂລກທີ່ສົ່ງຜົນຕໍ່ມວນມະນຸດລວມທັງສິ່ງທີ່ມີຊີວິດທີ່ອາໄສໃນໂລກນີ້ທັງທາງກົງ ແລະ ທາງອ້ອມ ເຊິ່ງໃນປັດຈຸບັນກໍຍັງເປັນເລື່ອງທີ່ຖົກຖຽງ ແລະ ກຳລັງຊອກຫາທາງແກ້ບັນຫາກັນຢູ່.

ເຖິງແມ່ນວ່າໃນໄລຍະທີ່ຜ່ານມາ ພວກເຮົາຈະເຫັນຫຼາຍປະເທດໃນໂລກພະຍາຍາມອອກມາຮ່ວມກັນເປັນກະບອກສຽງໃຫ້ລະນຶກເຖິງບັນຫາສິ່ງແວດລ້ອມຕ່າງໆທີ່ຈະຕາມມາ ໂດຍສະເພາະການລົດມົນລະພິດຈາກຂີ້ເຫຍື້ອທີ່ເປັນພລາສຕິກ ແຕ່ແນ່ນອນວ່າມັນບໍ່ແມ່ນເລື່ອງງ່າຍເລີຍ ເພາະໂລກເຮົາມີຍອດການໃຊ້ງານພລາສຕິກແລ້ວຖິ້ມສູງມາແຕ່ດົນນານແລ້ວ ເຊິ່ງສ່ວນໃຫຍ່ຜະລິດຈາກໂພລີເມີທີ່ສ້າງຂຶ້ນຈາກເຊື້ອໄຟຟອສຊິລ ເຮັດໃຫ້ການຣີໄຊເຄິນບໍ່ສາມາດເຮັດໄດ້ໄວພໍທີ່ຈະຮອງຮັບປະລິມານຂີ້ເຫຍື້ອອັນມະຫາສານນີ້ໄດ້.

ໂດຍອີງຕາມຂໍ້ມູນຈາກມູນນິທິມິນເດີມູໄດ້ເຜີຍໃຫ້ເຫັນວ່ານັບຕັ້ງແຕ່ປີ 2019 ຫາ 2021 ປະລິມານຂີ້ເຫຍື້ອພລາສຕິກແບບໃຊ້ແລ້ວຖິ້ມທີ່ຜະລິດຈາກເຊື້ອໄຟຟອສຊິລນັ້ນມີເຖິງ 15 ເທົ່າຂອງປະລິມານຂີ້ເຫຍື້ອຣີໄຊເຄິນ ໂດຍຂີ້ເຫຍື້ອດັ່ງກ່າວມີທ່າອ່ຽງວ່າຈະຖືກຝັງດິນກ່ອນທີ່ຈະໄຫຼໄປຫາຊາຍຫາດ ແມ່ນ້ຳ ແລະ ລົງສູ່ມະຫາສະໝຸດໃນທີ່ສຸດ.

ຫຼາຍຄົນອາດຄິດວ່າປະເທດທີ່ມີຍອດການຜະລິດ ແລະ ນຳໃຊ້ງານພລາສຕິກຫຼາຍທີ່ສຸດຕ້ອງເປັນປະເທດທີ່ມີອັດຕາການການຖິ້ມຂີ້ເຫຍື້ອຊະນິດດັ່ງກ່າວລົງທະເລຫຼາຍທີ່ສຸດ ແຕ່ຂໍ້ມູນຈາກການວິໄຈທີ່ໄດ້ເຜີຍແຜ່ລົງເທິງເວັບໄຊ science.org ຊີ້ໃຫ້ເຫັນວ່ານັ້ນບໍ່ແມ່ນເລື່ອງຈິງ ເພາະຈາກການສຶກສາພົບວ່າປະເທດທີ່ມີເນື້ອທີ່ທາງພູມສາດໜ້ອຍກວ່າ, ມີຊາຍຝັ່ງທະເລຍາວກວ່າ, ມີຝົນຕົກຫຼາຍ ແລະ ມີລະບົບບການຈັດການຂີ້ເຫຍື້ອບໍ່ດີຈະມີທ່າອ່ຽງໃນການຖິ້ມຂີ້ເຫຍື້ອລົງທະເລຫຼາຍກວ່ານັ້ນເອງ ຕົວຢ່າງເຊັ່ນ: ປະເທດຈີນເຊິ່ງມີປະລິມານຂີ້ເຫຍື້ອຫຼາຍກວ່າປະເທດມາເລເຊຍເຖິງ 10 ເທົ່າ ແຕ່ມາເລເຊຍກັບມີອັດຕາການຖິ້ມຂີ້ຫຍື້ອລົງທະເລຫຼາຍກວ່າ 9% ຈາກຈຳນວນຂີ້ເຫຍື້ອທັງໝົດ ໃນຂະນະທີ່ຈີນມີຢູ່ພຽງ 0,6 ເປີເຊັນເທົ່ານັ້ນ. ຢ່າງໃດກໍຕາມນັກວິໄຈຍັງເຜີຍໃຫ້ເຫັນອີກວ່າປະເທດທີ່ຕິດອັນດັບຕົ້ນໆສາເຫດຫຼັກກໍມາຈາກການຈັດການກັບຂີ້ເຫຍື້ອໄດ້ບໍ່ດີພໍ ເຊິ່ງເປັນບັນຫາທີ່ພົບກັນໄດ້ຫຼາຍກັບປະເທດໃນແຖບອາຊີ ຈຶ່ງບໍ່ແປກທີ່ຫຼາຍປະເທດກໍຖືກຈັດອັນດັບນີ້ດ້ວຍ.

