Mona Lisa ເປັນທີ່ຮູ້ຈັກເພາະວ່າຖືກລັກ


“Mona Lisa” ເມື່ອເວົ້າຊື່ນີ້ອອກມາແລ້ວ ບໍ່ວ່າແມ່ນໃຜກໍຕ້ອງບອກວ່າເຄີຍໄດ້ຍິນ, ເຄີຍໄດ້ເຫັນມາກ່ອນ. ມັນເປັນຮູບແຕ້ມຈາກ ສິລະປິນອິຕາລີຊື່ດັງໃນຍຸກເຣເນຊອງສ໌ “Leonardo da Vinci” ແຕ່ວ່າຮູບແຕ້ມດັ່ງກ່າວນັ້ນບໍ່ໄດ້ດັງຂຶ້ນມາຈົນເປັນທີ່ຮູ້ຈັກອ້ອມບ້ານອ້ອມເມືອງທັນທີທີ່ສິລະປິນແຕ້ມຮູບແລ້ວ. ໃນຄວາມເປັນຈິງນັ້ນ, ຮູບແຕ້ມນີ້ມີຊື່ສຽງຍ້ອນວ່າຖືກລັກໃນປິ 1911.

ໃນປີ 1911 ທີ່ປາຣີສ, ປະເທດຝຣັ່ງ ຮູບຂອງ Mona Lisa ບໍ່ໄດ້ຖືກເອົາໄປວາງສະແດງເດັ່ນໆແບບທີ່ພວກເຮົາລຶ້ງຕາກັນທຸກມື້ນີ້, ແຕ່ມັນຖືກຈັດເກັບລວມກັບຮູບແຕ້ມອື່ນໆຈົນຮົກຫ້ອງ ຟັງເບິ່ງກໍຮູ້ແລ້ວວ່າຮູບແຕ້ມ Mona Lisa ໃນສະໄໝນັ້ນ ບໍ່ມີຊື່ສຽງເລີຍຈັກໜ້ອຍ. ເຖິງຈະເປັນແນວນັ້ນ ແຕ່ທາງພິພິທະພັນກໍໄດ້ຈັດໃຫ້ຮູບແຕ້ມຕ່າງໆເຂົ້າຂອບຮູບ ແລະ ຕິດແກ້ວປ້ອງກັນໄວ້ໂດຍຊ່າງເຮັດແກ້ວຈາກປະເທດອິຕາລີ Vincenzo Peruggia. ພາຍຫຼັງ ກໍມີໂຈນສາມຄົນລັກປອມຕົວເຂົ້າລີ້ຢູ່ໃນຫ້ອງສາງຂອງພິພິທະພັນ, ເຊິ່ງຜູ້ນຳພາຂອງກຸ່ມໂຈນທັງສາມກໍບໍ່ແມ່ນໃຜໄກ Vincenzo Peruggia ຜູ້ທີ່ເຮັດແກ້ວຕິດຂອບໃຫ້ຮູບແຕ້ມນັ້ນເອງ.

ເນື່ອງຈາກໃນສະໄໝກ່ອນ ຄວາມປອດໄພຂອງພິພິທະພັນຂ້ອນຂ້າງຈະບໍ່ຮັດກຸມ, ໃນພິພິທະພັນຂະໜາດໃຫຍ່ແຕ່ກໍມີຜູ້ເຝົ້າຮັກສາພຽງ 150 ຄົນ ເຮັດໃຫ້ການລັກງານສິລະປະຂອງ Vincenzo Peruggia ສຳເລັດໄດ້ຢ່າງງ່າຍດາຍ. ຊ້ຳບໍ່ໜຳ, ພິພິທະພັນໃຊ້ເວລາເຖິງ 26 ຊົ່ວໂມງເພື່ອທີ່ຈະຮູ້ຕົວວ່າງານສິລະປະນັ້ນຖືກລັກ ຈຶ່ງໄດ້ປະກາດລົງໜັງສືພິມ. ຫຼັງຈາກຖືກຕີພິມ ແລະປະກາດໄປທົ່ວປະເທດຝຣັ່ງ ຜົນຕອບຮັບແມ່ນຮູບ Mona Lisa ເປັນທີ່ສົນໃຈຂອງປະຊາຊົນຢ່າງຫຼວງຫຼາຍ. ແມ່ນແຕ່ຕົວ Vincenzo ເອງ ທີ່ລາວບໍ່ໄດ້ຄາດຄິດວ່າການຫາຍໄປຂອງຮູບແຕ້ມທີ່ບໍ່ໄດ້ຖືກໄປຈັດສະແດງນັ້ນ ຈະເຮັດໃຫ້ກາຍເປັນຮູບທີ່ຖືກຈັບຕາເບິ່ງໄປທົ່ວປະເທດແບບນີ້.

ໃນປີ 1913, Vincenzo Peruggia ໄດ້ກັບໄປບ້ານເກີດທີ່ປະເທດອີຕາລີພ້ອມດ້ວຍຮູບ Mona Lisa ທີ່ຕົນເອງລັກມາໄດ້ ແລະຕັ້ງໃຈຈະນຳມັນໄປຂາຍ ແຕ່ຜູ້ຊື້ແຈ້ງຕຳຫຼວດຈົນປິດຕຳນານໂຈນລັກຮູບແຕ້ມເປັນເວລາ 2 ປີໄດ້ສຳເລັດ. ຮູບ Mona Lisa ໄດ້ຖືກສົ່ງກັບມາທີ່ພິພິທະພັນ ພ້ອມກັບຖືກຈັດວາງສະແດງໃນໂຊນຂອງມັນເອງ, ພາຍໃນ 2 ມື້ຫຼັງຈາກປະກາດການກັບມາຂອງຮູບກໍມີຜູ້ຊົມເຂົ້າມາເບິ່ງເກືອບ 100.000 ຄົນ ແລະ ເພີ່ມຂຶ້ນເລື້ອຍມາຈົນເປັນທີ່ຮູ້ຈັກກັນທຸກມື້ນີ້.

Vincenzo Peruggia

ທີ່ມາ: https://cnn.it/3lJq2t0

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/