ໃນອະນາຄົດ ລັດຖະບານລາວ ອາດຈະຕ້ອງໄດ້ໃຊ້ລົດໄຟຟ້າແທນລົດລາຄາແພງ ເພື່ອຄວາມສະດວກ ແລະ ປະຢັດ


ວັນທີ 6 ສິງຫາ 2021 ໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX ທ່ານນາຍົກກໍໄດ້ມີນະໂຍບາຍຕ່າງໆ ແລະ ອອກກົດລະບຽບແບບແຜນໃນຫຼາກຫຼາຍວິທີດ້ວຍກັນ, ໃນນັ້ນກໍໄດ້ເວົ້າເຖິງພາຫະນະໃນການນຳໃຊ້ແກ່ລັດ ເຊິ່ງເປັນອີກບັນຫາໜຶ່ງທີ່ກ່ຽວຂ້ອງກັບດ້ານງົບປະມານ.

ທ່ານໄດ້ກ່າວວ່າ: ໃນຕອນນີ້ກໍລັງຢູ່ໃນການນຳສະເໜີໃຫ້ທາງບໍລິສັດຕອບສະໜອງລົດໄຟຟ້າໃຫ້. ທີ່ຜ່ານມາກໍມີບາງຄັ້ງທີ່ໄດ້ນຳມາທົດລອງ, ລົດໄຟຟ້ານີ້ສາກເທື່ອໜຶ່ງໄປໄດ້ເຖິງ 700 ກິໂລແມັດ, ສາກເທື່ອໜຶ່ງຄ່າໃຊ້ຈ່າຍບໍ່ເກີນ 50,000 ກີບ, ຖ້າຫາກສົມທຽບກັບລົດທີ່ນຳໃຊ້ໃນຂະນະນີ້ ເປັນຈຳນວນຄ່າໃຊ້ຈ່າຍກໍຈະຊ່ວຍໃຫ້ປະຢັດພໍສົມຄວນ ແຕ່ລົດໄຟຟ້າແມ່ນຈະຕ້ອງໄດ້ນຳໃຊ້ພາຍໃນເທສະບານຕົວເມືອງເທົ່ານັ້ນ. ນອກຈາກນີ້ກໍຍັງໄດ້ເວົ້າຕື່ມອີກວ່າ: ຖ້າຕ້ອງເຮັດ ຫຼື ປະຕິບັດນະໂຍບາຍດັ່ງກ່າວ ຕ້ອງແມ່ນທາງພັກ-ລັດ ເຮົາເປັນຜູ້ນຳສ້າງສາ.

ພ້ອມດຽວນກັນນີ້ ທ່ານນາຍົກຍັງໄດ້ປະກອບຕື່ມອີກວ່າ: ສ່ວນລົດທີ່ພະນັກງານລັກເອົາໄວ້ ຫຼື ຊື້ຜິດ ແມ່ນຈະດຳເນີນຕາມລະບຽບວິໄນ. ເປັນອີກນະໂຍບາຍໜຶ່ງທີ່ກຳລັງຢູ່ໃນການພິຈາລະນາດຳເນີນງານ ແລະ ເປັນນະໂຍບາຍທີ່ຈະສາມາດຊ່ວຍປະຢັດງົບຂອງພັກ-ລັດ.

ຂອບໃຈຂໍ້ມູນຈາກ: https://bit.ly/3AbTbRw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/