ຈາກຂໍ້ມູນຊີ້ໃຫ້ເຫັນ 10 ອັນດັບປະເທດທີ່ມີການຖິ້ມຂີ້ເຫຍື້ອລົງທະເລຫຼາຍສຸດ:

ທັງນີ້ທັງນັ້ນເຮົາຕ່າງກໍຮູ້ດີວ່າການຖິ້ມຂີ້ເຫຍື້ອລົງທະເລມີຄວາມອັນຕະລາຍກັບສິ່ງມີຊີວິດທີ່ອາໄສໃນທະເລຫຼາຍສ່ຳໃດຈາກຂ່າວທີ່ເຮົາມັກຈະເຫັນຜ່ານຫູຜ່ານຕາມາ ເຊິ່ງມັນເປັນເລື່ອງໜ້າເສົ້າບໍ່ໜ້ອຍເລີຍທີ່ສັດທະເລຫຼາຍຊະນິດຕ້ອງມາຈົບຊີວິດລົງຍ້ອນການກິນຂີ້ເຫຍື້ອດັ່ງກ່າວເຂົ້າໄປ. ຫຼ້າສຸດຍັງມີງານວິໄຈອອກມາຕື່ມອີກວ່າຖ້າຫາກສິ່ງມີຊີວິດໃນທະເລຫາກຕ້ອງອາໄສໃນສະພາບແວດລ້ອມທີ່ເຈືອປົນກັບຂີ້ເຫຍື້ອແບບນີ້ອາດເຮັດໃຫ້ມັນຕາຍ ຫຼື ມີໂຄງສ້າງທາງຮ່າງກາຍຜິດປົກກະຕິໄປ.

ຈາກສິ່ງທີ່ເກີດຂຶ້ນນີ້ຈຶ່ງຖືເປັນສັນຍານເຕືອນໜຶ່ງທີ່ກະຕຸ້ນໃຫ້ຄົນເຮົາທຸກຄົນຄວນລົດການນຳໃຊ້ຂີ້ເຫຍື້ອທີ່ເກີນຄວາມຈຳເປັນລວມໄປເຖິງຕ້ອງຖິ້ມຂີ້ເຫຍື້ອໃຫ້ຖືກບ່ອນ ແລະ ຖືກວິທີ, ບໍ່ຖິ້ມຊະຖິ້ມຊາຍເພື່ອລົດຜົນກະທົບຕໍ່ສິ່ງມີຊີວິດອື່ນທີ່ອາໄສໃນໂລກດຽວກັນໃຫ້ໄດ້ຫຼາຍທີ່ສຸດກ່ອນທີ່ໄພດັ່ງກ່າວຈະກັບມາທຳຮ້າຍເຮົາໃນທ້າຍທີ່ສຸດເຊິ່ງໃນຕອນນັ້ນມັນອາດຈະບໍ່ທັນແລ້ວ.

ຂອບໃຈຂໍ້ມູນຈາກ:

https://cutt.ly/M6iTYPZ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/